ກອງປະຊຸມລາຍງານການສ້າງແຜນແມ່ບົດ ພັດທະນາລະບົບໂລຊິດສະຕິກຂອງແຂວງຈໍາປາສັກ ໃນຫົວຂໍ້: ສຶກສາຄວາມເປັນໄປໄດ້ ໃນການສ້າງສູນໂລຊິດສະຕິກ ແລະ ສຶກສາຄວາມເປັນໄປໄດ້ ໃນການສ້າງລະບົບ
ເຊື່ອມຈອດຕານ່າງເສັ້ນທາງຂົນສົ່ງ ໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2023 ທີ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງ ຈໍາປາສັກ.
ເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຮານ ມັນຮີ ອະດີດລັດຖະມົນຕີ ກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ຂົນສົ່ງ ສ.ເກົາຫຼີ, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈໍາປາສັກ, ມີຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ການນໍານະຄອນປາກເຊ, ການນໍາ 9 ເມືອງ, ມີບັນດາຄະນະຊ່ຽວຊານ ຈາກ ສ.ເກົາຫຼີ ຕະຫຼອດຮອດບັນດາແຂກເຊີນທັງພາກລັດ ແລະ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ.
ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ໃຫ້ກຽດກ່າວເປີດກອງປະຊຸມໂດຍຍົກໃຫ້ເຫັນແຂວງຈໍາປາສັກ ແມ່ນຈຸດສູນກາງທີ່ເປັນທ່າແຮງທາງດ້ານເສດຖະກິດ ແລະ ສັງຄົມ ຂອງບັນດາແຂວງພາກໃຕ້ ສປປ ລາວ, ທັງນອນຢູ່ໃນແລວທາງຂົນສົ່ງຂອງພາກໃຕ້ ທີ່ເຊື່ອມໂຍງ – ເຊື່ອມຈອດ ໄປຫາບັນດາປະເທດເພື່ອນບ້ານ ແລະ ພາກພື້ນ; ສະນັ້ນການກໍານົດຍຸດທະສາດໃນການພັດທະນາ ກໍຄືການສ້າງແຜນແມ່ບົດໂລຊິດສະຕິກຂອງແຂວງຈໍາປາສັກ ທີ່ລະອຽດຊັດເຈນ ແມ່ນຈະເປັນການສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການເຊື່ອມໂຍງດ້ານເສດຖະກິດກັບບັນດາປະເທດອ້ອມຂ້າງ ທັງເປັນການຊຸກຍູ້ສົ່ງເສີມການຜະລິດ ແລະ ການອໍານວຍ ຄວາມສະດວກດ້ານການຄ້າ ກໍຄືເປັນປະຕູເຂົ້າ – ອອກຂອງສິນຄ້າທີ່ເປັນລະບົບຕ່ອງໂສ້ ແລະ ສາມາດເຊື່ອມໂຍງກັບລະບົບການບໍລິການຂອງບັນດາປະເທດພາກພື້ນ ແລະ ສາກົນ.
ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ແມ່ນໄດ້ຮັບການສະໜັບສະໜູນ ແລະ ດ້ວຍຄວາມເປັນເຈົ້າການຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ສ.ເກົາຫຼີ ໃນການນໍາພາສ້າງແຜນແມ່ບົດດັ່ງກ່າວ ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງສູນໂລຊິດສະຕິກ ແລະ ສຶກສາຄວາມເປັນໄປໄດ້ ໃນການສ້າງລະບົບເຊື່ອມຈອດຕານ່າງເສັ້ນທາງຂົນສົ່ງ ເຊິ່ງຮອດປັດຈຸບັນໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດມາເປັນໄລຍະທີ 2 ໂດຍມີຄວາມຄືບໜ້າ ແລະ ມີຜົນສໍາເລັດໃນຫຼາຍໜ້າວຽກຕາມທີ່ໄດ້ກໍານົດໄວ້. ສະນັ້ນ, ເພື່ອຄວາມສອດຄ່ອງໃນການຈັດຕັ້ງປະຕິບັດ ແລະ ມີຄວາມເອກະພາບຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອຮ່ວມກັນຢັ້ງຢືນຕໍ່ແຜນແມ່ບົດດັ່ງກ່າວນີ້ຕື່ມ ແລະ ຮຽກຮ້ອງບັນດາທ່ານທຸກພາກສ່ວນ ຈົ່ງໄດ້ເປັນເຈົ້າການໃນການຕິດຕາມ ແລະ ແລກປ່ຽນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກໍານົດຍຸດທະສາດ ກໍຄືການສ້າງແຜນແມ່ບົດດັ່ງກ່າວສອດຄ່ອງກັບຍຸດທະສາດການພັດທະນາຂອງແຕ່ລະຂະແໜງການ ກໍຄືສອດຄ່ອງກັບແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ກອງປະຊຸມກໍນໍາສະເໜີໃຫ້ຮູ້ກ່ຽວກັບແຜນແມ່ບົດໂລຊິດສະຕິກ ຂອງແຂວງຈໍາປາສັກ ສປປ ລາວ ( ປີທີ II ) ເປັນຕົ້ນແມ່ນ 8 ຍຸດທະສາດການຈັດຕັ້ງ ເພື່ອສ້າງສູນໂລຊິດສະຕິກ ຄື: ສ້າງນິຄົມດ້ານໂລຊິດສະຕິກ ພິຈາລະນາການຍົກຍ້າຍ ແລະ ຄວາມຕ້ອງການຍຸດທະສາດພາຍໃນປະເທດ ແລະ ບັນດາປະເທດ GMS ໃກ້ຄຽງ; ພັດທະນານິຄົມດ້ານໂລຊິດສະຕິກໃຫ້ສາມາດຕອບສະໜອງໄດ້ຢ່າງດຽວຈາກການຜະລິດ, ການຂົນສົ່ງ ແລະ ການຈໍາໜ່າຍກະເສດ, ຮັບປະກັນສະຖຽນລະພາບ ໂດຍຜ່ານຜົນກະທົບທີ່ປະສົມປະສານ/ລະຫວ່າງການຂົນສົ່ງ, ການສະໜັບສະໜູນ, ການແຈກຢາຍ ແລະ ສະຖານທີ່ຍຸດທະສາດ; ຄົ້ນຄວ້າຕົວແບບທຸລະກິດ ( BM ) ສໍາລັບສະຖານທີ່ການຂົນສົ່ງໃນຈຳປາສັກ ໂດຍການຄາດຄະເນ BMS ຂອງ ສ.ເກົາຫຼີ ດ້ານກະສິກຳ ແລະ ການຂົນສົ່ງ; ກໍ່ສ້າງສູນໂລຊິດສະຕິກສິນຄ້າ ເພື່ອຫັນປ່ຽນພູມສັນຖານທີ່ບໍ່ມີຊາຍແດນຕິດຈອດເປັນພື້ນທີ່ເຊື່ອມຕໍ່ທາງບົກ.
ຊຸກຍູ້ການລົງທຶນຢ່າງຫ້າວຫັນ ໂດຍການກຳນົດ FTZS ໃນຈຸດຂົນສົ່ງຢູ່ຈຳປາສັກ, ໃຫ້ບໍລິການດ້ານການຂົນສົ່ງພິຈາລະນາການເຊື່ອມຕໍ່ກັບສູນກາງການຂົນສົ່ງພາຍໃນ/ຕ່າງປະເທດ, ພັດທະນານິຄົມດ້ານໂລຊິດສະຕິກ ໃຫ້ເປັນສູນການສົ່ງອອກ / ນຳເຂົ້າ ໂດຍອີງໃສ່ການເຊື່ອມຕໍ່ທາງອິນຊີກັບບັນດາປະເທດ GMS.
[ ຂ່າວ:ຈັນທະວີສັກ ເຊັນສຸດໃຈ;
ຮູບ: ເກດສະໜາ ແກ້ວສຸວັນນະແສງ ]