ກ້ອນເບົ້າມົດລູກ ພະຍາດຍິງທີ່ຄວນໃສ່ໃຈ

0
201

ພະຍາດກ້ອນເບົ້າມົດລູກ ( Myoma uteri/ Leiomyoma ) ເປັນພະຍາດໃນແມ່ຍິງທີ່ມັກພົບ ສ່ວນຫຼາຍຈະພົບໃນແມ່ຍິງຊ່ວງອາຍຸ 40 – 50 ປີ ການເກີດກ້ອນເບົ້າມົດລູກເຊື່ອວ່າ ເກີດຈາກການປ່ຽນແປງຂອງຈຸລັງກ້າມຊີ້ນປົກກະຕິຂອງມົດລູກ ໂດຍບໍ່ຮູ້ສາເຫດຊັດເຈນ ສັນນິຖານວ່າອາດເກີດຈາກພັນທຸກຳ, ນອກຈາກນີ້ ຍັງສັນນິຖານວ່າຮໍໂມນເພດຍິງ ແລະ ໂຕເລັ່ງການຈະເລີນເຕີບໂຕທີ່ມົດລູກຈະເຮັດໃຫ້ກ້ອນເບົ້າໃຫຍ່ຂຶ້ນ ເພາະພົບວ່າສ່ວນຫຼາຍກ້ອນເບົ້າຈະມີຂະໜາດນ້ອຍລົງຫຼັງໄວໝົດປະຈຳເດືອນ.

อาจเป็นรูปภาพของ 1 คน

ສັນຍານອັນຕະລາຍ ແລະອາການທີ່ພົບຫຼາຍ: ເລືອດອອກຜິດປົກກະຕິທາງຊ່ອງຄອດ ສ່ວນຫຼາຍມັກຈະມີເລືອດປະຈຳເດືອນອອກຫຼາຍຂຶ້ນ ບາງຄົນອາດເບິ່ງຂ້າມຄວາມຜິດປົກກະຕິ ເນື່ອງຈາກເລືອດປະຈຳເດືອນທີ່ອອກຫຼາຍແບບຄ່ອຍເປັນຄ່ອຍໄປ ເມື່ອປ່ອຍໄວ້ເປັນເວລາດົນຈະເຮັດໃຫ້ຮ່າງກາຍສູນເສຍເລືອດເປັນຈຳນວນຫຼາຍຈົນຮ່າງກາຍຈືດມ້ານ ມີອາການເມື່ອຍງ່າຍ ຫຼື ມັກເປັນວິນເປັນລົມຕະຫຼອດ.

อาจเป็นรูปภาพของ 1 คน, โรงพยาบาล และ ข้อความ

■ ອາການ:

– ອາການຂອງການບຽດຍູ້ຂອງມົດລູກທີ່ໃຫຍ່ຂຶ້ນ ບາງຄົນຍ່ຽວດຸຂຶ້ນ ຫຼື ຖ້າກ້ອນໃຫຍ່ຫຼາຍອາດກົດບຽດບໍລິເວນທະວານໜັກເຮັດໃຫ້ທ້ອງຜູກ.

– ຄົນເຈັບບາງຄົນອາດຄຳພົບກ້ອນໃນທ້ອງ ຫຼື ຮູ້ສຶກທ້ອງໃຫຍ່ຂຶ້ນໂດຍບໍ່ມີອາການຜິດປົກກະຕິອື່ນໆຮ່ວມນຳ.

– ເຈັບທ້ອງນ້ອຍ ແຕ່ໂດຍທົ່ວໄປກ້ອນເບົ້າມົດລູກຈະບໍ່ກໍ່ໃຫ້ເກີດອາການເຈັບ ນອກຈາກຈະເກີດພາວະແຊກຊ້ອນອື່ນ ເຊັ່ນ ເລືອດອອກພາຍໃນກ້ອນເບົ້າ ຫຼື ເກີດການອັກເສບຂອງກ້ອນເບົ້າເປັນຕົ້ນ.

อาจเป็นรูปภาพของ 1 คน

▶ ການປິ່ນປົວ: ຂຶ້ນຢູ່ກັບປັດໄຈຫຼາຍຢ່າງ ເຊັ່ນ: ອາຍຸຄົນເຈັບ, ຂະໜາດຂອງກ້ອນເບົ້າ, ຄວາມຕ້ອງການມີລູກ, ອາການຫຼື ພາວະແຊກຊ້ອນ ແລະ ສະພາບຂອງຄົນເຈັບ ໃນຄົນເຈັບທີ່ມີກ້ອນບໍ່ໃຫຍ່ຫຼາຍ ແລະ ບໍ່ມີອາການຜິດປົກກະຕິ ອາດບໍ່ຕ້ອງໃຫ້ການປິ່ນປົວ ແຕ່ຕ້ອງຕິດຕາມຂະໜາດຂອງກ້ອນ ເພາະໄວໝົດປະຈຳເດືອນກ້ອນຈະມີຂະໜາດນ້ອຍລົງ.

ສ່ວນຜູ້ທີ່ມີກ້ອນເບົ້າໃຫຍ່ ຫຼື ມີອາການຜິດປົກກະຕິອັນເນື່ອງຈາກກ້ອນເບົ້າ ແພດຈະໃຫ້ການປິ່ນປົວດ້ວຍການຜ່າຕັດຍົກມົດລູກ ຫຼື ພຽງລອກເອົາກ້ອນເບົ້າອອກກໍພໍ ສຳລັບຜູ້ທີ່ຜ່າຕັດເອົາສະເພາະກ້ອນເບົ້າອອກ ກ້ອນເບົ້າອາດຈະໃຫຍ່ ຂຶ້ນມາໃໝ່ໄດ້.

ຂໍ້ມູນຈາກ:bangkokHospital

LEAVE A REPLY

Please enter your comment!
Please enter your name here