ຮສສ ກຳນົດ 3 ເປົ້າໝາຍ 20 ກິດຈະກຳ ການພັດທະນາລະບົບປົກປ້ອງສັງຄົມ

21 Aug 2023

ຄລິກແຊຣ໌ 0 Facebook WhatsApp

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ວາງເປົ້າໝາຍລວມຮອດປີ 2025 ແນໃສ່ດ້ານລະບົບປົກປ້ອງສັງຄົມ ໄດ້ຮັບການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບດີຂຶ້ນ ໂດຍມີເປົ້າໝາຍໃນການໃຫ້ບໍລິການປົກປ້ອງສັງຄົມໃຫ້ກວມເອົາກຸ່ມເປົ້າໝາຍຢ່າງ ກວ້າງຂວາງກວ່າເກົ່າ ແລະ ມີມາດຕະຖານດ້ານການບໍລິການທີ່ມີຄຸນນະພາບທີ່ດີຂຶ້ນ ໂດຍໄດ້ກຳນົດ 3 ເປົ້າໝາຍ 20 ກິດຈະກຳ ທີ່ຈະປະຕິບັດຮອດປີ 2025. ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 9 ຜ່ານມາວ່າ: ສຳລັບເປົ້າໝາຍລວມ ຮອດປີ 2025, ລະບົບປົກປ້ອງສັງຄົມ ໄດ້ຮັບການພັດທະນາໃຫ້ມີ ຄວາມເຂັ້ມແຂງ ແລະ ມີປະສິດທິພາບດີຂຶ້ນ ໂດຍມີເປົ້າໝາຍໃນການໃຫ້ບໍລິການປົກປ້ອງສັງຄົມໃຫ້ກວມເອົາກຸ່ມເປົ້າໝາຍຢ່າງກກວ້າງຂວາງກວ່າເກົ່າ ແລະ ມີມາດຕະຖານດ້ານການບໍລິການທີ່ມີຄຸນນະພາບທີ່ດີຂຶ້ນ ເຊິ່ງໄດ້ກຳນົດ 3 ເປົ້າໝາຍຫຼັກ ເພື່ອຂະຫຍາຍການປົກຄຸມຕາມກຸ່ມເປົ້າໝາຍໃນການເຂົ້າເຖິງການບໍລິການປົກປ້ອງສັງຄົມໃຫ້ມີປະສິດທິຜົນ ດັ່ງນີ້:

1). ພັດທະນາ ແລະ ສ້າງ ຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ.
2). ພັດທະນາ ແລະ ສ້າງ ຄວາມເຂັ້ມແຂງໃຫ້ລະບົບປະກັນສັງຄົມ.
3). ພັດທະນາ ແລະ ສ້າງ ຄວາມເຂັ້ມແຂງໃຫ້ລະບົບສະຫວັດດີການສັງຄົມ;
ປະກອບມີ 20 ກິດຈະກໍາ ໂດຍສະແດງອອກດັ່ງນີ້:
1). ເປົ້າໝາຍທີ 1 ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ ລະບົບປະກັນສຸຂະພາບ ມີ 5 ກິດຈະກຳ ຄື:
1. ພັດທະນາລະບົບນິຕິກໍາກ່ຽວກັບວຽກປະກັນສຸຂະພາບສໍາລັບທຸກຄົນ.
2. ພັດທະນາລະບົບ ແລະ ສ້າງຄວາມອາດສາມາດໃຫ້ກັບອົງການຈັດຕັ້ງບໍລິຫານລະບົບປະກັນສຸຂະພາບແຫ່ງຊາດ ໃຫ້ມີປະສິດທິຜົນ.
3. ພັດທະນາ ແລະ ກຳນົດມາດຕະຖານຂັ້ນພື້ນຖານສຳລັບສະຖານທີ່ໃຫ້ບໍລິການປິ່ນປົວສຸຂະພາບ.
4. ຂະຫຍາຍການເຂົ້າເຖິງການບໍລິການປິ່ນປົວສຸຂະພາບຂອງປະຊາຊົນໃນເຂດຊົນນະບົດ.
5. ຈັດສັນງົບປະມານລັດ ແລະ ການລະດົມແຫຼ່ງທຶນໃຫ້ພຽງພໍກັບວຽກປະກັນສຸຂະພາບ.
ເປົ້າໝາຍທີ 2 ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ ລະບົບປະກັນສັງຄົມ ມີ 6 ກິດຈະກຳ ຄື:
1. ຂະຫຍາຍການປົກຄຸມປະກັນສັງຄົມ ສຳລັບຜູ້ອອກແຮງງານໃຫ້ກວມເອົາກຸ່ມເປົ້າໝາຍຕ່າງໆ.
2. ຈັດຕັ້ງປະຕິບັດການກວດກາຫົວໜ່ວຍວິສາຫະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ.
3. ສົ່ງເສີມການເຂົ້າຮ່ວມປະກັນສັງຄົມ.
4. ຄົ້ນຄວ້າ ແລະ ວິໄຈຄະນິດສາດປະກັນສັງຄົມ.
5. ປັບປຸງລະບົບການເກັບທຶນສົມທົບຂອງປະກັນສັງຄົມ.
6. ສ້າງກົນໄກການບໍລິການໃນການເຂົ້າຮ່ວມລະບົບປະກັນສັງຄົມ ສຳລັບຜູ້ອອກແຮງງານນອກລະບົບຕາມກຸ່ມອາຊີບຕ່າງໆ ແລະ ການຮັບອຸດໜູນແບບເໝາະສົມ.
ເປົ້າໝາຍທີ 3 ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ ລະບົບສະຫວັດດີການສັງຄົມ ມີ 9 ກິດຈະກຳ ຄື:
1. ການບໍລິການອຸດໜູນ ແລະ ການສົງເຄາະເດັກແມ່ຍິງຖືພາ ແລະ ເດັກ.
2. ການບໍລິການອຸດໜູນ ຫຼື ການສົງເຄາະຜູ້ພິການ ແລະ ຜູ້ທີ່ລອດຊີວິດຈາກອຸບັດເຫດລະເບີດຕົກຄ້າງ.
3. ການບໍລິການອຸດໜູນ ຫຼື ການສົງເຄາະໃຫ້ຜູ້ອາຍຸສູງ.
4. ການບໍລິການສົງເຄາະໃຫ້ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ.
5. ຂະຫຍາຍໂຄງການອາຫານທ່ຽງ ສຳລັບເດັກນັກຮຽນທຸກຄົນໃນໂຮງຮຽນຂັ້ນອະນຸບານ, ກຽມປະຖົມ, ປະຖົມ ແລະ ມັດທະຍົມຕອນຕົ້ນຂອງລັດ ຢູ່ບັນດາບ້ານ ແລະ ເມືອງທີ່ທຸກຍາກໃນທົ່ວປະເທດ.
6. ເພີ່ມການສະໜອງທຶນການສຶກສາ ແລະ ເບ້ຍລ້ຽງອຸດໜູນ ສຳລັບນັກຮຽນມັດທະຍົມຕອນຕົ້ນ ໂດຍໃຫ້ບຸລິມະສິດກັບນັກຮຽນຈາກຄອບຄົວທຸກຍາກ ແລະ ດ້ອຍໂອກາດ.
7. ເພີ່ມການສະໜອງງົບປະມານບໍລິຫານໂຮງຮຽນໃຫ້ທັນຕາມກຳນົດເວລາ ໂດຍຂະຫຍາຍຂອບເຂດການປົກຄຸມບັນດາໂຮງຮຽນລະບົບສາມັນໃນທົ່ວປະເທດ.
8. ໃຫ້ການສະໜອງທຶນອາຊີວະສຶກສາ, ຝຶກວິຊາຊີບ ຫຼື ສີມືແຮງງານໃຫ້ຜູ້ຢູ່ໃນໄວອອກແຮງງານທີ່ທຸກຍາກ ແລະ ດ້ອຍໂອກາດໃຫ້ເຂົ້າເຖິງການມີວຽກເຮັດທີ່ມີຄຸນຄ່າ ແລະ ເປັນທຳ.
9. ສົ່ງເສີມການຈັດຕັ້ງຮ່ວມມືການຜະລິດ, ສະຫະກອນ ແລະ ການບໍລິການດ້ວຍຮູບແບບຕ່າງໆ ເພື່ອການສ້າງວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນ ທຳ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ