ໄຟໄໝ້ລາມປ່າ ຢູ່ 5 ເມືອງ ນວ ພື້ນທີ່ເສຍຫາຍ 3 ພັນກວ່າເຮັກຕາ

21 Aug 2023

ຄລິກແຊຣ໌ 0 Facebook WhatsApp

ໃນໄລຍະລະດູຮ້ອນຂອງປີ 2023 ນະຄອນຫຼວງວຽງຈັນ ໄດ້ເກີດເຫດໄຟໄໝ້ລາມປ່າຫຼາຍຄັ້ງ ເຊິ່ງເກີດຢູ່ໃນ 5 ເມືອງ ຄື: ເມືອງປາກງື່ມ, ເມືອງນາຊາຍທອງ, ເມືອງສັງທອງ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ລວມມີ 30 ກວ່າຈຸດ, ພື້ນທີ່ເສຍຫາຍ 3 ພັນກວ່າເຮັກຕາ.
ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ( ນວ ) ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຜ່ານມາວ່າ: ນັບແຕ່ທ້າຍເດືອນ 2 ປີ 2023 ເຖິງປັດຈຸບັນ ແມ່ນເກີດເຫດໄຟໄໝ້ລາມປ່າຢູ່ 5 ເມືອງ ຄື: ຢູ່ເມືອງສັງທອງ ມີ 3 ຈຸດ ເນື້ອທີ່ຖືກໄຟໄໝ້ 2.337 ເຮັກຕາ, ເມືອງນາຊາຍທອງ 7 ຈຸດ ເນື້ອທີ່ເສຍຫາຍ 356 ເຮັກຕາ, ເມືອງສີໂຄດຕະບອງ 9 ຈຸດ ເນື້ອທີ່ໄຟໄໝ້ 137 ເຮັກຕາ, ເມືອງປາກງື່ມ 11 ຈຸດ ມີພື້ນທີ່ຖືກໄຟໄໝ້ 623 ເຮັກຕາ, ເມືອງໄຊທານີ ແມ່ນເຂດພູເຂົາຄວາຍ ທີ່ມີໄຟປ່າໄໝ້ລາມ ລວມທັງໝົດໃນ 5 ເມືອງ ມີ 30 ກວ່າຈຸດ ແລະ ມີພື້ນທີ່ເສຍຫາຍລວມທັງໝົດ 3.453 ເຮັກຕາ.

ສຳລັບສາເຫດການເກີດໄຟໄໝ້ປ່າ ຍ້ອນມີປະຊາຊົນຈຳນວນໜຶ່ງໄດ້ມີການລະເມີດຖາງປ່າທໍາການຜະລິດ; ຍ້ອນມີບຸກຄົນຈໍານວນໜຶ່ງເຂົ້າໄປທຳມາຫາກິນ ( ໄດ້ດັງໄຟ ແລະ ບໍ່ໄດ້ດັບມອດ ) ຈຶ່ງເປັນສາເຫດເຮັດໃຫ້ໄຟໄໝ້ລາມປ່າ. ວິທີການຈັດຕັ້ງປະຕິບັດໃນການສະກັດກັ້ນໄຟໄໝ້ລາມປ່າໃນຄັ້ງນີ້: ຈາກສະພາບໄຟໄໝ້ລາມປ່າຢູ່ເຂດເມືອງປາກງື່ມ, ເມືອງນາຊາຍທອງ, ສັງທອງ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ( ຂະແໜງປ່າໄມ້, ຂະແໜງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແລະ ກອງກວດກາປ່າໄມ້ ) ໄດ້ສົມທົບກັບກົມປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ກອງຮ້ອຍປ່າສະຫງວນພູພະນັງ 303, ທະຫານເມືອງ, ທະຫານຊາຍແດນ 241, ປກສ ເມືອງ, ກອງຮ້ອຍດ່ານສູງ, ກອງພັນໃຫຍ່ 11, ກອງພັນ 511, ທະຫານເມືອງນາຊາຍທອງ, ຕຳຫຼວດ, ອຳນາດການປົກຄອງບ້ານ ແລະ ອາສາສະໝັກປ່າໄມ້ບ້ານ ລວມທັງພໍ່ແມ່ປະຊາຊົນ ພ້ອມກັນລົງດັບມອດໄຟໄໝ້ປ່າຢູ່ໃນເຂດດັ່ງກ່າວ ໂດຍມີຜູ້ເຂົ້າຮ່ວມທັງໝົດ 6.948 ເທື່ອຄົນ ( ຍິງ 75 ເທື່ອຄົນ ), ປັດຈຸບັນແມ່ນສາມາດດັບມອດໄຟໄດ້ແລ້ວ.

ສຳລັບມາດຕະການຈັດຕັ້ງປະຕິບັດ ກ່ຽວກັບການສະກັດກັ້ນໄຟໄໝ້ລາມປ່າໃນຕໍ່ໜ້າ:
1. ພະແນກກະສິກຳ ແລະ ປ່າໄມ້ ໄດ້ແບ່ງຄວາມຮັບຜິດຊອບໃຫ້ຂະແໜງປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ກອງກວດກາປ່າໄມ້ລົງສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊີ້ນຳແຕ່ລະບ້ານໃຫ້ເຂົ້າຮ່ວມປະຕິບັດວຽກງານສະກັດກັ້ນ ແລະ ດັບມອດໄຟໄໝ້ລາມປ່າ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນຫ້າມຖາງປ່າ ແລະ ຈູດປ່າຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ.
2. ມອບໃຫ້ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເປັນເຈົ້າການຕິດຕາມເຝົ້າລະວັງໃນວຽກງານໄຟໄໝ້ລາມປ່າ ແລະ ເພີ່ມຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ, ຖ້າພົບເຫັນສະພາບໄຟໄໝ້ປ່າ ແມ່ນໃຫ້ອໍານາດການປົກຄອງບ້ານປຸກລະດົມພໍ່ແມ່ປະຊາຊົນດັບມອດໄຟກ່ອນ ແລ້ວລາຍງານໃຫ້ຂັ້ນເທິງຊາບໂດຍດ່ວນ.
3. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງກວດກາປະເມີນຜົນເສຍຫາຍໃນການເກີດໄຟໄໝ້ລາມປ່າໃນຄັ້ງນີ້ ໃຫ້ໄດ້ຂໍ້ມູນກ່ຽວກັບຜູ້ທີ່ລະເມີດຖາງປ່າ ແລະ ຈູດປ່າ ໂດຍບໍ່ໄດ້ຮັບອະນຸຍາດ ເພື່ອເອົາມາດໍາເນີນຄະດີຕາມລະບຽບກົດໝາຍ.
4. ສືບຕໍ່ຝຶກອົບຮົມວຽກງານສະກັດກັ້ນ ແລະ ດັບມອດໄຟໄໝ້ລາມປ່າໃຫ້ແກ່ບັນດາບ້ານເປົ້າໝາຍຂອງໂຄງການ ໂດຍສະເພາະແມ່ນບັນດາ 5 ເມືອງນອກ ໃຫ້ສຳເລັດໂດຍດ່ວນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ