ຜູ້ຊະນະໃນງານ AXCR ໄດ້ແກ່ ໂຕໂຢຕ້າ ກາຊູ ເລດຊິ້ງ ຈາກອິນໂດເນເຊຍ

21 Aug 2023

ຄລິກແຊຣ໌ 0 Facebook WhatsApp

ຈົບໄປແລ້ວກັບການແຂ່ງຂັນງານ Asia Cross Country Rally 2023 (AXCR) ທີ່ໄດ້ມີການເລີ່ມແຂ່ງຂັນຕັ້ງແຕ່ ວັນທີ່ 13-18 ສິງຫາ ເຊິ່ງຈຸດເລີ່ມຕົ້ນອອກຈາກ ພັດທະຍາ ປະເທດໄທ ແລະ ມາສິ້ນສຸດ ຢູ່ທີ່ ແຂວງຈໍາປາສັກລວມໄລຍະທາງ 2000 ກິໂລແມັດ ແລະ ໃນປີນີ້ກໍ່ມີເຂົ້າຮ່ວມການແຂ່ງຂັນເກືອບ 100ກວ່າທ່ານຈາກ ຫຼາຍປະເທດໃນອາຊີ.

May be an image of 1 person and text
ການແຂ່ງຂັນ Asia Cross Country Rally ແມ່ນໄດ້ຈັດຂື້ນທຸກໆປີ ແຕ່ລະປີກໍ່ຈະຫມູນວຽນເສັ້ນທາງໄປແຕ່ລະປະເທດ ເຊິ່ງທີມທີ່ໄດ້ຮັບລາງວັນຊະນະເລີດໃນປີ 2023 ແມ່ນໄດ້ແກ່ທີມ ໂຕໂຢຕ້າ ກາຊູ ເລດຊິ້ງ ອິນໂດເນເຊຍ Toyota Gazoo Racing Indonesia ໂດຍລຸ້ນລົດທີ່ໃຊ້ໃນການແຂ່ງຂັນແມ່ນ Toyota Fortuner GR ໝາຍເລກ 105.

May be an image of 1 person and text
ເຊິ່ງໃນຕອນເຊົ້າວັນທີ 20 ເດືອນ ສິງຫາທີ່ຜ່ານມາຢູ່ທີ່ສູນ ລາວໂຕໂຢຕ້າພາກໃຕ້ ກໍໄດ້ມີການຮວມຕົວກັນຂອງນັກແຂ່ງຂັນ Toyota ແລະ ລູກຄ້າໂຕໂຢຕ້າຜູ້ທີ່ມີຄວາມມັກຮັກໃນການແຂ່ງລົດຫຼາຍກວ່າ 50 ຄົນເຂົ້າຮ່ວມ ເຊິ່ງຈຸດປະສົງໃນການຈັດງານມື້ນີ້ກໍ່ແມ່ນເພືອພົບປະໂອ້ລົມກັບນັກແຂ່ງໂຕໂຢຕ້າທີ່ມາຮ່ວມແບ່ງປັນຄວາມຮູ້ສຶກ ແລະ ປະສົບການ ການຂັບຂີ່ລົດ Toyota Hilux Revo ແລະ ລົດ Toyota Fortuner ຈາກການແຂ່ງຂັນໃນຄັ້ງນີ້.

May be an image of 11 people and text
ໂດຍໃນງານມີທ່ານ ມາຊາອາກິ ຄາວາບາຕະ ຜູ້ອຳນວຍການ ບໍລິສັດໂຕໂຢ້ຕ້າລາວ ເປັນປະທານ ເຊິ່ງໃນງານກໍ່ໄດ້ມີກິດຈະກຳຫຼາຍໆຢ່າງ ບໍ່ວ່າຈະເປັນ ຄອນເສີດຈາກຕ່າຍ ອາກາດ, ກິດຈະກຳການຖາມຕອບຊີງຂອງລາງວັນ, ກິດຈະກຳແຂ່ງລົດບັງຄັບ ແລະ ໃນງານຍັງມີອາຫານ ແລະ ເຄື່ອງດື່ມ ໄວ້ຄ່ອຍບໍລິການລູກຄ້າທີ່ເຂົ້າຮ່ວມງານ.

May be an image of 4 people and text

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ