ຫວຽດນາມ ປະກາດມີເຂົ້າພຽງພໍ ເພື່ອສົ່ງອອກ

16 Aug 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວ AFP ລາຍງານໃນວັນທີ 16 ສິງຫາ 2023 ວ່າ: ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ເປີດເຜີຍວ່າ ຫວຽດນາມ ເປັນປະເທດຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບ 3 ຂອງໂລກ ຮອງຈາກອິນເດຍ ແລະ ໄທ ມີເຂົ້າພຽງພໍສຳລັບການສົ່ງອອກ ໂດຍຂະນະນີ້ມີເຂົ້າປະມານ 7 – 8 ລ້ານໂຕນ ເພື່ອສົ່ງອອກໃນປີນີ້ ເຊິ່ງເພີ່ມຂຶ້ນປະມານ 12% ເມື່ອທຽບໃສ່ປີຜ່ານມາ.

ໃນຂະນະທີ່ການສົ່ງອອກເຂົ້າຂອງຫວຽດນາມໃນ 7 ເດືອນຕົ້ນປີນີ້ ຢູ່ທີ່ 4,89 ລ້ານໂຕນ ເພີ່ມຂຶ້ນ 21% ເມື່ອໃສ່ໄລຍະດຽວກັນຂອງປີຜ່ານມາ. ທັງນີ້, ມີການຄຳນວນລະອຽດແລ້ວວ່າ ຜົນຜະລິດເຂົ້າຂອງຫວຽດນາມໃນປີນີ້ ຄາດວ່າຈະຢູ່ທີ່ປະມານ 28 ລ້ານໂຕນ, ໃນນັ້ນ 20 ລ້ານໂຕນ ໜ້າຈະພຽງພໍສຳລັບການບໍລິໂພກພາຍໃນປະເທດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ