ຄົນສ່ວນຫຼາຍຮູ້ຢູ່ແລ້ວວ່າການກິນອາຫານລົດຫວານ ຫຼື ທີ່ມີປະລິມານນ້ຳຕານສູງ ຈະເຮັດໃຫ້ເກີດການສະສົມຂອງໄຂມັນ ແລະ ເຮັດໃຫ້ເປັນພະຍາດຕຸ້ຍໄດ້ ແຕ່ສິ່ງທີ່ຫຼາຍຄົນອາດບໍ່ຮູ້ນັ້ນຄື ການດື່ມເຫຼົ້າ – ເບຍ ນັ້ນຍິ່ງເຮັດໃຫ້ຕຸ້ຍໄດ້ງ່າຍກວ່າການກິນອາຫານຫວານ ຫຼື ເຄື່ອງດື່ມທີ່ມີນ້ຳຕານສູງອີກ.

ເຫດຜົນຍ້ອນເຫຼົ້ານັ້ນເມື່ອດູດຊຶມເຂົ້າສູ່ຮ່າງກາຍ ແລະ ຈະຖືກຈຸລັງຕັບປ່ຽນເປັນ acetaldehyde ແລະ acetate ແລ້ວນຳໄປຜະລິດເປັນພະລັງງານອອກມາໃຫ້ຮ່າງກາຍ ໂດຍ alcohol 1g ນັ້ນສາມາດຜະລິດເປັນພະລັງງານໄດ້ຫຼາຍເຖິງ 7kcal ຫຼາຍກວ່າປະລິມານນ້ຳຕານອີກດ້ວຍ.

ສິ່ງສຳຄັນກວ່ານັ້ນຄື ເຫຼົ້າທີ່ດູດຊຶມໄປນັ້ນບໍ່ສາມາດປ່ຽນໃຫ້ເປັນສານອາຫານຊະນິດອື່ນໄດ້ ( ແຕກຕ່າງຈາກຄາໂບໄຮເດຣດ ຫຼື ໂປຣຕິນ ທີ່ປ່ຽນເປັນໄຂມັນໄດ້ ) ເມື່ອຮັບເຂົ້າສູ່ຮ່າງກາຍແລ້ວ ຈະຕ້ອງໃຊ້ໃຫ້ໝົດດັ່ງນັ້ນຮ່າງກາຍຮັບ alcohol ເຂົ້າໄປແລ້ວ ຈະເລືອກຜະລິດ ແລະ ໃຊ້ພະລັງງານຈາກແຫ່ງນີ້ກ່ອນ ສ່ວນທີ່ໄດ້ຈາກແຫຼ່ງອື່ນຈຶ່ງນຳໄປສະສົມໄວ້ເພື່ອໃຊ້ໃນພາຍຫຼັງ ການດື່ມເຫຼົ້າ-ເບຍ ( ໂດຍສະເພາະເມື່ອດື່ມກັບອາຫານທີ່ໃຫ້ພະລັງງານສູງຢູ່ແລ້ວ ) ຈຶ່ງເຮັດໃຫ້ເກີດການສະສົມຂອງໄຂມັນໄດ້ຢ່າງມະຫາສານ.
ຮູ້ແບບນີ້ແລ້ວຜູ້ໃດທີ່ກຳລັງຫຼຸດນ້ຳໜັກໃຫ້ໄດ້ຜົນນັ້ນ ນອກຈາກຈະອອກກຳລັງກາຍ ແລະ ຄວບຄຸມປະລິມານພະລັງງານຈາກອາຫານໃນແຕ່ລະມື້ແລ້ວ ຍັງຄວນຕ້ອງງົດດື່ມເຫຼົ້າ – ເບຍນຳ ຈຶ່ງຈະເກີດປະສິດທິພາບທີ່ດີໄດ້.
[ ຂໍ້ມູນຈາກ: Pobpad ]