IEA ຄາດຄະເນຄວາມຕ້ອງການນ້ຳມັນທົ່ວໂລກ ອາດຈະບັນລຸລະດັບສູງສຸດໃນທ້າຍທົດສະວັດນີ້ ໃນສະພາບການວິກິດການດ້ານພະລັງງານຍູ້ໄວວິວັດການຫັນປ່ຽນເປັນເຕັກໂນໂລຊີສະອາດ
ວັນທີ 11 ສິງຫາ, ອົງການພະລັງງານສາກົນ (IEA) ໄດ້ຄາດຄະເນລະດັບຄວາມຕ້ອງການນ້ຳມັນໃນທົ່ວໂລກຂອງປີນີ້ຂຶ້ນລະດັບສະຖິຕິ 102,2 ລ້ານບາເຣລ/ວັນ, ເພີ່ມຂຶ້ນ 2,2 ລ້ານບາເຣລ/ວັນເມື່ອທຽບໃສ່ລະດັບຄາດຄະເນກ່ອນໜ້ານັ້ນ. ໃນນັ້ນ, ຄວາມຕ້ອງການຂອງຕະຫຼາດຈີນ ຈະກວມປະມານ 70% ແລ້ວ.

ການຄາດຄະເນໃໝ່ນີ້ບໍ່ຫຼາຍກວ່າຕົວເລກກ່ອນນັ້ນ. ໂດຍເດືອນ ມິຖຸນາ ຜ່ານມາ IEA ຄາດຄະເນຄວາມຕ້ອງການນ້ຳມັນທົ່ວໂລກ ອາດຈະບັນລຸລະດັບສູງສຸດໃນທ້າຍທົດສະວັດນີ້ ໃນສະພາບການວິກິດການດ້ານພະລັງງານຍູ້ໄວວິວັດການຫັນປ່ຽນເປັນເຕັກໂນໂລຊີສະອາດ.
IEA ຍັງດັດປັບການຄາດຄະເນຄວາມຕ້ອງການໃນປີນີ້, ຕາມນັ້ນແລ້ວ ຄາດວ່າຄວາມຕ້ອງການນ້ຳມັນທົ່ວໂລກເພີ່ມຂຶ້ນພຽງ 1 ລ້ານບາເຣລ/ວັນ, ຫລຸດໜ້ອຍໜຶ່ງເມື່ອທຽບໃສ່ລະດັບ 1.150.000 ບາເຣລ/ວັນ ຕາມໄດ້ຍົກອອກມາກ່ອນໜ້ານັ້ນ.