ພະຍາດຍ່ຽວໜູ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ສັດທີ່ນໍາເຊື້ອໄດ້ແກ່: ໜູ, ໝາ, ງົວ, ຄວາຍ, ໝູ…ເຊື້ອຈະປ່ອຍອອກມາກັບນໍ້າຍ່ຽວ ແລະ ປົນເປື້ອນໃນນໍ້າ ຫຼື ດິນທີ່ປຽກ ພົບຄົນເຈັບຫຼາຍໃນລະດູຝົນ ແລະ ຫຼັງນໍ້າຖ້ວມ.
ການຕິດຕໍ່: ພະຍາດຊະນິດນີ້ສາມາດຕິດຕໍ່ໂດຍການສໍາຜັດກັບຍ່ຽວ ຫຼື ອະໄວນະວະສັດທີ່ມີເຊື້ອ,ສໍາຜັດກັບນໍ້າ ຫຼື ດິນທີ່ປົນເປື້ອນເຊື້ອ ແລະ ຈາກການກິນອາຫານທີ່ປົນເປື້ອນເຊື້ອພະຍາດ.

ອາການ: ຜູ້ທີ່ເປັນໄຂ້ຍຸງຈະມີອາການເຈັບຫົວ, ມີໄຂ້, ປວດກ້າມຊີ້ນ ໂດຍສະເພາະແມ່ນບີແຄ່ງ ແລະ ຂາ, ຮາກ, ຕາແດງ, ໂຕເຫຼືອງ, ຕາເຫຼືອງ…ກຸ່ມສ່ຽງຕໍ່ພະຍາດຍ່ຽວໜູສ່ວນຫຼາຍແມ່ນຊາວໄຮ່, ຊາວນາ, ຊາວສວນ, ຄົນຫາປາ, ຄົນລ້ຽງສັດ, ຜູ້ປະສົບໄພນໍ້າຖ້ວມ ເປັນຕົ້ນ.
ການປ້ອງກັນ: ເພື່ອຫຼີກລ່ຽງຈາກພະຍາດຍ່ຽວໜູໃຫ້ປະຕິບັດດັ່ງນີ້:

– ຫຼີກລ່ຽງການລຸຍນໍ້າຢຽບຂີ້ຕົມ ຖ້າຈໍາເປັນຄວນໃສ່ເກີບໂບດ
– ຫຼັງລຸຍນໍ້າ ຫຼື ແຊ່ຮນໍ້າໃຫ້ທໍາຄວາມສະອາດຮ່າງກາຍໂດຍໄວ
– ກໍາຈັດໜູ ແລະ ຮັກສາ ຄວາມສະອາດເຮືອນ
– ຖ້າມີໄຂ້, ເຈັບຫົວ, ປວດເມື່ອຍໂຕ, ປວດກ້າມຊີ້ນ, ບີແຄ່ງ ຫຼື ຂາ ຫຼັງລຸຍນໍ້າລຸຍຂີ້ຕົມ ຢ່າຊື້ຢາມາກິນເອງ, ໃຫ້ຟ້າມໄປພົບແພດ ແລະ ແຈ້ງປະຫວັດສ່ຽງໃຫ້ແພດຮູ້.
[ ຂໍ້ມູນຈາກ:
ສຸຂະພາບມາກ່ອນ ]