ໄອຕະຫຼອດ ສ່ຽງຕໍ່ວັນນະໂລກປອດ, ອັກເສບປອດ ຫຼື ມະເຮັງປອດ

14 Aug 2023

ຄລິກແຊຣ໌ 0 Facebook WhatsApp

ອາການໄອທີ່ໃຜໆກໍເຄີຍເປັນ ແຕ່ຖ້າໄອຕະຫຼອດ ມັນອາດຈະບໍ່ປົກກະຕິ ໃຫ້ພວກເຮົາໝັ່ນສັງເກດຄວາມແຕກຕ່າງຂອງພະຍາດທີ່ກ່ຽວກັບອາການໄອຊໍ້າເຮື້ອ.
ການໄອສິ່ງທຳອິດທີ່ນຶກເຖິງຄົງໜີບໍ່ພົ້ນປອດ ແລະ ພະຍາດກ່ຽວກັບປອດມີຫຼາຍຊະນິດ ເຊັ່ນ: ວັນນະໂລກປອດ, ອັກເສບປອດ ທີ່ໃກ້ຄຽງກັບມະເຮັງປອດ ແລ້ວຈະຮູ້ໄດ້ແນວໃດວ່າອາການທີ່ພົບນີ້ຈະບໍ່ແມ່ນມະເຮັງປອດ.
1. ມະເຮັງປອດ ເກີດຈາກການກາຍພັນຂອງລະຫັດພັນທຸກຳຂອງຈຸລັງປອດ ບາງເທື່ອບໍ່ຮູ້ສາເຫດຊັດເຈນ ແຕ່ປັດໄຈສ່ຽງສຳຄັນຄືການສູບຢາ, ຢູ່ໃນສະພາບແວດລ້ອມທີ່ມີສານກໍ່ມະເຮັງຫຼາຍ ເຊັ່ນ ແຮ່ໃຍຫີນ, PM 2,5, ເຣດອນ ເປັນຕົ້ນ
ໂດຍມີອາການ ຄື :

– ໄອຊໍ້າເຮື້ອ ອາດມີ ຫຼື ບໍ່ມີຂີ້ສະເຫຼດ ໄອເປັນເລືອດ
– ເຈັບເອິກຕະຫຼອດເວລາ
– ຫາຍໃຈສັ້ນ ຫາຍໃຈມີສຽງຫວີດ
– ນ້ຳໜັກຫຼຸດໂດຍບໍ່ຮູ້ສາເຫດ ເປັນຕົ້ນ
2. ສ່ວນຂອງວັນນະໂລກປອດ: ເກີດຈາກການໄດ້ຮັບເຊື້ອວັນນະໂລກ ( Tuberculosis ) ສາມາດຕິດຕໍ່ກັນຜ່ານທາງອາກາດໄດ້ ໂດຍການຫາຍໃຈ ການໄອ ການຈາມ ຫຼື ຈາກໃກ້ຊິດກັບຄົນເຈັບວັນນະໂລກປອດ ເກີດຂຶ້ນໄດ້ກັບທຸກເພດທຸກໄວ ແຕ່ໄວທີ່ສ່ຽງຫຼາຍທີ່ສຸດ ຄື ໄວອາຍຸສູງ ແລະ ຜູ້ທີ່ມີພູມຄຸ້ມກັນບົກພ່ອງ.
ໂດຍມີອາການ ຄື :
– ໄອ ແລະ ມີຂີ້ສະເຫຼດ ມີເລືອດປົນ
– ໄອຕິດຕໍ່ກັນເປັນເວລາດົນ 2 ອາທິດ
– ມີໄຂ້ຊໍ້າເຮື້ອ ມີໄຂ້ໂດຍບໍ່ຮູ້ສາເຫດ
– ເຫື່ອອອກໃນເວລາກາງຄືນ
– ຜິວໜັງຈືດ ເຫຼືອງ

3. ປອດອັກເສບ: ເກີດຈາກການຕິດເຊື້ອແບັກທີເຣຍ, ໄວຣັສ, ເຊື້ອຣາ ມັກພົບໃນຜູ້ອາຍຸສູງ ຜູ້ທີ່ມີພະຍາດປະຈຳຕົວ ເຊັ່ນ ເບົາຫວານ ແລະ ຜູ້ທີ່ມີພູມຄຸ້ມກັນຕ່ຳເຮັດໃຫ້ຕິດເຊື້ອໄດ້ງ່າຍ
ໂດຍມີອາການ ຄື:
– ໄອມີຂີ້ສະເຫຼດ
– ເຈັບໜ້າເອິກ ເວລາຫາຍໃຈ ຫຼື ໄອ
– ມີໄຂ້ ເຫື່ອອອກ ໜາວສັ່ນ
– ຫາຍໃຈໄວ ຫອບ ຫາຍໃຈຍາກ
– ບາງຄັ້ງປວດຮາກ ຮາກ ຫຼື ຖອກທ້ອງຮ່ວມນຳ
ຢ່າງໃດກໍຕາມ, ຂໍ້ມູນທີ່ໄດ້ກ່າວມາເປັນພຽງອາການເບື້ອງຕົ້ນ ຜູ້ທີ່ມີລັກສະນະອາການດັ່ງນີ້ອາດບໍ່ກ່ຽວຂ້ອງກັບພະຍາດທີ່ໄດ້ກ່າວມາກໍໄດ້ ແຕ່ເມື່ອມີອາການຄວນຟ້າວໄປປຶກສາແພດຜູ້ຊ່ຽວຊານ ເພື່ອໄດ້ຮັບການກວດ ແລະ ເຮັດການປິ່ນປົວໃນຂັ້ນຕໍ່ໄປ.
[ ຂໍ້ມູນຈາກ: ສຸຂະພາບ
ມາກ່ອນ ]

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ