ຫວຽດນາມ ອາດປັບລາຄາສິນຄ້າ ແລະ ບໍລິການ

09 Aug 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວ AFP ລາຍງານວ່າ ລັດຖະບານຫວຽດນາມ ອາດປັບລາຄາສິນຄ້າ ແລະ ບໍລິການ, ຫຼັງອັດຕາເງິນເຟີ້ຢູ່ໃນລະດັບທີ່ຄວບຄຸມໄດ້ ໂດຍຄາດວ່າຈະຢູ່ໃນລະດັບ 3,2 – 3,7% ໃນປີນີ້, ຂະນະທີ່ທະນາຄານກາງຂອງຫວຽດນາມ ໄດ້ຕັ້ງເປົ້າໄວ້ວ່າ ອັດຕາເງິນເຟີ້ໃຫ້ຢູ່ລະດັບຕ່ຳກວ່າ 4,5% ໃນປີນີ້.

ທັງນີ້, ໃນເດືອນມັງກອນ – ເດືອນກໍລະກົດ 2023 ດັດສະນີລາຄາຜູ້ບໍລິໂພກຢູ່ໃນລະດັບ 3,12% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ່ວນອັດຕາເງິນເຟີ້ພື້ນຖານ ເພີ່ມຂຶ້ນ 4,65% ໂດຍດັດສະນີລາຄາຜູ້ບໍລິໂພກ ມີທ່າອ່ຽງຫຼຸດລົງ ຈາກ 4,89% ໃນເດືອນມັງກອນ, ຫຼຸດລົງມາເຫຼືອ 2% ໃນເດືອນມິຖຸນາ ແລະ 2,06% ໃນເດືອນກໍລະກົດຜ່ານມາ.

ລາຍງານລະບຸວ່າ: ລັດຖະບານຫວຽດນາມ ຍັງມີພື້ນທີ່ສຳລັບການປັບຂຶ້ນ 1,61% ໃນແຕ່ລະເດືອນ ຈົນຮອດທ້າຍປີນີ້ ເພື່ອບັນລຸເປົ້າໝາຍການຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 4,5% ໃນປີນີ້.

ທັງນີ້, ລາຄາສິນຄ້າ ແລະ ບໍລິການ ຫຼາຍລາຍການສາມາດປັບປ່ຽນຕາມແຜນໃນເວລາທີ່ເໝາະສົມໄດ້ ເພື່ອຮອງຮັບເປົ້າໝາຍເງິນເຟີ້ ແລະ ຫຼຸດແຮງກົດດັນໃນປີຕໍ່ໄປ ໂດຍລາຄາສິນຄ້າ ແລະ ບໍລິການທີ່ອາດຈະມີການປັບໄດ້ແກ່: ລາຄາໄຟຟ້າ ແລະ ນ້ຳມັນເຊື້ອໄຟເປັນຕົ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ