ຂົ້ວ ຫຼື ຜັດ ເສັ້ນສະປາເກັດຕີ້ ໃສ່ໄສ້ກອກຊີສ

07 Aug 2023

ຄລິກແຊຣ໌ 0 Facebook WhatsApp

ເສັ້ນສະປາເກັດຕີ້ ສາມາດເຮັດກິນໄດ້ຫຼາຍເມນູ ແລະ ມື້ນີ້ຄໍລຳອາຫານ ຈະພາທ່ານມາເຮັດຂົ້ວ ຫຼື ຜັດເສັ້ນສະປາເກັດຕີ້ ໃສ່ ໄສ້ກອກຊີສ ກິນເອງ ແລະ ສາມາດເຮັດເປັນເມນູໄວ້ຮັບແຂກຄົນ ຫຼື ກິນກັບໝູ່ເພື່ອນໄດ້.

ວັດຖຸດິບ: ເສັ້ນສະປາເກັດຕີ້ ປະມານເຄິ່ງຫໍ່, ຫົວຜັກທຽມ 2 ຫົວ, ໝາກເຜັດແຫ້ງ, ນໍ້າມັນພືດ, ເກືອ, ແປ້ງນົວ, ຄະນໍ, ນໍ້າຕານ, ຊັອດຫອຍ ( ບໍ່ມັກບໍ່ໃສ່ກໍໄດ້ ), ໃບບົວລະພາ, ພິກໄທດຳ, ໄສ້ກອກຊີສ.

อาจเป็นรูปภาพของ ราเมน และ พาสต้า

ຂັ້ນຕອນເຮັດ: ຄ້າງໝໍ້ຕົ້ມນໍ້າ ເພື່ອຕົ້ມເສັ້ນສະປາເກັດຕີ້ ເມື່ອນໍ້າຟົດແລ້ວຕື່ມເກືອ ແລະ ຢອດນໍ້າມັນພືດລົງເລັກໜ້ອຍ ເພື່ອບໍ່ໃຫ້ເສັ້ນຕິດກັນ, ຈາກນັ້ນກໍນຳເສັ້ນສະປາເກັດຕີ້ລົງຕົ້ມ ປະມານ 10 ນາທີ ແລ້ວມາທາວເບິ່ງ ຖ້າເສັ້ນສຸກຈະອ່ອນ ຫຼື ຢໍ້າເບິ່ງກໍໄດ້ ຈາກນັ້ນມາຖອກນໍ້າອອກ. ຕໍ່ມາປອກຫົວຜັກທຽມທຸບ, ຊອຍໝາກເຜັດແຫ້ງ ( ມັກຫຼາຍໃສ່ຫຼາຍ ), ຕັດໄສ້ກອກຊີສ ຫຼື ຈະໃສ່ເປັນອັນເລີຍກໍໄດ້, ສ້ອມໃບບົວລະພາລ້າງໃຫ້ສະອາດ.

ຈາກນັ້ນກໍນຳເກືອ, ແປ້ງນົວ, ຄະນໍ ໄປຊາວໃສ່ເສັ້ນສະປາເກັດຕີ້ກະໃຫ້ພໍດີ ແລ້ວຄ້າງໝໍ້ຂາງຂຶ້ນ ຕື່ມນໍ້າມັນລົງໄປ ເມື່ອນໍ້າມັນຮ້ອນແລ້ວໃຫ້ໃສ່ກະທຽມລົງໄປ ພ້ອມໝາກເຜັດ ຂົ້ວບຶດໜຶ່ງໃຫ້ກະທຽມຫອມຂຶ້ນມາ ແລ້ວນໍາໄສ້ກອກລົງໄປຂົ້ວ ຈາກນັ້ນກໍຕາມດ້ວຍເສັ້ນສະປາເກັດຕີ້ ພ້ອມຢິບນໍ້າຕານໃສ່ເລັກໜ້ອຍ ຄົນທຸກຢ່າງໃຫ້ເຂົ້າກັນ ຊີມລົດຊາດອີກຄັ້ງພ້ອມປຸງຕາມໃຈມັກ ແລ້ວນຳໃບບົວລະພາ ແລະ ພິກໄທດຳ ລົງໄປຄົນໃຫ້ເຂົ້າກັນ ປິດໄຟເທົ່ານີ້ທ່ານກໍໄດ້ຂົ້ວ ຫຼື ຜັດເສັ້ນສະປາເກັດຕີ້ໄວ້ກິນແລ້ວ ( ຖ້າຈະຂົ້ວໃຫ້ລູກນ້ອຍກິນ ບໍ່ຄວນໃສ່ໝາກເຜັດ ).

ໂດຍ: ນົກແຕນແວນ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ