ທະນາຄານກາງອົດສະຕຣາລີ ຍັງຮັກສາອັດຕາດອກເບ້ຍໄວ້ທີ່ 4,1%

02 Aug 2023

ຄລິກແຊຣ໌ 0 Facebook WhatsApp

ເວັບໄຊສຳນັກຂ່າວ CNBC.com ລາຍງານວ່າ: ທະນາຄານກາງອົດສະຕຣາລີ ( RBA ) ຍັງສືບຕໍ່ຮັກສາອັດຕາດອກເບ້ຍໄວ້ທີ່ 4,1% ເປັນເວລາ 2 ເດືອນ ເພື່ອຊ່ວຍເຫຼືອຜູ້ທີ່ເອົາຊັບສິນຂອງຕົນໄປຈໍານອງກັບທະນາຄານອີກຄັ້ງ ເນື່ອງຈາກ RBA ຕ້ອງການຊື້ເວລາ ເພື່ອສືບຕໍ່ປະເມີນຜົນກະທົບຂອງການປັບຂຶ້ນອັດຕາດອກເບ້ຍຄັ້ງຜ່ານມາ.

ສິ່ງດັ່ງກ່າວນີ້ ເກີດຂຶ້ນເນື່ອງຈາກອັດຕາເງິນເຟີ້ໃນອົດສະ ຕຣາລີຊະລໍຕົວລົງເຫຼືອ 6% ໃນໄຕມາດ 2 ຈາກ 7% ໃນໄຕມາດ 1 ແຕ່ກໍຍັງສູງກວ່າເປົ້າໝາຍທີ່ກຳນົດໄວ້ຂອງ RBA ທີ່ 2% ຫາ 3%.

ອັດຕາດອກເບ້ຍທີ່ສູງຂຶ້ນກຳລັງສົ່ງຜົນກະທົບໃນການສ້າງຄວາມສົມດຸນທີ່ຍືນຍົງ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງໃນລະບົບເສດຖະກິດ ແລະ ຈະຍັງສືບຕໍ່ເປັນແນວນັ້ນຕໍ່ໄປ. ດ້ວຍເຫດນີ້, ບວກກັບຄວາມບໍ່ແນ່ນອນກ່ຽວກັບທ່າອ່ຽງເສດຖະກິດ, ຄະນະກຳມະການຂອງ RBA ຈຶ່ງຕັດສິນໃຈຮັກສາອັດຕາດອກເບ້ຍອີກຄັ້ງໃນເດືອນນີ້ ເຊິ່ງຈະເຮັດໃຫ້ມີເວລາຫຼາຍພໍທີ່ຈະປະເມີນຜົນກະທົບຂອງການປັບຂຶ້ນອັດຕາດອກເບ້ຍໃນປັດຈຸບັນ ແລະ ປະເມີນທ່າອ່ຽງເສດຖະກິດຂອງປະເທດໄດ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ