ໜໍ່ໄມ້ສົ້ມເປັນອາຫານພື້ນເມືອງລາວຊະນິດໜຶ່ງ ທີ່ຄົນລາວເຮົາຮູ້ຈັກກັນດີ, ເຮັດຈາກໜໍ່ໄມ້ ເປັນວິທີໜຶ່ງທີ່ຊ່ວຍຮັກສາ ຫຼື ເກັບຮັກສາໜໍ່ໄມ້ໃຫ້ສາມາດເກັບໄດ້ດົນ, ໄວ້ກິນຕະຫຼອດປີ ຫຼື ຂ້າມປີໄດ້ ເຊິ່ງຄົນລາວເຮົາຈະມັກເອົາໜໍ່ໄມ້ສົ້ມມາເອາະ, ແກງ, ຕຳແຈ່ວໃສ່ກັບເນື້ອສັດປະເພດໃດກໍແຊບ. ມື້ນີ້ເຮົາຈະມາແນະນຳວິທີຕຳແຈ່ວໜໍ່ໄມ້ສົ້ມແບບແຊບໆ.
ວັດຖຸດິບ: ໜໍ່ໄມ້ສົ້ມ, ໝາກເຜັດດິບ, ຫົວຜັກບົ່ວ, ຫົວຜັກທຽມ, ຫອມປ້ອມ, ຜັກແພວ, ເກືອ, ນໍ້າປາ, ແປ້ງນົວ, ນໍ້າ.
ຂັ້ນຕອນການເຮັດ: ນຳໜໍ່ໄມ້ສົ້ມໄປຕົ້ມໃຫ້ຈືດ ( ຕົ້ມປະມານ 20 – 30 ນາທີ ) ນຳໄປລ້າງນໍ້າເຢັນແລ້ວຕັກຂຶ້ນມາວາງໃຫ້ສະເດັດນໍ້າ. ຈາກນັ້ນກໍລ້າງຫອມຊອຍໄວ້ ( ສາມາດໃສ່ໃບຂີງອ່ອນແທນຫອມກໍໄດ້ ) ແລ້ວກໍຈີ່ໝາກເຜັດດິບ, ຈີ່ຫົວຜັກບົ່ວ ແລະ ຫົວຜັກທຽມ.
ວິທີເຮັດ: ນໍາໝາກເຜັດທີ່ຈີ່, ຫົວຜັກບົ່ວ ແລະ ຫົວຜັກທຽມທີ່ຈີ່ສຸກແລ້ວ ມາປອກເປືອກແລ້ວນຳລົງໄປຕຳໃສ່ຄົກ ໂດຍເອົາເກືອ ແລະ ແປ້ງນົວລົງໄປຕຳປະສົມ ຕຳໃຫ້ ລະອຽດແລ້ວຈາກນັ້ນໃຫ້ນຳໜໍ່ໄມ້ສົ້ມທີ່ກຽມໄວ້ນັ້ນລົງໄປຕຳໃສ່ ຈາກນັ້ນກໍຊີມປຸງລົດຊາດ ຖ້າຈາງກໍຕື່ມນໍ້າປາລົງຈະຊ່ວຍໃຫ້ກິ່ນດີຂຶ້ນ, ຈາກນັ້ນກໍຕື່ມຫອມທີ່ຊອຍກຽມໄວ້ລົງໄປ ຖືວ່າເປັນອັນສຳເລັດ, ຕັກໃສ່ຈານພ້ອມເສີບ ຖ້າຈະໃຫ້ເຂົ້າກັນຕ້ອງມີຜັກກັບ ເຊັ່ນ: ຍອດຜັກແວ່ນ, ຜັກຄາວທອງ, ໝາກເຂືອຂື່ນ ຫຼື ໝາກເຂືອທຳມະດາກໍໄດ້.
ໂດຍ: ນົກແຕນແວນ