ທຸລະກິດການບິນ IAG ມີກຳໄລສູງສຸດເປັນປະຫວັດການ ໃນເຄິ່ງປີທໍາອິດ

0
90

ເວັບໄຊສຳນັກຂ່າວ CNN ລາຍງານເມື່ອທ້າຍອາທິດຜ່ານມາວ່າ: ກຸ່ມທຸລະກິດການບິນຂອງປະເທດກາຕາ International Airlines Group ( IAG ) ໄດ້ປະກາດຜົນກຳໄລໃນໄລຍະ 6 ເດືອນຕົ້ນປີວ່າ ມີກຳໄລສູງສຸດເປັນປະຫວັດການ, ຂະນະທີ່ບານໂລກປີ 2022 ຜ່ານມາ ໄດ້ເຮັດໃຫ້ສາຍການບິນຂອງ Qatar Airways ມີກຳໄລ 1,2 ຕື້ໂດລາ.

ທ່ານ Luis Gallego ຜູ້ບໍລິຫານສູງສຸດຂອງ IAG ໄດ້ຖະແຫຼງວ່າ: IAG ເຊິ່ງລວມເຖິງ Aer Lingus ແລະ British Airways ມີກຳໄລສູງສຸດທີ່ປະມານ 1,4 ຕື້ໂດລາໃນໄລຍະ 6 ເດືອນທໍາອິດຂອງປີ 2023 ເຊິ່ງເປັນກຳໄລສູງສຸດເປັນປະຫວັດການ, ຂະນະທີ່ກຸ່ມທຸລະກິດການບິນນີ້ ກຳລັງຕັ້ງເປົ້າທີ່ຈະກັບມາສູ່ຂີດຄວາມສາມາດກ່ອນເກີດການລະບາດຂອງໂຄວິດ – 19 ພາຍໃນໝົດປີນີ້.

ຜູ້ບໍລິຫານສູງສຸດຂອງ IAG ໄດ້ກ່າວຕື່ມວ່າ: ຄວາມຕ້ອງການຂອງລູກຄ້າຍັງສືບຕໍ່ແຂງແກ່ນໃນທົ່ວກຸ່ມຂອງພວກເຮົາ ໂດຍສະເພາະສຳລັບການເດີນທາງເພື່ອພັກຜ່ອນ ແມ່ນກວມປະມານ 80% ຂອງລາຍໄດ້ໃນໄຕມາດ 3 ທີ່ມີລູກຄ້າຈອງປີ້ເດີນທາງໄວ້ແລ້ວ.

ແຫຼ່ງຂ່າວຍັງເປີດເຜີຍວ່າ: ສາຍການບິນ Qatar Airways ໄດ້ລາຍງານຜົນກຳໄລ 1,2 ຕື້ໂດລາ ໃນປີງົບປະມານການເງິນທີ່ຜ່ານມາ ໂດຍພິຈາລະນາຜົນປະກອບການທີ່ແຂງແກ່ນໃນການແຂ່ງຂັນ FIFA World Cup 2022 ທີ່ກາຕາເປັນເຈົ້າພາບ.

ໃນເທສະການບານໂລກ 2022, ກາຕາ ໄດ້ລົງທຶນປະມານ 220.000 ລ້ານໂດລາໃນການພັດທະນາລະບົບຂົນສົ່ງ ແລະ ພັດທະນາທີ່ຢູ່ອາໄສເພື່ອຮອງຮັບຜູ້ຊົມຈາກຕ່າງປະເທດ ເຊິ່ງໃນການລາຍງານຂອງ Qatar Airways ຕະຫຼອດເທສະການ ໄດ້ດຳເນີນການໄດ້ປະມານ 140.000 ຖ້ຽວບິນ ເພື່ອນໍາຜູ້ຄົນຫຼາຍກວ່າ 1,4 ລ້ານຄົນໄປຍັງກາຕາ.

LEAVE A REPLY

Please enter your comment!
Please enter your name here