ເດືອນທີ 7 ຂອງປີ ບັນຫາເງິນກີບອ່ອນຄ່າ ຍັງສືບຕໍ່ເປັນໄພຄຸກຄາມວິຖີຊີວິດຄວາມເປັນຢູ່ຂອງປະຊາຊົນລາວ ອັນເນື່ອງຈາກລາຍຮັບທີ່ມີເທົ່າເດີມ ແຕ່ລາຍຈ່າຍພັດເພີ່ມຂຶ້ນ ແລະ ຄ່າສະເລ່ຍອັດຕາເງິນເຟີ້ ຍັງສວນທາງກັບການຄາດຄະເນເຖິງແມ່ນຈະຄ່ອຍໆປັບຫຼຸດກໍຕາມ. ຕໍ່ສະພາບດັ່ງກ່າວ ທຫລ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫຼາຍຂຶ້ນ ໃນ 6 ເດືອນທ້າຍປີ ແນໃສ່ຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດໃນສັງຄົມ ເພື່ອຊ່ວຍປະຄອງບໍ່ສ້າງແຮງກົດດັນໃຫ້ເງິນກີບອ່ອນຄ່າ.
ອີງຕາມແຫຼ່ງຂໍ້ມູນຈາກສູນສະຖິຕິແຫ່ງຊາດ ເຫັນໄດ້ວ່າ: ຄ່າສະເລ່ຍອັດຕາເງິນເຟີ້ຂອງລາວ ໃນໄລຍະ 6 ເດືອນຕົ້ນປີ 2023 ຢູ່ໃນລະດັບສູງຫຼາຍ ໂດຍເດືອນທໍາອິດຂອງປີ ອັດຕາເງິນເຟີ້ສະເລ່ຍຢູ່ທີ່ 40,3% ( ເດືອນທັນວາ 2022 ແມ່ນ 39,3% ); ເດືອນກຸມພາ 41,3%; ເດືອນມີນາ 41,0%; ເດືອນເມສາ 39,9% ມີທ່າອ່ຽງຕໍ່າລົງເລັກໜ້ອຍ ທຽບໃສ່ 3 ເດືອນຕົ້ນປີ; ເດືອນພຶດສະພາ 38,9% ປັບລົງເລັກໜ້ອຍທຽບໃສ່ 4 ເດືອນກ່ອນໜ້າ ແລະ ຫຼ້າສຸດອັດຕາເງິນເຟີ້ສະເລ່ຍເດືອນມິຖຸນາ ຢູ່ທີ່ 28,6% ໂດຍອັດຕາເງິນເຟີ້ສະເລ່ຍ 6 ເດືອນຕົ້ນປີ 2023 ຢູ່ໃນລະດັບ 38,1% ( 6 ເດືອນຕົ້ນປີ 2022 ແມ່ນ 11,4% ).
ເມື່ອເບິ່ງອັດຕາແລກປ່ຽນກີບກັບໂດລາ ( ຂໍ້ມູນຈາກເວັບໄຊ https://www.bcel.com.la/ ) ໃນເດືອນມັງກອນ 17.342 ກີບ/ໂດລາ ( 3 ມັງກອນ 2023 ) ກ່ອນຈະຄ່ອຍໆແຂງຄ່າຂຶ້ນໃນໄລຍະກາງ ຫາ ທ້າຍເດືອນ ມາຢູ່ທີ່ 16 ພັນ ກວ່າກີບ/ໂດລາ; ເດືອນກຸມພາ ຢູ່ໃນລະຫວ່າງ 16.916 ກີບ/ໂດລາ ຫາ 16.951 ກີບ/ໂດລາ; ເດືອນມີນາ 2023 ອ່ອນຄ່າລົງມາຈຸລະດັບ 17 ພັນກວ່າກີບ/ໂດລາໃນທ້າຍເດືອນ ແລະ ເດືອນເມສາ ກໍຄົງລະດັບ 17 ພັນກວ່າກີບ/ໂດລາສະຫະລັດ ( ບໍ່ຫຼຸດຈາກ 17 ພັນ).
ເດືອນພຶດສະພາ ເລີ່ມແຕ່ຕົ້ນຈົນຮອດທ້າຍເດືອນແຂງຄ່າສູງສຸດ 17.446 ກີບ ແລະ ອ່ອນຄ່າສຸດທີ່ 17.849 ກີບ/ໂດລາ. ສໍາລັບເດືອນມິຖຸນາ ວັນທີ 1 ຢູ່ທີ່ 18.028 ກີບ/ໂດລາ ແລະ 18.494 ກີບ/ໂດລາ ( ວັນທີ 19 ມິຖຸນາ ); ສ່ວນເດືອນກໍລະກົດ ພາຍໃນ 14 ມື້ອັດຕາແລກປ່ຽນເລີ່ມທີ່ 19.144 ກີບ/ໂດລາ ໃນວັນທີ 3 ກໍລະກົດ, 19.244 ກີບ/ໂດລາ ໃນວັນທີ 6 ກໍລະກົດ ກ່ອນທີ່ຈະແຂງຄ່າຂຶ້ນມາຢູ່ທີ່ 19.205 ກີບ/ໂດລາ ໃນວັນທີ 14 ກໍລະກົດ 2023.
ກ່ອນໜ້ານີ້ ອົງການກອງທຶນສາກົນ ໄດ້ຄາດຄະເນວ່າ: ໂດຍລວມອັດຕາເງິນເຟີ້ຈະຕໍ່າລົງເມື່ອທຽບປີ 2022 ໃນນັ້ນ, ຄາດວ່າປະເທດມະຫາອໍານາດຈະມີເງິນເຟີ້ຫຼຸດລົງຈາກ 7,2% ໃນປີ 2022 ມາເປັນ 4,4% ໃນປີ 2023; ຂົງເຂດອາຊີຄາດວ່າຈະຫຼຸດລົງຈາກລະດັບ 4,1% ໃນປີ 2022 ເປັນ 3,6% ໃນປີ 2023.
ສໍາລັບ ສປປ ລາວ ກອງທຶນການເງິນສາກົນ ຄາດວ່າ: ເງິນເຟີ້ຈະຫຼຸດລົງຈາກລະດັບ 15% ໃນປີ 2022 ມາເປັນ 9% ໃນປີ 2023, ທະນາຄານໂລກຄາດວ່າຈະຫຼຸດຈາກ 19% ມາເປັນ 7,2% ແລະ ທະນາຄານພັດທະນາອາຊີ ຄາດວ່າເງິນເຟີ້ ສປປ ລາວ ຈະຫຼຸດລົງຈາກ 15% ໃນປີ 2022 ມາເປັນ 4,5% ໃນປີ 2023.
ຂະນະທີ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດໍາເນີນລະຫວ່າງວັນທີ 26 ມິຖຸນາ ຫາ 18 ກໍລະກົດ 2023 ກໍໄດ້ນໍາເອົາຫົວຂໍ້ແຜນພັດທະນາເສດຖະກິດ -ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ພ້ອມດ້ວຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ມາເປັນປະເດັນແລກປ່ຽນທີ່ປະຊຸມ.
ຂະນະທີ່ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ( ທຫລ ) ໄດ້ລາຍງານຕໍ່ກອງປະສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023 ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ. ໃນນັ້ນ, ທິດທາງ ແລະ ມາດຕະການແຜນເງິນຕາ ທ່ານໄດ້ກ່າວວ່າ: ທະນາຄານ ແຫ່ງ ສປປ ລາວ ຕີລາຄາ ສະພາບເສດຖະກິດ – ການເງິນສາກົນ ຈະຍັງສືບຕໍ່ຜັນແປຢ່າງສັບສົນ, ອັດຕາເງິນເຟີ້ຍັງຈະຢູ່ໃນລະດັບສູງ.
ສໍາລັບສະພາບເສດຖະກິດພາຍໃນກໍຍັງປະເຊີນກັບຄວາມບໍ່ສົມດຸນລະຫວ່າງຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດ ເຊິ່ງຈະເປັນຜົນເຮັດໃຫ້ອັດຕາແລກປ່ຽນສືບຕໍ່ມີຄວາມອ່ອນໄຫວ ແລະ ກາຍເປັນສິ່ງທ້າທາຍຕໍ່ຄວາມອາດສາມາດ ໃນການບັນລຸໄດ້ຄາດໝາຍອັດຕາເງິນເຟີ້ຕາມມະຕິສະພາແຫ່ງຊາດຮັບຮອງ 9%.
ຕໍ່ກັບທິດທາງຕໍ່ໜ້າ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ລາຍງານວ່າ: ການບັນລຸໄດ້ບັນດາຄາດໝາຍແຜນເງິນຕາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນມະຕິສະພາແຫ່ງຊາດນັ້ນ ມີຄວາມທ້າທາຍສູງ ແຕ່ເຖິງຢ່າງໃດກໍຕາມ ທະນາຄານຈະຖືເອົາການຮັກສາສະຖຽນລະພາບທາງດ້ານເງິນຕາເປັນກົກ ດ້ວຍການດໍາເນີນນະໂຍບາຍເງິນຕາໃນທາງທີ່ຮັດກຸມຫຼາຍຂຶ້ນ ໂດຍຈະເພີ່ມທະວີການສົມທົບກັບຂະແໜງການກ່ຽວຂ້ອງຫຼາຍຂຶ້ນ.
ພ້ອມດຽວກັນນັ້ນ, ມາດຕະການ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ດ້ານການດໍາເນີນນະໂຍບາຍເງິນຕາ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫຼາຍຂຶ້ນ ແນໃສ່ຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດໃນສັງຄົມ ເພື່ອຊ່ວຍປະຄອງບໍ່ສ້າງແຮງກົດດັນໃຫ້ເງິນກີບອ່ອນຄ່າ.
ດ້ານສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໃຫ້ບັນລຸຕາມແຜນດ້ວຍການຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກໍານົດໃຫ້ເຂັ້ມງວດ ໂດຍສະເພາະໃຫ້ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ – ສັງຄົມໃນປະຈຸບັນ ເປັນຕົ້ນ: ແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າ.