ເປີດຕະຫຼາດນັດອາຫານ ເກົາຫຼີ ຈາກເມືອງວັນໂດ (WANDO) ທີ່ KOKKOK MART

17 Jul 2023

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 16 ກໍລະກົດ 2023 ທີ່ ກ໋ອກກ໋ອກ ມາກ (KOKKOK MART) ໄດ້ຈັດງານຕະຫຼາດນັດອາຫານເກົາຫຼີ ຈາກເມືອງວັນໂດ (WANDO) ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ Shin Woochul ເຈົ້າເມືອງໆວັນໂດ (Mr. Shin Woochul , Mayor of Wando City), ທ່ານ ເຊ ຢັງ ໂອ ປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ທ່ານ ນາງ ຖາວອນ ວົງສົມບັດ ປະທານຜູ້ບໍລິຫານກຸ່ມບໍລິສັດໂຄລາວ, ທ່ານ Kim Pilseong ຜູ້ອຳນວຍການໃຫຍ່ອົງການໂຄຕຣາ ວຽງຈັນ (Director of Kotra), ທ່ານ ນາງ ຈັນເພັງ ວົງສົມບັດ ອຳນວຍການທະນາຄານອິນໂດໄຊນາ, ທ່ານ ນາງ Prapavadee Kuwasarn CEO of KOKOKOK M Megamart, ພ້ອມມີມີສແກນລາວ 2023 ແລະ ມີສເຕີ້ ຢູນີເວີສລາວ ແລະ ແຂກເຂົ້າຮ່ວມ.

May be an image of 6 people, dais and text
ທ່ານ ເຊ ຢັງ ໂອ ປະທານໃຫຍ່ ກຸ່ມບໍລິສັດໂຄລາວ ກ່າວວ່າ: ຂ້າພະເຈົ້າໄດ້ໄປຢ້ຽມຢາມເມືອງ Wando ມາແລ້ວໃນເດືອນທີ່ຜ່ານມາ ແລະ ຮູ້ສຶກເຖິງຄວາມງາມ ແລະ ການພັດທະນາຢ່າງມີປະສິດທິພາບ, ພ້ອມມີໝູ່ເກາະທີ່ມີທະເລທີ່ສະອາດ ປະກອບດ້ວຍ 265 ເກາະ, ມີອາກາດທີ່ສົດຊື່ນດ້ວຍຄ່າອົກຊີເຈນສູງເຖິງ 50 ເທົ່າ ແລະ ຄ່າໄອອອນເປັນລົບທຽບກັບອັດຕາໃນຕົວເມືອງທົ່ວໄປ ແລະ ຂະບວນການຜະລິດກໍ່ເປັນມິດຕໍ່ສິ່ງແວດລ້ອມ.

May be an image of 1 person and text
ສຳລັບປະເທດລາວຕັ້ງຢູ່ໃຈກາງແຫຼມອິນດູຈີນ ທີ່ບໍ່ມີຊາຍແດນຕິດກັບທະເລ ເຮັດໃຫ້ອາຫານທະເລມີຫາຍາກ ແລະ ມູນຄ່າສູງ. ອາຫານທະເລທີ່ມາຈາກປະເທດທີ່ມີ 4 ລະດູ ຈະມີລົດຊາດດີ ແລະ ດີຕໍ່ສຸຂະພາບຫລາຍກວ່າອາຫານທະເລທີ່ມາຈາກປະເທດ 2,3 ລະດູ. ຂ້າພະເຈົ້າຄິດວ່ານີ້ເປັນໂອກາດທີ່ດີທີ່ທາງ KOKKOK-Mart ໄດ້ຮ່ວມມືກັບເມືອງ Wando ນໍາສະເໜີອາຫານທະເລທີ່ດີທີ່ສຸດຂອງ ສ ເກົາຫຼີ ແລະ ອາຫານເພື່ອສຸຂະພາບ ພ້ອມທັງລົດຊາດທີ່ດີໃຫ້ກັບປະຊາຊົນລາວໄດ້ລອງຊີມ.

May be an image of 1 person and text
ອາຍຸໄຂ ແລະ ສຸຂະພາບຂອງມະນຸດເຮົາແມ່ນຂຶ້ນກັບອາຫານທີ່ເຮົາກິນ. ດັ່ງນັ້ນ, ຈຶ່ງມີຄໍາເວົ້າທີ່ວ່າ “ຢາທີ່ດີທີ່ສຸດແມ່ນການເລືອກກິນອາຫານທີ່ດີທີ່ສຸດ” ຫອຍເປົ້າຮື້ຂອງ Wando ຈາກ ສ ເກົາຫຼີ ເປັນຫນຶ່ງໃນເມນູຫຼັກຂອງລາຍການເຮັດອາຫານໃນມື້ນີ້, ບໍ່ພຽງແຕ່ມີລົດຊາດທີ່ແຊບ,ແຕ່ຍັງເສີມພູມຕ້ານທານ, ຊະລໍໄວ, ຟື້ນຟູຄວາມເມື່ອຍລ້າ, ລ້າງຜິດ, ຕ້ານມະເຮັງ ແລະ ແຄລໍລີຕໍ່າ ເຊິ່ງແຕກຕ່າງຈາກສິນຄ້າທີ່ນຳເຂົ້າຈາກປະເທດອື່ນ, ສະນັ້ນ ຂ້າພະເຈົ້າຈຶ່ງເລືອກກິນຫອຍເປົ້າຮື້ ແລະ ອາຫານທະເລຂອງ Wando ທຸກມື້. ສິນຄ້າຂອງ Wando ໄດ້ຖືກກວດສອບຄຸນນະພາບ, ປະສິດທິພາບ ແລະ ຈຳໜ່າຍໃນ ສ. ເກົາຫຼີ ກວມຕະຫຼາດເຖິງ 80% ແລະ ສົ່ງອອກໄປທົ່ວໂລກລວມທັງສະຫະລັດອາເມລິກາ ແລະ ເອີຣົບ.

May be an image of 6 people and text
ໃນອະນາຄົດ, ພວກເຮົາຮັບປະກັນວ່າ ຈະເປັນຜູ້ສະໜອງສິນຄ້າຈາກເມືອງ Wando ໃຫ້ປະຊາຊົນລາວສາມາດຊົມໃຊ້ ແລະ ບໍລິໂພກຜະລິດຕະພັນທີ່ດີໄດ້ຢ່າງຕໍ່ເນື່ອງ. ໂດຍພວກເຮົາຈະເລີ່ມຕົ້ນຈາກ Mega Mart (KOKKOK-Mart) ແຫ່ງນີ້ ເພື່ອຂະຫຍາຍເປັນສູນການຄ້າຂະຫນາດໃຫຍ່ ຂະໜາດ 70.000 ຕາແມັດ ໂດຍມີເປົ້າຫມາຍທີ່ຈະກາຍເປັນ “ໂອເອຊີໃນຕົວເມືອງ” ທີ່ໃຜໆກໍ່ສາມາດມາຫຼີ້ນ ແລະ ພັກຜ່ອນໄດ້ອີກ 10 ແຫ່ງ ແລະ ຮ້ານ mini marts ອີກ 2.000 ສາຂາໃນຂອບເຂດທົ່ວປະເທດ ເພື່ອປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ມີຄວາມສະດວກສະບາຍຍິ່ງຂື້ນ.

May be an image of 5 people
ທ່ານ Shin Woochul ເຈົ້າເມືອງໆວັນໂດ (Wando City) ກ່າວບາງຕອນວ່າ: ນີ້ຖືວ່າເປັນຄັ້ງທີ 3 ທີ່ເຮົາໄດ້ມີການສົ່ງເສີມອາຫານທະເລຂອງເມືອງວັນໂດຢູ່ລາວ ແລະ ຂໍຂອບໃຈ ທ່ານ ເຊ ຢັງ ໂອ ປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ທາງອຳນວຍການ ແລະ ທີມງານ KOKKOK-Mart ທີ່ຊ່ວຍສະໜັບສະໜູນອາຫານທະເລຂອງເມືອງວັນໂດ. ເຊິ່ງເມືອງວັນໂດ ມາເກາະ 265 ເກາະ ເໝາະແກ່ການເປັນແຫຼ່ງກຳເນີດ ຫຼໍ່ລ້ຽງຂອງສາຫຼ່າຍ ແລະ ປາ ທີ່ຈະຊ່ວຍຮັກສານໍ້າທະເລໃຫ້ສະອາດ, ອາຫານມີໂພສະນາການສູງ. ນອກຈາກສາຫຼ່າຍແລ້ວ ຍັງມີຫອຍເປົາຮື້ ທີ່ເປັນສິນຄ້າຂຶ້ນຊື່ຂອງເມືອງວັນໂດ ແລະ ສະໜອງໃຫ້ຕະຫຼາດເກົາຫຼີ ກວມເອົາ 70%.

May be an image of 1 person and text

ທ່ານ Kim Pilseong ຜູ້ອຳນວຍການໃຫຍ່ອົງການໂຄຕຣາ ວຽງຈັນ Director of Kotra ກ່າວວ່າ: Kotra ເປັນພາກສ່ວນສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳລາວ ແລະ ໄລຍະຜ່ານມາກໍໄດ້ມີການສົ່ງເສີມການຄ້າຂອງເມືອງຕ່າງໆຢູ່ໃນລາວ ໃນນັ້ນ ມີເມືອງວັນໂດ ທີ່ເປັນໜຶ່ງໃນເມືອງທີ່ພວກເຮົາສົ່ງເສີມ ເນື່ອງຈາກວ່າເມືອງວັນໂດ ເປັນເມືອງທີ່ມີທ່າແຮງໃນແຫຼ່ງການຜະລິດສາຫຼ່າຍ ແລະ ຫອຍເປົາຮື້ ທີ່ຂຶ້ນຊື່ຢູ່ໃນ ສ ເກົາຫຼີ ແລະ ຫວັງວ່າສິນຄ້າຈາກເມືອງວັນໂດຈະສາມາດຕອບສະໜອງໃຫ້ແກ່ຜູ້ບໍລິໂພກໃນລາວໄດ້ດີໃນຕໍ່ໜ້າ.
ທ່ານໃດສົນໃຈສິນຄ້າ ຈາກເມືອງວັນໂດ ສ ເຫຼົາຫຼີ ສາມາດມາແວ່ຊື້ໄດ້ທີ່ KOKKOK-Mart ສູນລວມສິນຄ້າອຸປະໂພກ-ບໍລິໂພກ ທີ່ຄົບຊຸດ ຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ