ລັດຖະມົນຕີ ອຄ ຮ່ວມກອງປະຊຸມປະຊາສໍາພັນການລົງທຶນ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນ

17 Jul 2023

ຄລິກແຊຣ໌ 0 Facebook WhatsApp

 

ໃນວັນທີ 3 – 6 ກໍລະກົດ 2023 “ ກອງປະຊຸມປະຊາສໍາພັນການລົງທຶນ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນຢູ່ນິຄົມອຸດສາຫະກໍາອັດສະລິຍະ ອາຊີ – ໂປຕາສ ສາກົນ ແຂວງຄໍາມ່ວນ ສປປ ລາວ ” ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ນະຄອນກວາງໂຈວ ສປ ຈີນ ເຊິ່ງເປັນເຈົ້າພາບໂດຍກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອໍານາດການປົກຄອງແຂວງຄໍາມ່ວນ ແຫ່ງ ສປປ ລາວ.

ທີ່ປະຊຸມມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ); ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ; ທ່ານ Guo Baichun ປະທານບໍລິສັດ ອາຊີ – ໂປຕາສ ສາກົນ ຈໍາກັດ ພ້ອມດ້ວຍກຸ່ມຜູ້ບໍລິຫານລະດັບສູງໄດ້ລົງເລິກປຶກສາຫາລືກ່ຽວກັບການລົງທຶນ ແລະ ການພັດທະນາເສດຖະກິດ ໂດຍສະເພາະແມ່ນການພັດທະນາອຸດສາຫະກໍາຢູ່ປະເທດລາວ.


ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມດຶງດູດການລົງທຶນໃນຂະແໜງອຸດສາຫະກຳຂະໜາດໃຫຍ່ຄັ້ງທໍາອິດ ທີ່ລັດຖະບານລາວຈັດຂຶ້ນຢູ່ຕ່າງປະເທດ ເຊິ່ງແຕກຕ່າງຈາກກອງປະຊຸມປະຊາສໍາພັນການລົງທຶນກໍ່ສ້າງພື້ນຖານໂຄງລ່າງທີ່ລັດຖະບານລາວຈັດຂຶ້ນໃນຄັ້ງກ່ອນ ໂດຍແບ່ງອອກເປັນ 3 ວາລະ ຄື: ປະຊຸມເຈລະຈາລະດັບສູງລະຫວ່າງລັດຖະບານ ແລະ ວິສາຫະກິດ; ປຶກສາຫາລືປະຊາສຳພັນການລົງທຶນຂອງ ບໍລິສັດ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນ.

ກອງປະຊຸມຮັບຜົນສຳເລັດຢ່າງສູງ, ໄດ້ມີການລົງນາມ 10 ໂຄງການ ລວມມູນຄ່າການລົງທຶນ 835 ລ້ານໂດລາ ຫຼື ທຽບເທົ່າ 15.100 ຕື້ກີບ. ໃນນັ້ນ, ມີບັນດາໂຄງການທີ່ກ່ຽວຂ້ອງກັບຕ່ອງໂສ້ອຸດສາຫະກຳ ເຊັ່ນ: ໂຄງການ ຄລໍ – ອັນຄາໄລ ( chlor – alkali ), ໂຄງການປຸງແຕ່ງ ໂບຣມິນ, ແບດເຕີຣີກະແສວາເນດຽມ/ສັງກະສີ – ໂບຣມິນ Vanadium/zinc – bromine ແລະ ໂຄງການອຸດສາຫະກໍາທີ່ພົ້ນເດັ່ນ ເຊັ່ນ: ວິທະຍາສາດຊີວະພາບວິທະຍາ ແລະ ການຜະລິດອັດສະລິຍະ ເຊິ່ງຄາດວ່າເມື່ອບັນດາໂຄງການທັງໝົດສຳເລັດ ລວມຍອດມູນຄ່າຜົນຜະລິດຈະສູງເກີນ 2 ຕື້ໂດລາ ຫຼື ທຽບເທົ່າ 36.200 ຕື້ກີບ.

ທ່ານ Guo Baichun ກ່າວວ່າ: ຄວາມຫຍຸ້ງຍາກດ້ານເສດຖະກິດທີ່ ສປປ ລາວ ກຳລັງປະເຊີນໃນປັດຈຸບັນເປັນພຽງຊົ່ວຄາວເທົ່ານັ້ນ, ການພັດທະນາເປັນວິທີທາງແກ້ໄຂທີ່ດີທີ່ສຸດ, ພຽງແຕ່ຕ້ອງຮັກສານະໂຍບາຍເປີດປະຕູສູ່ພາຍນອກຢ່າງມີສະຖຽນລະພາບ, ຂໍ້ໄດ້ປຽບຂອງປະເທດລາວ ຈະດຶງດູດການລົງທຶນນັບມື້ຫຼາຍ ແລະ ບໍລິສັດ ອາຊີ – ໂປຕາສ ສາກົນ ມີຄວາມຍິນດີໃນການຮ່ວມມືຊ່ວຍເຫຼືອເຕັມທີ່.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດຢູ່ລາວໃນປັດຈຸບັນ; ຕ້ອງພັດທະນາເສດຖະກິດ ແລະ ເຮັດໃຫ້ເສດຖະກິດມີການແຂ່ງຂັນໄດ້. ຂ້າພະເຈົ້າສະໜັບສະໜູນແນວຄິດທີ່ວ່າ: “ ບໍ່ມີກະສິກຳ ບໍ່ມີສະຖຽນລະພາບ, ບໍ່ມີອຸດສາຫະກຳ ບໍ່ມີຄວາມເຂັ້ມແຂງ, ບໍ່ມີການຄ້າ ບໍ່ມີ ຄວາມຮັ່ງມີ ” ຈຶ່ງຈຳເປັນຕ້ອງຊຸກຍູ້ອຸດສາຫະກຳໃຫ້ເປັນເສົາຫຼັກໃນການພັດທະນາ, ສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງທົດແທນການນໍາເຂົ້າ ແລະ ສ້າງລາຍຮັບເງິນຕາຕ່າງປະເທດໂດຍການສົ່ງອອກ. ລັດຖະບານລາວ ຈະສ້າງສະພາບແວດລ້ອມການລົງທຶນໃຫ້ຢ່າງເປີດກວ້າງ ແລະ ຮອບດ້ານ ເພື່ອດຶງດູດວິສາຫະກິດຈາກຕ່າງປະເທດເຂົ້າມາລົງທຶນໃຫ້ຫຼາຍຂຶ້ນ ແລະ ສະໜັບສະໜູນໃຫ້ການພັດທະນາວິສາຫະກິດມີຄວາມເຂັ້ມແຂງ, ຄຽງຄູ່ກັບການພັດທະນາເສດຖະກິດລາວມີຄວາມເຂັ້ມແຂງ.

ທ່ານກ່າວອີກວ່າ: ເຖິງວ່າປັດຈຸບັນເສດຖະກິດໂລກຈະຕົກຢູ່ໃນສະພາບຖົດຖອຍ ແຕ່ອັດຕາການເຕີບໂຕເສດຖະກິດຂອງລາວ ຍັງຢູ່ທີ່ 4,8%. ພາຍໃຕ້ຂໍ້ລິເລີ່ມ “ ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ແລະ ຂອບການຮ່ວມມື “ ແມ່ນ້ຳລ້ານຊ້າງ – ແມ່ນ້ຳຂອງ “, ການນໍາຂອງສອງປະເທດ ເອົາໃຈໃສ່ຢ່າງຕັ້ງໜ້າ ຮ່ວມກັນປັບປຸງກົນໄກການຮ່ວມມືຮອບດ້ານ, ສະໜັບສະໜູນນັກລົງທຶນຈີນເຂົ້າມາລົງທຶນໃນຂົງເຂດຕ່າງໆ ເປັນຕົ້ນ: ບໍ່ແຮ່, ອຸດສາຫະກໍາ, ກະສິກໍາ, ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ; ຫວັງວ່າໂດຍຜ່ານເວທີນິຄົມອຸດສາຫະກໍາອັດສະລິຍະ ອາຊີ – ໂປຕາສ ສາກົນນີ້ ຈະສາມາດດຶງດູດນັກລົງທຶນໄດ້ຫຼາຍຂຶ້ນ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ ໄດ້ແນະນໍາກ່ຽວກັບທ່າແຮງຂອງແຂວງຄໍາມ່ວນ ໂດຍມີ 3 ທ່າແຮງຫຼັກ ຄື: ພະລັງງານ – ບໍ່ແຮ່, ກະສິ ກໍາ – ປ່າໄມ້ ແລະ ການບໍລິການທ່ອງທ່ຽວ. ທ່ານກ່າວວ່າ: ບໍລິສັດ ອາຊີ – ໂປຕາສ ສາກົນ ເປັນບໍລິສັດ ທີ່ມີການພັດທະນາຢ່າງວ່ອງໄວ ແລະ ມີຄຸນນະພາບ ເຊິ່ງກວມເອົາອັດຕາສ່ວນການລົງທຶນຕ່າງປະເທດຫຼາຍທີ່ສຸດຢູ່ແຂວງຄຳມ່ວນ, ເຂດນິຄົມອຸດສາຫະກຳອາຊີ – ໂປຕາສ ສາກົນ ມີທ່າອ່ຽງການພັດທະນາຢ່າງ ກວ້າງໄກ.

ເວລາ 17:00 ໂມງວັນດຽວກັນ, ກອງປະຊຸມປະຊາສໍາພັນການລົງທຶນ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນຢູ່ນິຄົມອຸດສາຫະກໍາອັດສະລິຍະ ອາຊີ – ໂປຕາສ ສາກົນ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ອຄ; ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ; ທ່ານໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ – ຈີນ; ທ່ານ ສົມຈິດ ອິນທະມິດ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ທ່ານ Guo Baichun ປະທານ ບໍລິສັດ ອາຊີ – ໂປຕາສ ສາກົນ ຈໍາກັດ; ທ່ານ Chen Jing ຮອງເຈົ້ານະຄອນ ຮ່ວຍຮວາ ສປ ຈີນ; ທ່ານ Wang Xiaokang ປະທານສະມາຄົມອຸດສາຫະກໍາປະຢັດພະລັງງານ ແລະ ການຜະລິດສະອາດ ສປ ຈີນ ແລະ ທ່ານ Wang Xiaofeng ປະທານສະມາຄົມເກືອອະນົງຄະທາດ ສປ ຈີນ.

ທ່ານ ວັນໄຊ ພອງສະຫວັນ ກ່າວອີກວ່າ: ແຂວງຄໍາມ່ວນ ຈະອີງໃສ່ 3 ທ່າແຮງ ໂດຍຖືເອົານິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ – ໂປຕາສ ສາກົນ ເປັນໃຈກາງພັດທະນາ, ປັບປຸງການເຊື່ອມໂຍງບັນດາວິສາຫະກິດຈີນທີ່ມີຄຸນນະພາບ, ບົນພື້ນຖານການເຄົາລົບຂໍ້ກໍານົດກົດໝາຍ ແລະ ລະບຽບການຂອງລາວ, ຊຸກຍູ້ການລົງທຶນທີ່ອໍານວຍຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ, ສ້າງສະພາບແວດລ້ອມການລົງທຶນທີ່ປອດໄພ ແລະ ເຊື່ອໝັ້ນໄດ້, ຍິນດີຕ້ອນຮັບບັນດາວິສາຫະກິດລົງທຶນເຂົ້າມາຮ່ວມກັນພັດທະນາ ແລະ ເສີມຂະຫຍາຍຕະຫຼາດຢູ່ແຂວງຄໍາມ່ວນ, ສືບຕໍ່ສ້າງຕ່ອງໂສ້ອຸດສາຫະກໍາຂະໜາດໃຫຍ່ ແລະ ເຂັ້ມແຂງ, ສ້າງຕົວແບບການຮ່ວມມືເສດຖະກິດ ລາວ – ຈີນ.

ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ – ໂປຕາສ ສາກົນ ແບ່ງເປັນ 3 ພາກສ່ວນໃຫຍ່ ຄື: ເຂດອຸດສາຫະກໍາຝຸ່ນໂປຕາສ, ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີ – ໂປຕາສ ເຊິ່ງກວມເນື້ອທີ່ດິນທັງໝົດ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດຈະບັນລຸເຖິງ 4,31 ຕື້ໂດລາ. ປັດຈຸບັນຍັງຢູ່ໃນໄລຍະສົ່ງເສີມ ແລະ ດຶງດູດການລົງທຶນ, ຄາດຄະເນທ້າຍປີ 2026 ຈະສໍາເລັດວຽກງານກໍ່ສ້າງໂຄງການໄລຍະກາງ ເຊິ່ງລວມມີການກໍ່ສ້າງເຂດອຸດສາຫະກໍາເຄມີເກືອທີ່ຕິດພັນກັບຂະໜາດໂຄງການຝຸ່ນໂປຕາສ 5 ລ້ານໂຕນ; ທ້າຍປີ 2028 ຈະສໍາເລັດວຽກງານກໍ່ສ້າງໂຄງການທັງໝົດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ