ທຶນສຳຮອງເງິນຕາຕ່າງປະເທດ ປາກີສະຖານ ເພີ່ມຂຶ້ນ 2 ຕື້ໂດລາ

14 Jul 2023

ຄລິກແຊຣ໌ 0 Facebook WhatsApp

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ທຶນສຳຮອງເງິນຕາຕ່າງປະເທດຂອງ ປາກີສະຖານ ໄດ້ເພີ່ມຂຶ້ນ ໂດຍອາໄສບ້ວງເງິນຝາກ 2 ຕື້ໂດລາຂອງ ຊາອຸດິດ ອາຣັບບີ ເມື່ອວັນທີ 11 ກໍລະກົດຜ່ານມາ.

ຄວາມເຄື່ອນໄຫວດັ່ງກ່າວ, ມີຂຶ້ນກ່ອນການປະຊຸມທີ່ສຳຄັນຂອງກອງທຶນການເງິນລະ ຫວ່າງປະເທດ ( IMF ) ໃນເດືອນນີ້ ເພື່ອອະນຸມັດຂໍ້ຕົກລົງໃໝ່ໃຫ້ກັບປາກີສະຖານ.

ທ່ານ ອິສຮາດ ດາ ( Ishaq Dar ) ລັດຖະມົນຕີກະຊວງການເງິນຂອງປາກີສະຖານ ກ່າວວ່າ: ເມື່ອບໍ່ດົນຜ່ານມາ, ຊາອຸດິດ ອາຣັບບີ ປະກາດວ່າຈະຝາກເງິນເພີ່ມອີກ 2 ຕື້ໂດລາໃນບັນຊີທະນາຄານແຫ່ງລັດ ຂອງປາກີສະຖານ ແລະ ຕອນນີ້ເງິນຈໍານວນນີ້ ໄດ້ຖືກໂອນເຂົ້າບັນຊີແລ້ວ ເຊິ່ງໄດ້ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງປາກີສະຖານ ເພີ່ມຂຶ້ນເປັນ 6,5 ຕື້ໂດລາ ເພີ່ມຂຶ້ນ 50% ທຽບໃສ່ຕົ້ນເດືອນກໍລະກົດ.

ກ່ອນໜ້ານີ້, IMF ໄດ້ປະກາດການບັນລຸຂໍ້ຕົກລົງສຸກເສີນສະບັບໃໝ່ ມູນຄ່າ 3 ຕື້ໂດລາ ກັບປາກີສະຖານ ພາຍຫຼັງທີ່ໄດ້ມີການເຈລະຈາກັນຢ່າງຍືດເຍື້ອມາຫຼາຍເດືອນ ເຊິ່ງຂໍ້ຕົກລົງລວມເຖິງຄໍາໝັ້ນວ່າຈະໃຫ້ການສະໜັບສະໜູນທາງການເງິນເພີ່ມຕື່ມຈາກປະເທດເພື່ອນມິດ ຫຼັງຈາກທີ່ລັດຖະບານປາກີສະຖານ ບັນລຸເງື່ອນໄຂຂັ້ນຕອນສຸດທ້າຍແລ້ວ.

ການຊ່ວຍເຫຼືອໃໝ່ນີ້, ມີໄລຍະ 9 ເດືອນ ແລະ ມີມູນຄ່າຫຼາຍກວ່າທີ່ຄາດການໄວ້ກ່ອນໜ້ານີ້ ແຕ່ຢ່າງໃດກໍຕາມ ຂໍ້ຕົກລົງດັ່ງກ່າວກໍຍັງຢູ່ໃນຂັ້ນຕອນຮັບການອະນຸມັດຈາກຜູ້ບໍລິຫານຂອງ IMF ພາຍໃນເດືອນນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ