ເວັບໄຊສຳນັກຂ່າວ BNews.vn ລາຍງານເມື່ອວັນທີ 12 ກໍລະກົດຜ່ານມາວ່າ: ບໍລິສັດ Thanh Cong Group ( TC GROUP ) ໄດ້ປະກາດຜົນການຂາຍລົດຂອງເດືອນມິຖຸນາ ປີນີ້ວ່າ ຍອດຂາຍລົດຮຸນໄດທຸກລຸ້ນລວມມີ 5.108 ຄັນ ເພີ່ມຂຶ້ນ 42,9% ທຽບໃສ່ເດືອນຜ່ານມາ.
ລາຍງານລະບຸວ່າ: 3 ອັນດັບທໍາອິດຂອງລຸ້ນລົດຮຸນໄດ ທີ່ໄດ້ຮັບຄວາມນິຍົມທີ່ສຸດໃນຫວຽດນາມ ຄື: Hyundai Accent ຍັງເປັນລຸ້ນທີ່ມີຍອດຂາຍດີທີ່ສຸດໃນເດືອນມິຖຸນາ ດ້ວຍການສົ່ງມອບລົດໃຫ້ລູກຄ້າ 1.539 ຄັນ ເພີ່ມຂຶ້ນ 67,3% ຈາກເດືອນກ່ອນໜ້ານີ້, ຂະນະທີ່ Hyundai Grand i10 ມາເປັນອັນດັບ 2 ດ້ວຍຍອດຂາຍ 712 ຄັນ ເພີ່ມຂຶ້ນ 74,9% ແລະ ຕໍ່ມາແມ່ນ Hyundai Creta ມີຍອດຂາຍ 655 ຄັນ ເພີ່ມຂຶ້ນ 31,5% ຈາກເດືອນຜ່ານມາ ຕາມລຳດັບ.
ສະຫຼຸບລວມໃນ 6 ເດືອນທຳອິດຂອງປີ 2023, ຍອດຂາຍລົດຮຸນໄດໃນ ຫວຽດນາມ ແມ່ນຢູ່ທີ່ 28.011 ຄັນ ຄິດເປັນ 62% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2022.
TC GROUP ຍັງເປີດເຜີຍວ່າ: ໃນ 6 ເດືອນທ້າຍປີນີ້, ຄາດວ່າຕະຫຼາດການຊື້ – ຂາຍລົດ ແມ່ນຈະຄຶກຄື້ນກວ່າເກົ່າ ເນື່ອງຈາກພາກລັດ ໄດ້ມີຂໍ້ຕົກລົງ ເລກທີ 41/2023/ND-CP, ໃນນີ້ໄດ້ກຳນົດນະໂຍບາຍພິເສດ ຫຼຸດຄ່າທໍານຽມຈົດທະບຽນລົດໃຫຍ່ທົ່ວໄປ ລົງ 50% ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກໍລະກົດ 2023 ເປັນຕົ້ນໄປ.