ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ( ຄອຄຂ.ສ ) ໄດ້ຈັດກອງປະຊຸມຄັ້ງປະຖົມມະລືກ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງທົ່ວປະເທດ ຂຶ້ນທີ່ໂຮງແຮມແລນມາກ. ເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຄອຄຂ.ສ; ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ), ທັງເປັນຮອງຫົວໜ້າ ແລະ ຜູ້ປະຈໍາການ ຄອຄຂ.ສ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ພະແນກ ອຄ, ພະແນກ ຍທຂ ແລະ ພ້ອມບັນດາຕາງໜ້າທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຄົບຄະນະໃນມື້ນີ້ ພວກເຮົາຈະໄດ້ຮັບຟັງການລາຍງານ, ການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃສ່ບັນດາຫົວຂໍ້ຕ່າງໆ ເປັນຕົ້ນ:
1). ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄລຍະຜ່ານມາ ແລະ ແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2023;
2). ການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ ແລະ ແບບແຜນວິທີເຮັດວຽກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ແລະ ຂັ້ນແຂວງ ຕາມດໍາລັດເລກທີ 145/ນຍ;
3). ການປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ບັນຫາ ຫຼື ຂໍ້ສະເໜີທີ່ກອງປະຊຸມຍົກຂຶ້ນ ແນໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.
ກອງປະຊຸມທີ່ປຶກສາຫາລືກັນໃນມື້ນີ້, ທາງກອງເລຂາຂອງກອງປະຊຸມ ໄດ້ກະກຽມແບບກະທັດຮັດ ແລະ ຄັດຈ້ອນບັນຫາທີ່ສໍາຄັນ ທີ່ພົວພັນກັບໝາກຜົນຂອງການເຄື່ອນໄຫວຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈຸດສຸມຂອງວຽກງານໃນຕໍ່ໜ້າ ເຊິ່ງອາດຈະຍັງບໍ່ຄົບຖ້ວນ. ດັ່ງນັ້ນ, ຂ້າພະເຈົ້າໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງປະກອບສ່ວນແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ຍົກໃຫ້ເຫັນບັນຫາ ແລະ ສະເໜີທິດທາງ, ວິທີການແກ້ໄຂ ເພື່ອເຮັດໃຫ້ການຄ້າ ແລະ ການຂົນສົ່ງມີ ຄວາມສະດວກ, ຫຼຸດຕົ້ນທຶນຂອງພາກທຸລະກິດ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ.
ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ໃນເມື່ອກ່ອນມີສອງຄະນະກໍາມະການ ຄື: ຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ກັບ ຄະນະກໍາມະການຂົນສົ່ງແຫ່ງຊາດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີດຽວກັນ ( ປີ 2018 ). ພາຍຫຼັງສອງຄະນະກໍາມະການໄດ້ຮັບການສ້າງຕັ້ງຂຶ້ນ, ທັງສອງກະຊວງ ( ກະຊວງ ອຄ ແລະ ກະຊວງ ຍທຂ ) ໄດ້ຈັດຕັ້ງ ແລະ ເຄື່ອນໄຫວວຽກງານຕາມພາລະບົດບາດໃຜລາວ ເຊິ່ງເຫັນວ່າບໍ່ທັນສະດວກ ແລະ ຄ່ອງຕົວເທົ່າທີ່ຄວນ. ດ້ວຍເຫດນີ້, ລັດຖະບານ ຈຶ່ງຕົກລົງໂຮມສອງຄະນະກໍາມະການເຂົ້າກັນເປັນຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມດຳລັດເລກທີ 145/ນຍ ລົງວັນທີ 14 ມີນາ 2023 ເພື່ອເຮັດໃຫ້ກົນໄກປະສານງານໃນການຫຼຸດຂັ້ນຂອດຕ່າງໆທີ່ເປັນສິ່ງອັດຕັນໃຫ້ແກ່ການຄ້າ ແລະ ການຂົນສົ່ງ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ.
ຄະນະກຳມະການດັ່ງກ່າວ ມີກອງເລຂາ ເຊິ່ງມີ 2 ຂັ້ນ ຄື: ຂັ້ນສູນກາງ ແມ່ນທ່ານຮອງລັດຖະມົນຕີກະຊວງ ອຄ ເປັນຫົວໜ້າຄະນະ, ຂັ້ນແຂວງ ແມ່ນທ່ານຫົວໜ້າພະແນກ ອຄ ເປັນຫົວໜ້າຄະນະ. ກອງເລຂາໄດ້ແບ່ງອອກເປັນ 2 ໜ່ວຍງານ ຄື: 1). ໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າ ມີຈຸດປະສານງານຢູ່ຂະແໜງ ອຄ ແລະ 2). ໜ່ວຍງານອໍານວຍຄວາມສະດວກທາງດ້ານການຂົນສົ່ງ ມີຈຸດປະສານງານຢູ່ຂະແໜງ ຍທຂ.
ເພື່ອເຮັດໃຫ້ວຽກງານອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ ໄປໃນລວງດຽວກັນ, ກະຊວງ ອຄ ແລະ ກະຊວງ ຍທຂ ພວມສົມທົບກັນຄົ້ນຄວ້າສ້າງແຜນຍຸດທະສາດ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ ໄລຍະ 2023 – 2027 ໂດຍຈະມີວິໄສທັດໃນການຫັນເປັນການຄ້າແບບບໍ່ນໍາໃຊ້ເຈ້ຍ ( Paperless Trade ) ຢ່າງເຕັມຮູບແບບ ເພື່ອຫຼຸດຜ່ອນເວລາ, ຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມຄວາມໂປ່ງໃສໃນການນໍາເຂົ້າ ແລະ ສົ່ງອອກ ພ້ອມທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.