ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ເຈົ້າຊາຍ ອັບດຸລອາຊິບ ບິນ ຊັລມາ ລັດຖະມົນຕີກະຊວງພະລັງງານຂອງຊາອຸດິ ອາຣັບບີ ໄດ້ກ່າວກັບສຳນັກຂ່າວ CNBC ໃນລະຫວ່າງການໄປປະຊຸມທຸລະກິດອາຣັບ – ຈີນ ເມື່ອວັນທີ 11 ມິຖຸນາຜ່ານມາວ່າ: ພວກເຮົາໄດ້ຮັບຮູ້ເຖິງຄວາມເປັນຈິງໃນປັດຈຸບັນວ່າ ຂະນະນີ້ ຈີນ ກຳລັງນໍາຢູ່ ແລະ ຈະຍັງເປັນຜູ້ນໍາຕໍ່ໄປ ເຮົາບໍ່ຈໍາເປັນຕ້ອງແຂ່ງກັບ ຈີນ ເຮົາຕ້ອງການຮ່ວມມືກັບຈີນ.
ເຈົ້າຊາຍ ກ່າວວ່າ: ຂ້າພະເຈົ້າ ມີຄວາມເຊື່ອວ່າຄວາມຕ້ອງການດ້ານນໍ້າມັນຂອງຈີນ ຍັງຄົງເພີ່ມຂຶ້ນເລື້ອຍໆ ແລະ ເປັນເລື່ອງສຳຄັນທີ່ ຊາອຸດິ ອາຣັບບີ ຈະຕ້ອງຖືເອົາໂອກາດນີ້. ທັງນີ້, ຈີນ ເປັນຜູ້ນໍາເຂົ້ານໍ້າມັນດິບລາຍໃຫຍ່ທີ່ສຸດຂອງໂລກ ແລະ ຊາອຸດິ ອາຣັບບີ ກໍເປັນຜູ້ສົ່ງອອກນໍ້າມັນໃຫ້ກັບ ຈີນ ເຊິ່ງຫຼາຍທີ່ສຸດໃນເດືອນເມສາຜ່ານມາ.
ໃນເດືອນມີນາ ຜ່ານມາ, ບໍລິສັດ ຊາອຸດິ ອາຣາມໂກ ເຊິ່ງເປັນບໍລິສັດນໍ້າມັນຂອງລັດຖະບານ ຊາອຸດິ ອາຣັບບີ ໄດ້ປະກາດຂໍ້ຕົກລົງ ກ່ຽວກັບໂຮງກັ່ນນໍ້າມັນຂະໜາດໃຫຍ່ 2 ສະບັບ ໂດຍຈະສົ່ງອອກນໍ້າມັນ 690.000 ບາເຣວຕໍ່ວັນ ໃຫ້ກັບ ບໍລິສັດ ຫຼົ່ງເຊີງ ປີໂຕຣເຄມີຄອລ ( Rongsheng Petrochemical ) ແລະ ບໍລິສັດ ເຈີ້ຈຽງ ປີໂຕຣເຄມີຄອລ ( Zhejiang Petrochemical ) ໂດຍຂໍ້ຕົກລົງດັ່ງກ່າວ ມີຂຶ້ນຫຼັງຈາກທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຢ້ຽມຢາມ ຊາອຸດິ ອາຣັບບີ ເມື່ອເດືອນທັນວາ ປີ 2022.
ເຈົ້າຊາຍ ຍັງກ່າວວ່າ: ນີ້ບໍ່ໄດ້ໝາຍຄວາມວ່າ ເຮົາຈະບໍ່ຮ່ວມມືກັບປະເທດອື່ນ; ຊາອຸດິ ອາຣັບບີ ຍັງມີບັນດາປະເທດ ແລະ ກຸ່ມປະເທດທີ່ມີຄວາມສຳພັນດ້ານການຄ້າ ເຊັ່ນ: ເອີຣົບ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມຣິກາ ແລະ ອາເມຣິກາລາຕິນ.