ອີຣັກ ຈະຈ່າຍໜີ້ຄ່າແກ໊ສ ແລະ ໄຟຟ້າ ມູນຄ່າ 2,76 ຕື້ໂດລາ ໃຫ້ ອີຣານ

12 Jun 2023

ຄລິກແຊຣ໌ 0 Facebook WhatsApp

ເວັບໄຊສຳນັກຂ່າວ vietnamplus.vn ລາຍງານວ່າ: ເມື່ອວັນທີ 10 ມິຖຸນາຜ່ານມາ, ອີຣັກ ໄດ້ຕົກລົງທີ່ຈະຈ່າຍໜີ້ຄ່າແກ໊ສ ແລະ ຄ່າໄຟຟ້າ ມູນຄ່າ 2,76 ຕື້ໂດລາ ໃຫ້ກັບ ອີຣານ ພາຍຫຼັງທີ່ໄດ້ຮັບການຍົກເວັ້ນຈາກມາດຕະການຂວ້ຳບາດຂອງສະຫະລັດອາເມຣິກາ.

ລາຍງານຂ່າວໄດ້ລະບຸວ່າ: ເມື່ອວັນທີ 8 ມິຖຸນາຜ່ານມາ, ທ່ານ Fuad Hussein ລັດຖະມົນຕີຕ່າງປະເທດຂອງອີຣັກ ໄດ້ພົບປະເຈລະຈາກັບ ທ່ານ Antony Blinken ລັດຖະມົນຕີຕ່າງປະເທດຂອງສະຫະລັດອາເມຣິກາ ໃນນອກຂອບການປະຊຸມໃນນະຄອນຫຼວງຣິຢາດ ປະເທດຊາອຸດິດ ອາຣັບບີ.

ຫຼັງຈາກນັ້ນ, ຝ່າຍສະຫະລັດອາເມຣິກາ ກໍໄດ້ຕົກລົງທີ່ຈະຍົກເວັ້ນການຂວ້ຳບາດຕໍ່ສະກຸນເງິນຕາຕ່າງປະເທດຂອງອີຣັກ ທີ່ຖືກແຊ່ແຂງ ( ອາຍັດ ) ເພື່ອໃຫ້ອີຣັກສາມາດໃຊ້ເພື່ອຊໍາລະໜີ້ ເພື່ອຊື້ພະລັງງານຂອງອີຣານ.

ຢ່າງໃດກໍຕາມ, ຫຼັງຈາກສົງຄາມ ແລະ ຄວາມຂັດແຍ່ງຫຼາຍປີ ເຮັດໃຫ້ອີຣັກ ຈາກທີ່ເຄີຍເປັນປະເທດຜູ້ສົ່ງອອກນໍ້າມັນ ແລະ ແກ໊ສທຳມະຊາດລາຍໃຫຍ່ ຕ້ອງມາເພິ່ງພາການນໍາເຂົ້າພະລັງງານຈາກ ອີຣານ ປະເທດເພື່ອນບ້ານ ເຊິ່ງສ່ວນໃຫຍ່ເປັນແກ໊ສສຳລັບຜະລິດໄຟຟ້າ.

ຂະນະດຽວກັນ, ການຂວ້ຳບາດຂອງສະຫະລັດອາເມຣິກາ ຕໍ່ຂະແໜງນໍ້າມັນ ແລະ  ແກ໊ສຂອງອີຣານ ເຮັດໃຫ້ອີຣັກ ຊໍລະໜີ້ແກ່ ອີຣານ ໄດ້ຍາກຂຶ້ນ ແລະ ນໍາໄປສູ່ການຄ້າງຊໍາລະທີ່ເພີ່ມຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ