ລາວລີກ 1 ອາທິດນີ້ແຂ່ງກັນ 4 ຄູ່ ເຂົ້າສູ່ໂຄ້ງສຸດທ້າຍແລ້ວ ເຫຼືອອີກ 4 ອາທິດສຸດທ້າຍ

60

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດນີ້ຈະເປັນການແຂ່ງຂັນອາທີ 11 ( ເຫຼືອການແຂ່ງຂັນພຽງ 4 ອາທິດສຸດທ້າຍ ) ເຊິ່ງມີການແຂ່ງຂັນ 4 ນັດເຊັ່ນເຄີຍຄື:

+ວັນເສົາ 10/06/2023
-ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບ ສະໂມສອນບານເຕະ ຊ້າງນ້ອຍ ທີ່ສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດ
-ເວລາ 16:00 ສະໂມສອນບານເຕະ ເອສະຣາ ພົບ ສະໂມສອນບານເຕະ ມາສເຕີ ເຊເວັ້ນ ທີ່ສະໜາມກີລາແຫ່ງຊາດ ຫຼັກ16
-ເວລາ 16:00 ສະໂມສອນບານເຕະ ຫຼວງພະບາງ ພົບ ສະໂມສອນບານເຕະ ຈຳປາສັກ ທີ່ສະໜາມກີລາ ແຂວງຫຼວງພະບາງ

+ວັນອາທິດ 11/06/2023
– ເວລາ 15:30 ສະໂມສອນບານເຕະ ນ້ຳທາ ພົບ ສະໂມສອນບານເຕະ ກອງທັບ ທີ່ສະໜາມກີລາ ແຂວງຫຼວງນ້ຳທາ
ສໍາລັບ ຕາຕະລາງຄະແນນລວມປັດຈຸບັນທີມນໍາເປັນຂອງ ຊ້າງນ້ອຍ ເອັຟຊີ ລົງສະໜາມ 10 ນັດຊະນະລວດມີ 30 ຄະແນນຫຍັບເຂົ້າໃກ້ແຊັມສະໄໝທີ 2, ອັນດັບ 2 ມາສເຕີ 7 ເອັຟຊີ ມີ 22 ຄະແນນ, ອັນດັບ 3 ເອສະຣາ ເອັຟຊີ ມີ 17 ຄະແນນ, ອັນດັບ 4 ກອງທັບ ເອັຟຊີ ມີ 16 ຄະແນນ, ອັນດັບ 5 ວຽງຈັນ ເອັຟຊີ ມີ 8 ຄະແນນ, ອັນດັບ 6 ຫຼວງພະບາງ ມີ 7 ຄະແນນ, ອັນດັບ 7 ນໍ້າທາ ຢູໄນເຕັດ ມີ 6 ຄະແນນ ແລະ ຈໍາປາສັກ ເອັຟຊີ ມີ 5 ຄະແນນ.