ຂໍ້ເສຍຂອງການລົງທຶນໃນຄຳ

57

ການລົງທຶນໃນຄຳ ແມ່ນເປັນທີ່ນິຍົມກັນຢ່າງຫຼວງຫຼາຍຂອງນັກລົງທຶນໃນປັດຈຸບັນ ເຊິ່ງນັກລົງທຶນທົ່ວໂລກໃຫ້ ຄວາມເຊື່ອໝັ້ນ ແລະ ລົງທຶນໃນຄຳຢ່າງຫຼວງຫຼາຍ ເພາະວ່າການລົງທຶນໃນຄຳແມ່ນມີຫຼາກຫຼາຍຮູບແບບ ແລະ ວິທີການ ຂຶ້ນກັບຄວາມຖະໜັດຂອງໃຜມັນ ເຊິ່ງວ່າການລົງທຶນໃນຄຳນັ້ນແມ່ນມີຂໍ້ດີຫຼາຍຢ່າງ ແຕ່ເຖິງຢ່າງໃດກໍຕາມເມື່ອເວົ້າເຖິງການລົງທຶນເມື່ອມີຂໍ້ດີແລ້ວ ຄຽງຄູ່ກັນນັ້ນກໍຕ້ອງມີຂໍ້ເສຍເຊັ່ນກັນ. ດັ່ງນັ້ນ, ມື້ນີ້ເຮົາຈະມາຮູ້ຈັກກັບຂໍ້ເສຍຂອງການລົງທຶນໃນຄຳວ່າມີຄືແນວໃດແດ່:

1. ລາຄາຄຳຂ້ອນຂ້າງສະຖຽນ: ລາຄາຄຳແມ່ນບໍ່ຄ່ອຍມີການປ່ຽນແປງຂຶ້ນລົງຫຼາຍ ສົ່ງຜົນໃຫ້ໂອກາດທີ່ເຮົາຈະຊອກຫາກຳໄລຈາກສ່ວນຕ່າງຂອງລາຄາຄຳໃນໄລຍະສັ້ນແມ່ນເຮັດໄດ້ຂ້ອນຂ້າງຍາກ ເຊິ່ງການລົງທຶນໃນຄຳນັ້ນຈຳເປັນຕ້ອງໃຊ້ເງິນເຢັນ ແລະ ໃຊ້ເວລາໃນການລົງທຶນພໍສົມຄວນ ຈຶ່ງຈະສາມາດສ້າງຜົນຕອບແທນຈາກການລົງທຶນໃຫ້ແກ່ຜູ້ລົງທຶນໄດ້ ( ເວັ້ນເສຍແຕ່ໃນເວລາທີ່ເກີດມີວິກິດການ ເຊັ່ນ: ສົງຄາມ ເຊິ່ງຈະເຮັດໃຫ້ລາຄາຄຳເປັບຕົວຂຶ້ນສູງຢ່າງວ່ອງໄວ ).


2. ຄຳແມ່ນເຄື່ອງມືທີ່ໃຫ້ຜົນຕອບແທນພຽງທາງດຽວ: ການລົງທຶນໃນຄຳນັ້ນ ແມ່ນສາມາດໄດ້ຜົນຕອບແທນພຽງທາງດຽວຄື ສ່ວນຕ່າງຂອງລາຄາຊື້ກັບລາຄາຂາຍ ເຊິ່ງຈະບໍ່ມີຜົນຕອບແທນການລົງທຶນໃນຮູບແບບດອກເບ້ຍຄືກັບເງິນຝາກທະນາຄານ ຫຼື ຜົນຕອບແທນໃນຮູບແບບເງິນປັນຜົນຄືກັບການຊື້ຮຸ້ນ ( ເວັ້ນເສຍແຕ່ລົງທຶນໃນຮຸ້ນຂອງບໍລິສັດເໝືອງຄຳ ).

3. ການເກັບຮັກສາຄຳໄວ້ດ້ວຍຕົວເອງ ແມ່ນມີຕົ້ນທຶນໃນການເກັບຮັກສາ: ການເກັບຮັກສາຄຳໄວ້ກັບຕົວເອງຍ່ອມຈະບໍ່ປອດໄພ ແລະ ມີໂອກາດທີ່ຈະສູນຫາຍຂ້ອນຂ້າງສູງ ເຊິ່ງການຊື້ຕູ້ເຊັບມາເພື່ອໃຊ້ໃນການເກັບຮັກສາ ຫຼື ການຝາກຄຳໄວ້ກັບສະຖານທີ່ຮັບຝາກໂດຍມີຄ່າບໍລິການ ເປັນຜົນເຮັດໃຫ້ຕົ້ນທຶນໃນການລົງທຶນເພີ່ມຂຶ້ນ ແຕ່ເຖິງຢ່າງໃດກໍຕາມ ຂໍ້ເສຍຂໍ້ນີ້ອາດຈະບໍ່ເປັນບັນຫາ ເນື່ອງຈາກປັດຈຸບັນມີຮ້ານຈຳໜ່າຍຄຳໃຫ້ບໍລິການເກັບຮັກສາຄຳທີ່ຊື້ຈາກຮ້ານໂດຍບໍ່ມີຄ່າບໍລິການ.

4. ມີຄ່າທຳນຽມໃນການຊື້ – ຂາຍຄຳແທ່ງ ແລະ ຄຳຮູບປະພັນ: ໃນການຊື້ – ຂາຍຄຳນັ້ນ ເວລາທີ່ໄປຊື້ຈາກຮ້ານຄຳຈະຖືກຄິດໄລ່ຄ່າທຳນຽມໃນຮູບແບບຄ່າບັອກ ຫຼື ຄ່າລວດລາຍຕ່າງໆ ແລ້ວແຕ່ກໍລະນີວ່າເປັນຄຳແທ່ງ ຫຼື ຄຳຮູບປະພັນ ແຕ່ເວລາໄປຂາຍຄືນໃຫ້ກັບທາງຮ້ານຈະບໍ່ມີການບວກຄ່າທຳນຽມນີ້ຄືນໃຫ້ ເທົ່າກັບວ່າເປັນການເພີ່ມຕົ້ນທຶນໃນການລົງທຶນຂອງເຮົາຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ ແຕ່ເຖິງຢ່າງໃດກໍຕາມການຊື້ຄຳແທ່ງຈາກຮ້ານຄຳຂະໜາດໃຫຍ່ກໍອາດມີຄ່າ ( ການຍົກເວັ້ນ ) ຄ່າບັອກ.

ທັງໝົດຂ້າງເທິງນີ້ແມ່ນບັນດາຂໍ້ເສຍຂອງການລົງທຶນໃນຄຳ ແຕ່ເຖິງຢ່າງໃດກໍຕາມຂໍ້ເສຍເຫຼົ່ານີ້ບໍ່ໄດ້ກວມລວມ ການລົງທຶນໃນຄຳທຸກຮູບແບບ ເພາະວ່າການລົງທຶນໃນຄຳແມ່ນມີຫຼາກຫຼາຍຮູບແບບ ເຊິ່ງແຕ່ລະຮູບແບບມີລັກສະນະພິເສດຂໍ້ດີຂໍ້ເສຍບາງອັນທີ່ແຕກຕ່າງກັນ.