ຫາລື ອໍານວຍຄວາມສະດວກ ທາງການຄ້າ ແລະ ການລົງທຶນ

134
ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ)ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສ​ປ​ປ ລາວ.
อาจเป็นรูปภาพของ 6 คน และ ข้อความ
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2023 ທີ່ໂຮງແຮມ ລາວພາຊ້າ ເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ລະ​ຫວ່າງ​ຜູ້​ໃຫ້​ທຶນ ພາຍ​ໃຕ້​ກອບ ໂຄງ​ການ​ເຊື່ອມ​ໂຍງ​ເຂົ້າ​ສາ​ກົນ​ດ້ານ​ການ​ຄ້າ (EIF) ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 100 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.
อาจเป็นรูปภาพของ 2 คน, ผู้คนกำลังอ่านหนังสือ, แท่นบรรยาย และ ข้อความ
ກອງປະຊຸມໄດ້ລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ກ່ຽວກັບການກະກຽມການເປັນປະທານ ອາຊຽນ ໃນປີ 2024, ຜົນໄດ້ຮັບຈາກທົບທວນແກ້ໄຂກົົດໝາຍສົ່ງເສີມການລົງທຶນ, ​ຜົນໄດ້ຮັບຈາກກອງປະຊຸຸມທຸລະກິດລາວຄັ້ງທີ 14 ແລະ ຜົນການສຳຫຼວດການລົງທຶນຕ່າງປະເທດ ເຊິ່ງເຮັດຮ່ວມກັນ ໂດຍສະພາການຄ້າທັງພາຍ​ໃນ ແລະ ຕ່າງປະເທດທີ່ຢູ່ໃນ ສປປ ລາວ.
ທ່ານ ມະໂນທອງ ວົງໄຊ ໄດ້ກ່າວເນັ້ນໜັກເຖິງບົດບາດທີ່ສຳຄັນຂອງບໍລິສັດເອກະຊົນໃນຂະບວນການພັດທະນາ. “ຍ້ອນຖືກຂັບເຂື່ອນໂດຍລາຍຮັບ, ບັນດາພາກທຸລະກິດຈຶ່ງໄດ້ລົງທຶນໃສ່ແນວຄິດໃໝ່ໆ ແລະ ສິ່ງອຳນວຍຄວາມສະດວກໃໝ່ໆ ທີ່ໄດ້ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ການເຕີບໂຕ ທາງເສດຖະກີດ ແລະ ຄວາມຈະເລີນກ້າວໜ້າ”.
อาจเป็นรูปภาพของ 9 คน, ผู้คนกำลังอ่านหนังสือ และ ข้อความ
ນອກຈາກນີ້ ທ່ານຍັງຜັກດັນໃຫ້ໜ່ວຍງານຂອງລັດໃຫ້ມີບົດບາດສຳຄັນໃນການກຳນົດບັນຍາກາດຂອງ ການລົງທຶນ. ທ່ານກ່າວວ່າ ລັດຖະບານ ມີອຳນາດທີ່ເດັດຂາດກວ່າຕໍ່ກົດລະບຽບຂອງພາກທຸລະກິດ, ຄວາມປອດໄພຕໍ່ສິດທິ ທາງຊັບສິນ ແລະ ພາສີອາກອນ, ການສະໜອງພື້ນຖານໂຄງລ່າງ, ການເຮັດ ວຽກຂອງການເງິນ ລວມໄປຮອດ ຕະຫຼາດແຮງງານ.
ທ່ານຍັງໄດ້ກ່າວຕື່ມວ່າ “ຍ້ອນເຫດຜົນເຫຼົ່ານີ້, ກອງປະຊຸມໃນມື້ນີ້ ຈຶ່ງມີຄວາມສຳຄັນຕໍ່ຜູ້ວາງແຜນນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ໄດ້ແລກປ່ຽນມູມມອງ ແລະ ສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບປະເດັນສຳຄັນ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນພາຍໃນປະເທດ ແລະ ສາມາດດຳເນີນການ ຕາມນະໂຍບາຍ ໃຫ້ທັນເວລາ ກ່ອນທີ່ບັນຫາບູລິມະສິດເຫຼົ່ານີ້ ຈະກາຍເປັນອຸປະສັກຖ່ວງດຶງການລົງທຶນ ແລະ ການຄ້າ”
อาจเป็นรูปภาพของ 4 คน, ผู้คนกำลังอ่านหนังสือ และ แท่นบรรยาย
ທ່ານ ນາງ ອີນາ ມາຈູລໍນີແຕ ໄດ້ກ່າວວ່າ ພາກເອກະຊົນຍັງສືບຕໍ່ປະເຊີນກັບສະພາບ ທີ່ຫຍຸ້ງຍາກ ເນື່ອງຈາກອັດຕາເງິນເຟີ້ທີ່ສູງ, ສະກຸນເງິນກີບລາວທີ່ມີມູນຄ່າຫຼຸດລົງ, ການໃຊ້ຈ່າຍ ຂອງພາກລັດທີ່ຫຼຸດລົງ ແລະ ການເຄື່ອນຍ້າຍແຮງງານ.
ໃນສະພາບເສດຖະກິດ ແລະ ການເງິນທີ່ທ້າທາຍເຊັ່ນນີ້ ເຊິ່ງບີບໃຫ້ລັດຖະບານຕ້ອງຫຼຸດຜ່ອນ ຄ່າຈ່າຍ ຂອງພາກລັດລົງ ມັນຈຶ່ງມີຄວາມຈຳເປັນຫຼາຍຂຶ້ນທີ່ຈະສົ່ງເສີມການພັດທະນາພາກເອກະຊົນ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງຈະຊ່ວຍສ້າງລາຍຮັບ, ວຽກເຮັດງານທຳ ແລະ ການສົ່ງອອກ ທີ່ຈະຊ່ວຍປະກອບສ່ວນ ບັນລຸເປົ້າໝາຍຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9
ກອງປະຊຸມໄດ້ປຶກສາຫາລືທັງໝົດ ສາມຫົວຂໍ້. ຫົວຂໍ້ທຳອິດກ່ຽວກັບ ການກະກຽມເພື່ອການກະ​ກຽມ ການເປັນເຈົ້າ​ພາບ ແລະ ປະທານອາຊຽນ ໃນປີ 2024 ນຳສະເໜີໂດຍ ທ່ານ ອິດທິລິດ ຍັງນຸວົງ, ຮອງຫົວໜ້າກົມການຄ້າຕ່າງປະເທດ.​ ຫົວຂໍ້ທີສອງ ແມ່ນການປຶກສາຫາລື ກ່ຽວກັບ ຈຸດປະສົງ, ຜົນໄດ້ຮັບທີ່ຄາດໄວ້ ແລະ ວິທີການເພື່ອປັບປຸງກົດໝາຍສົ່ງເສີມ ການລົງທຶນ ເຊິ່່ງນຳສະເໜີໂດຍ ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ, ຮອງຫົວໜ້າກົມແຜນການ ແລະ ການລົງທຶນ. ຫົວຂໍ້ຕໍ່ມາແມ່ນລາຍງານຄວາມຄືບໜ້າ ກ່ຽວກັບກອງປະຊຸຸມທຸລະກິດລາວ ໂດຍທ່ານ ທ່ານ ປອ. ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ. ຫົວຂໍ້ສຸດທ້າຍ ແມ່ນນຳສະເໜີກ່ຽວກັບຜົນການສຳຫຼວດ ຄວາມເຊືື່ອໝັ້ນ ທາງທຸລະກິດທີ່ເຮັດຮ່ວມກັນໂດຍບັນດາສະພາການຄ້າຕ່າງໆ ໃນ ສປປລາວ ໂດຍທ່ານ ເຊັງ ລີ (Mr. Sheng Lee) ຜູ້ອຳນວຍການທະນາຄານ ANZ ແລະ ປະທານສະພາການຄ້າອົດສະຕາລີ ປະຈຳ ສປປ ລາວ.