ເມືອງບົວລະພາ ເປີດນຳໃຊ້ ໂຄງການຊົນລະປະທານຕົວແບບນໍ້າກະຕະ

47

ໃນວັນທີ 7 ມິຖຸນາ 2023 ທີ່ຜ່ານມາ, ທີ່ບ້ານນາສົມບູນ ເມືອງບົວລະພາ ແຂວງຄຳມ່ວນ, ໄດ້ຈັດພິທີເປີດການນໍາໃຊ້ ໂຄງການຊົນລະປະທານຕົວແບບ ນໍ້າກະຕະ ເມືອງບົວລະພາ. ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານນາງ ຊິວ ແລງ ຈູ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳລາວ, ມີຕາງໜ້າອົງການເພື່ອການພັດທະນາຝຣັ່ງ (AFD) ໃນນາມຜູ້ສະໜັບສະໜູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

May be an image of 2 people and text

ໂຄງການ ຊົນລະປະທານ ຕົວແບບ ນໍ້າກະຕະ ເມືອງບົວລະພາ ກໍ່ແມ່ນໂຄງການໜຶ່ງ ທີ່ນອນໃນແຜນການພັດທະນາ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ຂອງແຂວງ ກໍ່ຄືສູນກາງ ເພື່ອພັດທະນາໂຄງການສຳລັບການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເຊິ່ງໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກອົງການເພື່ອການພັດທະນາຝຣັ່ງ (AFD) ໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ທ້າຍປີ 2017 ມາຮອດປີ 2023 ໂຄງການກໍ່ໄດ້ຈັດຕັ້ງປະຕິບັດສຳເລັດ ແລະ ບັນລຸຕາມຈຸດປະສົງຄາດໝາຍຂອງໂຄງການທີ່ວາງໄວ້.

No photo description available.

ເຊິ່ງໂຄງການດັ່ງກ່າວແມ່ນເປັນຊົນລະປະທານປະເພດນໍ້າໄຫຼເອງ ຫົວງານເປັນຝາຍນໍ້າລົ້ນ, ປະກອບມີ 2 ປະຕູປ່ອຍນໍ້າ ຊ້າຍ ແລະ ຂວາ, ມີຄອງຫຼັກ 2 ຄອງ ຍາວ 3.295 ແມັດ ແລະ ຄອງຍ່ອຍ 13 ຄອງ ຍາວ 5.016 ແມັດ, ສາມາດສະໜອງນໍ້າຫົດເນື້ອທີ່ທຳການຜະລິດໄດ້ 100 ກວ່າເຮັກຕາ ໃນລະດູຝົນ ແລະ ປະມານ 35 ຫາ 70 ເຮັກຕາ ໃນລະດູແລ້ງ ເຊິ່ງກວມເອົາ 3 ບ້ານຄື: ບ້ານນາສົມບູນ, ບ້ານທ່າແຮ່ ແລະ ບ້ານປ່າກ້ວຍໃຕ້ ປະກອບມີ 375 ຄອບຄົວທີ່ຈະໄດ້ຮັບຜົນປະໂຫຍດ. ມີມູນຄ່າການກໍ່ສ້າງທັງໝົດ 4,8 ລ້ານເອີໂຣ ໂດຍໃຫ້ການສະໜັບສະໜູນຈາກ ອົງການພັດທະນາ ປະເທດຝຣັ່ງ 4,5 ລ້ານເອີໂຣ, ການປະກອບສ່ວນຈາກລັດຖະບານລາວ 200.000 ເອີໂຣ ແລະ ການປະກອບສ່ວນຂອງຜູ້ໄດ້ຮັບຜົນປະໂຫຍດ 100.000 ເອີໂຣ.

May be an image of 2 people
ຂ່າວຈາກ: ຂ່າວສານຄຳມ່ວນ