ຮ້ອຍຮຽບ ສຕລ ແຕ່ງຕັ້ງ ທ່ານ ອາເຣນ່າ ກູເລຍໂມ່ ເປັນຫົວໜ້າຄູຝຶກທີມຊາດລາວ ຄົນໃໝ່

255

ຢ່າງເປັນທາງການ ເມື່ອ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະກາດຜ່ານເພຈ໌ບຸກທາງການວ່າ: ໄດ້ເຫັນດີແຕ່ງຕັ້ງທ່ານ ອາເຣນ່າ ກູເລຍໂມ່ ARENA GUGLIERMO ສັນຊາດອິຕາລີ ໃນໄວ 50 ປີໃຫ້ເປັນຫົວໜ້າຄູຝຶກທິມຊາດລາວ ຄົນໃໝ່ ກຽມນໍາທີມລຸຍ 2 ລາຍການໃຫຍ່ ໃນປີນີ້.

ສຕລ ລະບຸວ່າ: ທ່ານ ອາເຣນ່າ ກູເລຍໂມ່ ມີໃບປະກາດ UEFA Pro License ແລະ ມີຜົນງານການຄຸມທີມໃນລີກຫລາຍປະເທດຄື: ລີກໃນປະເທດບູກີນາຟາໂຊ, ເບນິນ, ສິງກະໂປ, ໂອມານ, ອານຈີເຣຍ, ສະຫະລັດອາຣັບ ອີມີເຣດ, ມາຣົກ ລວມທັງຍັງເປັນຜູ້ຊ່ວຍຄູຝຶກ Philippe Troussier ໃນ ສະໂມສອນ Hangzhou Greentown ໃນລີກ ສປ. ຈີນ.

ໃນໂອກາດດັ່ງກ່າວ ທ່ານ ອາເຣນ່າ ກູເລຍໂມ່ ໄດ້ເດີນທາງມາຮອດ ສປປ ລາວ ແລະ ຮັບການແຕ່ງຕັ້ງກໍໄດ້ໄດ້ສະແດງຄວາມດີໃຈທີ່ໄດ້ມາມີສວ່ນຮວ່ມໃນການພັດທະນາກິລາບານເຕະທິມຊາດລາວ ແລະ ຈະເຮັດຜົນງານໃຫ້ດີທີ່ສຸດ ພ້ອມຈະຮວ່ມມືກັບ ສຕລ, ຄະນະທິມງານຄູຝືກ ແລະ ນັກກິລາທິມຊາດລາວສ້າງຜົນງານໃຫ້ໄດ້ດີທີ່ສຸດ.

ແນ່ນອນວ່າພາລະກິດສໍາລັບຂອງ ທ່ານ ອາເຣນ່າ ກູເລຍໂມ່ ຈະນຳພາ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ( AFF U23 CHAMPIONSHIP 2023 ) ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ໂດຍທີມຊາດລາວ ຢູ່ ກຸ່ມຊີ ຮ່ວມກັບ ຟີລິບປິນ, ຫວຽດນາມ ແລະ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະຫວ່າງວັນທີ 06-12 ກັນຍາ 2023 ເຊິ່ງ ທີມຊາດລາວ ຢູ່ກຸ່ມ I ຮ່ວມກັບ ອົສະຕຣາລີ, ທາຈີກິສຖານ ແລະ ສປປ ເກົາຫຼີ.
ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ; ຮຽບຮຽງ: Larh Cretors