ຄັ້ງທຳອິດໃນລາວ! ກັບການເປີດໂຕບໍລິການເຊົ່າລົດຫຼູຈາກ Avis Laos

51

ໃນວັນສຸກ, ທີ 26 ພຶດສະພາ 2023 ທີ່ຜ່ານມາ, Avis Laos ຜູ້ນຳດ້ານການໃຫ້ບໍລິການເຊົ່າລົດລະດັບສາກົນ ໄດ້ເປີດໂຕຜະລິດຕະພັນໃຫມ່, ນັ້ນກໍຄື ບໍລິການເຊົ່າລົດຫຼູເປັນແຫ່ງທຳອິດໃນລາວ ແລະ ມີແຜນຈະເດີນຫນ້າສ້າງການຮັບຮູ້ເຈາະກຸ່ມລູກຄ້າທັງພາກລັດ, ພາກເອກະຊົນ ແລະ ກຸ່ມລູກຄ້າບຸກຄົນທົ່ວໄປ ຫຼັງພົບວ່າຕະຫຼາດການເຊົ່າລົດຫຼູໃນລາວມີຄວາມຕ້ອງການເພີ່ມຂື້ນຢ່າງຕໍ່ເນື່ອງ ອີງໃສ່ພຶດຕິກຳ ແລະ ການດຳເນີນຊີວິດຂອງຜູ້ຄົນໃນສັງຄົມລາວທີ່ປ່ຽນໄປ, ລວມເຖິງພາກສ່ວນເອກະຊົນທີ່ຫັນມານິຍົມເຊົ່າລົດຫຼູຫຼາຍຂື້ນ ເພື່ອພາບລັກທີ່ດີ ແລະ ຄວາມຫນ້າເຊື່ອຖືຂອງທຸລະກິດ.

ไม่มีคำอธิบาย
Mr. Joe Rumble, AVR Managing Director
ไม่มีคำอธิบาย
Mrs. Catarina Damasceno, AVR Operation Manager

Avis Laos ໃຫ້ບໍລິການເຊົ່າລົດຄົບວົງຈອນ, ມີລົດໃຫ້ເລືອກຫຼາກຫຼາຍແບບ ບໍ່ວ່າຈະເປັນລົດເກັງ ຫຼື ລົດ SUV, ລົດສະປອດ ແລະ ລວມທັງລົດຫຼູສັນຊາດອັງກິດ ຂອງແບຣນ ຈາກົວ ແລະ ແລນໂຣເວີ, ເຊິ່ງເປັນແບຣນລົດຫຼູທີ່ຫຼາຍທ່ານປາຖະຫນາ ແລະ ເປັນທີ່ນິຍົມກັນຫຼາຍໃນສັງຄົມລາວເຮົາ ບໍ່ວ່າຈະເປັນ ຕະກູນ Jaguar, ຕະກູນ Range Rover, ຕະກູນ Defender ແລະ ຕະກູນ Discovery. ໃນປັດຈຸບັນ, Avis Laos ມີຈໍານວນລົດຫຼາຍກວ່າ 200 ຄັນ, ມີລຸ້ນລົດ ແລະ ປະເພດລົດໃຫ້ເລືອກໃຊ້ບໍລິການຢ່າງຫຼາກຫຼາຍ ແລະ ຄອບຄຸມທຸກຄວາມຕ້ອງການທີ່ແຕກຕ່າງກັນຂອງລູກຄ້າ ດ້ວຍລາຄາທີ່ລູກຄ້າທຸກທ່ານສາມາດຈັບຕ້ອງໄດ້ ຕະຫຼອດເຖິງຄວາມໃສ່ໃຈໃນການໃຫ້ບໍລິການຫຼັງການເຊົ່າລົດທຸກຄັນຕະຫຼອດ 24 ຊົ່ວໂມງ ເພື່ອສົ່ງມອບຄວາມປະທັບໃຈໃຫ້ແກ່ລູກຄ້າ ໃຫ້ໄດ້ຮັບປະສົບການດ້ານບໍລິການທີ່ດີທີ່ສຸດ.

ไม่มีคำอธิบาย

ກຸ່ມລູກຄ້າທີ່ເລືອກໃຊ້ບໍລິການເຊົ່າລົດກັບ Avis Laos ນອກຈາກຈະຕອບໂຈດຄວາມຕ້ອງການດ້ານການໃຊ້ງານໄດ້ຈິງແລ້ວ ຍັງສຳຜັດໄດ້ເຖິງຄວາມຄ່ອງໂຕ ໂດຍບໍ່ຕ້ອງກັງວົນກັບຄ່າເສື່ອມສະພາບຂອງລົດ ຫຼື ຄ່າໃຊ້ຈ່າຍໃນການດູແລບຳລຸງຮັກ ແລະ ທີ່ສຳຄັນຄືການເຊົ່າລົດ, ລູກຄ້າສາມາດປ່ຽນລົດ ແລະ ລຸ້ນລົດໄດ້ຕາມທີ່ຕ້ອງການໄດ້ຕະຫຼອດ.

ການເປີດໂຕບໍລິການໃຫມ່ໃນຄັ້ງນີ້ແມ່ນປະສົບຜົນສຳເລັດດ້ວຍດີ, ບັນດາແຂກຜູ້ມີກຽດທຸກທ່ານໄດ້ໃຫ້ຄວາມສົນໃຈກັບບໍລິການໃຫມ່ ແລະ ຂໍ້ສະເຫນີສຸດພິເສດຂອງພວກເຮົາ, ທີ່ສຳຄັນທີ່ສຸດກໍຄື Avis Laos ຕອບໂຈດທຸກຄວາມຕ້ອງການດ້ານການໃຊ້ງານໄດ້ຈິງແລ້ວ ເພື່ອໃຫ້ແທດເຫມາະກັບ lifestyle ຂອງລູກຄ້າ.

ไม่มีคำอธิบาย

ສຳລັບຜູ້ທີ່ມີຄວາມສົນໃຈເຊົ່າລົດຫຼູສາມາດຕິດຕາມ: avisbudgetlaos;

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 021 223 867

ຫຼື ຖ້າທ່ານໃດທີ່ສົນໃຈຢາກເປັນເຈົ້າຂອງລົດຫຼູ, ສາມາດເຂົ້າມາສຳຜັດໂຕຈິງ ແລະ ເປັນເຈົ້າຂອງລົດຫຼູໄດ້ແລ້ວມື້ນີ້ ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ.

ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.

ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.

  • Facebook:

Jaguar Laos: jaguarlaos

Land Rover (LA): LandRoverLaos