ຊາຂັບສານພິດ ຟື້ນຟູສຸຂະພາບ

27

ເວົ້າໄດ້ວ່າ: ເປັນອີກໜຶ່ງຜະລິດຕະພັນພື້ນເມືອງທີ່ຖືກອອກແບບໃຫ້ເປັນສິນຄ້າສໍາເລັດຮູບ ອັນປ່ຽມລົ້ນດ້ານຄຸນປະໂຫຍດ; ບໍລິໂພກໄດ້ງ່າຍໆ ຊ່ວຍຟື້ນຟູສະພາບຮ່າງກາຍໃຫ້ຄືນສູ່ຄວາມເປັນປົກກະຕິຢູ່ດີມີແຮງເຂັ້ມແຂງຍືນຍາວ.

ເປັນຊາຂັບສານພິດທີ່ຜ່ານການກັ່ນຕອງ ແລະ ທົດລອງຄຸນຄ່າທາງໂພຊະນາການມາແລ້ວກ່ອນອອກວາງຈໍາໜ່າຍ ໂດຍບໍລິສັດຜູ້ຜະລິດໄດ້ພິມລະບຸສັບພະຄຸນໃນໜ້າຊອງບົ່ງບອກໃຫ້ຮູ້ໄວ້ວ່າ: ເປັນຣາຊາສະໝຸນໄພຂັບສານພິດທີ່ມີຄຸນປະໂຫຍດຂັບສານເຄມີ, ສານສິ່ງເສບຕິດ, ພິດເຫຼົ້າໃນຕັບ, ພິດພືດ – ສັດໃນອາຫານ, ອາການເບື່ອເຫັດ, ຜິດກໍາ, ເມົາຄ້າງ… ໂດຍການດື່ມເປັນປະຈໍາຈະຊ່ວຍຟື້ນຟູສະພາບຮ່າງກາຍໃຫ້ຄືນຄວາມສົມດຸນເປັນປົກກະຕິ ດ້ວຍວິທີຕົ້ມໃສ່ນໍ້າ ຫຼື ປະສົມນໍ້າອຸ່ນດື່ມແບບນໍ້າຊາ – ກາເຟ ເຊິ່ງອາດດື່ມໃນປະລິມານຫຼາຍຊອງຕໍ່ມື້ກໍບໍ່ມີຜົນຂ້າງຄຽງຕໍ່ຮ່າງກາຍ.


ຖືວ່າເປັນອີກໜຶ່ງຜະລິດຕະພັນແຫ່ງພູມປັນຍາທີ່ສືບທອດ ແລະ ຕໍ່ຍອດໃຫ້ກາຍເປັນຜະລິດຕະພັນທີ່ດີມີຄຸນຄ່າຕໍ່ຜູ້ບໍລິໂພກ ດ້ວຍການປະສົມປະສານວັດຖຸດິບໃນທໍາມະຊາດທີ່ເປັນຢາແກ້ພິດໃຫ້ກາຍເປັນສິນຄ້າສາມາດຈໍາໜ່າຍສູ່ທ້ອງຕະຫຼອດ ເພື່ອເປັນທາງເລືອກຂອງຫຼາຍໆຄົນທີ່ສົນໃຈ ຫຼື ທີ່ມີບັນຫາທາງສຸຂະພາບກ່ຽວຂ້ອງ.

ແນ່ນອນວ່າ ເຖິງຈະບໍ່ມີອາການ ຫຼື ບັນຫາທາງສຸຂະພາບກ່ຽວຂ້ອງ ແຕ່ກໍສາມາດດື່ມໄດ້ ຫຼື ຊື້ໄວ້ເຮືອນ ເພື່ອປ້ອງກັນກໍລະນີເຫດການສຸກເສີນ. ນອກຈາກນັ້ນກໍອາດຈະໃຫ້ຄົນຮູ້ຈັກຮັກແພງບ້ານໃກ້ເຮືອນຄຽງໄປດື່ມໄປໃຊ້ກໍໄດ້ເຊັ່ນກັນ.
ການເກັບຮັກສາກໍງ່າຍໆ ພຽງເກັບໄວ້ບ່ອນຮົ່ມອຸນຫະພູມປົກກະຕິ ເພາະມີສິ່ງຫຸ້ມຫໍ່ໄວ້ຢ່າງດີຢູ່ແລ້ວ ຈຶ່ງບໍ່ຫຍຸ້ງຍາກຕໍ່ການຮັກສາ ແລະ ຍັງສາມາດພົກພາໄປກິນນອກສະຖານທີ່ບ້ານເຮືອນ ຫຼື ນໍາໄປກິນທາງໄກໃນວັນເດີນທາງໄດ້ອີກດ້ວຍ.

ຜະລິດຕະພັນ ຊາຂັບສານພິດ ເລີ່ມຜະລິດ ແລະ ຈໍາໜ່າຍໃນທ້າຍປີ 2020 ເຊິ່ງເມື່ອກ່ອນມີທັງແບບຖົງ ແລະ ແບບນໍ້າບັນຈຸກວດແກ້ວ ແຕ່ເນື່ອງຈາກມີຄວາມຂາດແຄນດ້ານວັດຖຸດິບ ປັດຈຸບັນຈຶ່ງຍັງເຫຼືອແຕ່ຊາຜົງທີ່ເປັນຖົງ.
ຜະລິດ ແລະ ຈໍາໜ່າຍໂດຍ: ຫ້ອງປຸງແຕ່ງ LAOTAI HERBAL ສະຖານທີ່ຕັ້ງຢູ່ ບ້ານຫ້ວຍຢາງຄຳເໜືອ ນະຄອນປາກເຊ ແຂວງຈຳປາສັກ.