ເງິນເຟີ້ ຟີລິບປິນ ຫຼຸດລົງສູ່ລະດັບ 6,1% ໃນເດືອນພຶດສະພາ

94

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຟີລິບປິນ ( PSA ) ເປີດເຜີຍເມື່ອວັນທີ 6 ມິຖຸນານີ້ວ່າ ອັດຕາເງິນເຟີ້ຂອງຟີລິບປິນ ປັບຕົວລົງສູ່ລະດັບ 6,1% ໃນເດືອນພຶດສະພາ ຈາກລະດັບ 6,6% ໃນເດືອນເມສາ ເມື່ອທຽບເປັນລາຍປີ.

ທ່ານ ເດນິສ ມາປາ ຜູ້ອຳນວຍການຂອງ PSA ກ່າວວ່າ: ນັບເປັນເດືອນທີ 4 ຕິດຕໍ່ກັນແລ້ວ ທີ່ອັດຕາເງິນເຟີ້ທົ່ວໄປ  ( headline inflation )  ຂອງຟີລິບປິນ ຊະລໍຕົວລົງ. ອັດຕາເງິນເຟີ້ໃນເດືອນພຶດສະພາປີຜ່ານມາ ຍັງຄົງຢູ່ໃນລະດັບຕໍ່າທີ່ 5,4% ຂະນະທີ່ອັດຕາເງິນເຟີ້ສະເລ່ຍໃນໄລຍະເດືອນ 1 – 5 ປີນີ້ ຢູ່ທີ່ 7,5%.

อาจเป็นรูปภาพของ เงิน และ ข้อความ

ທ່ານ ເດນິສ ມາປາ ລະບຸວ່າ: ປັດໄຈຫຼັກທີ່ດຶງອັດຕາເງິນເຟີ້ຫຼຸດລົງໃນເດືອນພຶດສະພາປີນີ້ຄື ຕົ້ນທຶນການຂົນສົ່ງປັບຕົວຫຼຸດລົງສູ່ລະດັບ 0,5% ຈາກລະດັບ 2,6% ໃນເດືອນເມສາ. ຂະນະທີ່ລາຄາອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າປັບຕົວລົງ 7,4% ໃນເດືອນພຶດສະພາ ຈາກລະດັບ 7,9% ໃນເດືອນເມສາ ແລະ ລາຄາດ້ານການບໍລິການໃນຮ້ານອາຫານ ແລະ ທີ່ພັກອາໄສ ຊະລໍຕົວລົງສູ່ລະດັບ 8,3% ໃນເດືອນພຶດສະພາ ຈາກລະດັບ 8,6% ໃນເດືອນເມສາ.

ໃນຂະນະດຽວກັນ, ອັດຕາເງິນເຟີ້ພື້ນຖານ ( core inflation ) ເຊິ່ງບໍ່ນັບລວມລາຄາໃນໝວດອາຫານ ແລະ ພະລັງງານ ຫຼຸດລົງສູ່ລະດັບ 7,7% ໃນເດືອນພຶດສະພາ ຈາກລະດັບ 7,9% ໃນເດືອນເມສາ.

ດ້ານທະນາຄານພັດທະນາອາຊີ ( ADB ) ຄາດວ່າອັດຕາເງິນເຟີ້ຂອງຟີລິບປິນໃນປີ 2023 ໂດຍສະເລ່ຍຈະຢູ່ທີ່ 6,2% ກ່ອນຈະຊະລໍຕົວລົງສູ່ລະດັບ 4% ໃນປີ 2024.