ສາເຫດ ແລະ ວິທີແກ້ໄຂ ອາການນອນບໍ່ຫຼັບ

52

ເວລານອນຄືໄລຍະຂອງການຟື້ນຟູຮ່າງກາຍ ແຕ່ປັດຈຸບັນເວລານອນກາຍເປັນບັນຫາຂອງຫຼາຍຄົນ ນັ້ນກໍຄື ການນອນບໍ່ຫຼັບ ຫຼື ການນອນຫຼັບບໍ່ພຽງພໍ ເຊິ່ງເປັນບັນຫາສຸຂະພາບໃກ້ຕົວທີ່ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ ອັນເນື່ອງມາຈາກສາເຫດຕ່າງໆ ເຫັນໄດ້ຈາກສະພາບເສດຖະກິດປັດຈຸບັນ ເຮັດໃຫ້ພົບກັບການເຮັດວຽກທີ່ກົດດັນລວມທັງການໃຊ້ຊີວິດທີ່ຮີບດ່ວນ ເຮັດໃຫ້ຫຼາຍຄົນເກີດຄວາມກັງວົນ ມີພາວະຕຶງຄຽດ ເຊິ່ງສົ່ງຜົນໃຫ້ນອນບໍ່ຫຼັບ ຫຼື ນອນບໍ່ພຽງພໍ.
ນອກຈາກນັ້ນ, ສາເຫດຂອງການນອນບໍ່ຫຼັບກໍເກີດຈາກພຶດຕິກໍາການກິນ ແລະ ການປະພຶດຂອງເຮົາເອງເຊັ່ນ:

1. ການດື່ມເຄື່ອງດື່ມທີ່ມີຄາເຟອີນ ເຊັ່ນ: ຊາ, ກາເຟ, ນໍ້າອັດລົມ.. ແລະ ເຄື່ອງດື່ມທີ່ມີແອວກໍຮໍ ເຊັ່ນ: ເຫຼົ້າ,ເບຍ ເປັນຕົ້ນ.
2. ການຮັບປະທານອາຫານຫວານກ່ອນນອນ ນໍ້າຕານຈະກະຕຸ້ນໃຫ້ຮ່າງກາຍຮູ້ສຶກຕື່ນຕົວ ຫຼື ການຮັບປະທານທີ່ມີເກືອໂຊດ້ຽມສູງ ເຮັດໃຫ້ຄວາມດັນເລືອດເພີ່ມຂຶ້ນສົ່ງຜົນໃຫ້ຫຼັບຍາກ.
3. ການບໍລິໂພກອາຫານລົດຈັດ ແລະ ອາຫານມັນເກີນໄປໃນຕອນຄໍ່າ ຫຼື ກ່ອນນອນ ຈະສົ່ງຜົນໃຫ້ນອນຫຼັບບໍ່ສະໜິດ.
4. ສໍາລັບບາງຄົນກໍເກີດຈາກການກິນບຸບເຟ່ອີ່ມໆກໍເປັນການກະຕຸ້ນໃຫ້ນອນບໍ່ຫຼັບໄດ້ເຊັ່ນກັນ.
5. ຄວາມຕຶງຄຽດສະສົມ ແລະ ບັນຫາສຸຂະພາບຈິດ.
6. ຄວາມບໍ່ສົມດຸນຂອງຮໍໂມນໃນຮ່າງກາຍ ເຊັ່ນ: ຄໍຕີຊອລ ແລະ ເມລາໂທນິນ ລວມທັງການເຂົ້າສູ່ໄວທັງທ່ານຍິງ ແລະ ທ່ານຊາຍ.

ເມື່ອເປັນດັ່ງນັ້ນເຮົາຄວນຮຽນຮູ້ວິທີແກ້ໄຂ ແລະ ລອງປະຕິບັດຕາມດັ່ງນີ້:
1. ກໍານົດເວລາເຂົ້ານອນໃຫ້ກົງເວລາເປັນປະຈໍາທຸກມື້ ແລະ ຄວນລຸກທັນທີເມື່ອຕື່ນໃນຕອນເຊົ້າ.
2. ບໍ່ຄວນເຮັດວຽກ, ເບິ່ງຮູບເງົາ, ອ່ານໜັງສື, ຫຼິ້ນໂທລະສັບຢູ່ບ່ອນນອນ.
3. ຈັດຫ້ອງນອນໃຫ້ມືດ, ງຽບ, ມີອາກາດຖ່າຍເທສະດວກ, ປັບອຸນຫະພູມເຄື່ອງປັບອາກາດໃຫ້ເໝາະສົມກັບຄວາມຕ້ອງການ.
4. ສ້າງນິດໄສບໍ່ໃຫ້ນອນໃນຕອນກາງເວັນ ເພາະຈະເຮັດໃຫ້ຫຼັບຍາກໃນຕອນກາງຄືນ.
5. ງົດເຄື່ອງດື່ມຄາເຟອີນ ແລະ ແອວກໍຮໍໃນຕອນແລງ
6. ກ່ອນນອນໃຫ້ຫຼີກລ່ຽງການດື່ມນໍ້າຫຼາຍ ເພາະຈະເຮັດໃຫ້ລຸກໄປຫ້ອງນໍ້າດຸໃນຕອນເດິກ.
7. ອາບນໍ້າອຸ່ນກ່ອນເຂົ້ານອນ ຈະເຮັດໃຫ້ກ້າມຊີ້ນຜ່ອນຄາຍ, ຫຼັບໄດ້ງ່າຍຂຶ້ນ.

[ ຂໍ້ມູນຈາກ: Bangkok Hospital ]