ລົງນາມເປັນຕົວແທນຈຳໜ່າຍລົດ BYD ລະຫວ່າງ ບໍລິສັດ MOK Co., Ltd, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕ ເອເຊຍ

146

ໃນວັນທີ 6 ມິຖຸນາ 2023 ຫ້ອງປະຊຸມ LAND MARK Mekong Riverside Hotel ບໍລິສັດ MOK Co.,Ltd, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕ ເອເຊຍ. ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນການເປັນຕົວແທນຈຳໜ່າຍຍີ່ຫໍ້ລົດ BYD ໃນ ສປປ ລາວ.

May be an image of 4 people, dais and text
ໂດຍເປັນການໃຫ້ກຽດຮ່ວມລົງນາມ ໂດຍ ທ່ານ ນາງ Mango Wan CEO ຂອງບໍລິສັດ MOK Co., Ltd ຜູ້ນຳເຂົ້າ ແລະ ຈັັດຈຳໜ່າຍຍີ່ຫໍ້ລົດ BYD ໃນ ສປປ ລາວ, ທ່ານ ໂອສີອອງຄຳ ພິມພະຈັນ ຜູ້ຈັດການທົ່ວໄປ ຂອງ ບໍລິສັດ ລາວທານີ ແລະ ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອຳນວຍການ ບໍລິສັດ ອໍໂຕ ເອເຊຍ. ໃນພິທີຄັ້ງນີ້ຮ່ວມເປັນສັກຂີພະຍານຈາກ ທ່ານ Liu Xueliang ຜູ້ຈັດການທົ່ວໄປ ບໍລິສັດ BYD ປະຈຳພາກພື້ນເອເຊຍປາຊີຟິກ ພ້ອມດ້ວຍຫົວໜ້າພະແນກຂອງທຸກພາກສ່ວນ ເພື່ອເຮັດໃຫ້ບົດບັນທຶກຄັ້ງນີ້ໃຫ້ມີຄວາມໝາຍອັນສຳຄັນຫຍິ່ງຂຶ້ນ ແລະ ເພື່ອເພີ່ມຊ່ອງທາງໃນການຂະຫຍາຍທຸລະກິດໃນ ສປປ ລາວ ໂດຍສະເພາະແມ່ນຍານພາຫະນະທີ່ນຳໃຊ້ໄຟຟ້າ.

May be an image of 1 person, dais and text
ໃນການເຊັນສັນຍາໃນຄັ້ງນິ້ ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕ ເອເຊຍ ເຂົ້າມາເພື່ອເປັນຕົວແທນຈຳໜ່າຍລົດໄຟຟ້າ BYD ທັງສອງບໍລິສັດແມ່ນມີຄວາມພ້ອມທີ່ຈະໃຫ້ບໍລິການ.
ໃນປັດຈຸບັນການຂະຫຍາຍຕົວຂອງຕະຫຼາດລົດທີ່ນຳໃຊ້ໄຟຟ້າແມ່ນນັບມື້ນັບຂະຫຍາຍຕົວເຊິ່ງເປັນພະລັງງານສະອາດ ແລະ ມີມູນຄ່າການຊົມໃຊ້ທີ່ຕ່ຳກ່ວາການນຳໃຊ້ພາຫະນະທີ່ນຳໃຊ້ນ້ຳມັນລວມເຖິງການພັກດັນຂອງລັດຖະບານ ທັງພາຍໃນ ແລະ ຕ່າງປະເທດໃນການນຳໃຊ້ພະລັງງານທົດແທນ.

May be an image of 9 people, dais and text

ບໍລິສັດ BYD ແມ່ນຖືໄດ້ວ່າເປັນບໍລິສັດໜຶ່ງທີ່ມີທ່າແຮງສູງທີ່ສຸດໃນການສະໜອງ Battery ທີ່ເປັນໝາກຫົວໃຈຂອງລົດໄຟຟ້າ ແລະ Battery ຂອງ BYD ກໍໄດ້ມີການພັດທະນາຈາກ Battery Lithium Ion ມາເປັນ Blade Battery ທີ່ຜ່ານການທົດສອບມາດຕະຖານຫຼາຍຮ້ອຍວິທີເຊິ່ງປະກົດວ່າມີຄວາມປອດໄພສູງກ່ວາ, ທົນທານກ່ວາ, ມີອາຍຸການໃຊ້ງານທີ່ຍາວນານກວ່າ ແລະ ທີ່ສຳຄັນກໍຄືການເປັນມິດຕໍ່ສິ່ງແວດລ້ອມ.

May be an image of 9 people, dais and text

ຍິ່ງໄປກ່ວານັ້ນ BYD ຍັງເປັນຜູ້ນຳທີ່ມີນະວັດຕະກຳການຜະລິດໂຄງສ້າງລົດທີ່ອອກແບບມາເພື່ອເປັນລົດໄຟຟ້າໂດຍສະເພາະເຊິ່ງມີຊື່ວ່າ E Platform 3.0 (ເປັນໂຄງສ້າງລົດທີ່ເຮັດໃຫ້ຫ້ອງໂດຍສານກ້ວາງຂວາງມີພື້ນທີ່ໃນການຈັດເກັບແບັດເຕີລີໄດ້ຫຼາຍກ່ວາລົດໄຟຟ້າລຸ້ນເກົ່າທີ່ດັດແປງມາຈາກໂຄງລົດນ້ຳມັນ) ເຊິ່ງ E Platform 3.0 ຖືກນຳໃຊ້ກັບລົດ BYD ATTO 3 SUV 5 ບ່ອນນັ່ງ ແລະ ໄວໆນີ້ BYD ກໍຈະໄດ້ມີຜະລິດຕະພັນໃຫມ່ທີ່ເປັນລົດເກັງ Sedan 5 ບ່ອນນັ່ງ ຄາດການວ່າມີແຜນຈະເປີດໂຕໃນໄວໆນີ້ ເຊິ່ງເປັນລົດທີ່ທຸກຄົນສາມາດເຂົ້າເຖິງໄດ້. ດ້ວຍທ່າແຮງດັ່ງກ່າວເຮັດໃຫ້ມີຄວາມໜ້າເຊື່ອຖືຕໍ່ຜູ້ຊົມໃຊ້ ແລະ ເຮັດໃຫ້ BYD ກາຍເປັນຍີ່ຫໍ້ລົດທີ່ມີຍອດຂາຍອັນດັບໜຶ່ງເຊິ່ງມີຍອດຂາຍຢູ່ທີ່ 1.86 ລ້ານຄັນໃນປີ 2023 ທັງໃນປະເທດລາວ ແລະ ທົ່ວໂລກ.

 

ຕະຫຼອດໄລຍະ 3 ປີ BYD ມີຍອດຂາຍຫຼາຍພັນຄັນໃນ ສປປ ລາວ ແລະ ຕະຫຼາດລົດໄຟຟ້າໃນລາວກໍນັບມື້ນັບເຕີບໂຕຂຶ້ນ ພວກເຮົາ BYD Laos ມີຄວາມພ້ອມທີ່ຈະຕອບສະໜອງລົດໄຟຟ້າ ແລະ ບໍລິການຫຼັງການຂາຍຄົບວົງຈອນໄວ້ຄອຍບໍລິການທ່ານ ເຊິ່ງພວກເຮົາມີສູນຈຳໜ່າຍທັງນະຄອນຫຼວງ (ສຳນັກງານໃຫຍ່ບ້ານໂພນພະເນົາ ແລະ ສູນການຄ້າວຽງຈັນເຊັນເຕີ) ເຊິ່ງຈະມີແຜນຂະຫຍາຍໄປທົ່ວປະເທດໃນໄວໆນີ້. ນອກຈາກການຂະຫຍາຍໂຕຂອງລົດໄຟຟ້າ ຄຽງຄູ່ກັນນັ້ນຍັງມີການຂະຫຍາຍໂຕຂອງສະຖານີສາກສາທາລະນະຈຳນວນ 3 ຈຸດທົ່ວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ (ທ່າແຂກ, ປາກຊັນ, ສະຫວັນນະເຂດ, ປາກເຊ, ວັງວຽງ ແລະ ກຳລັງຕິດຕັ້ງແຂວງອື່ນໆອີກ) ໝັ້ນໃຈໄດ້ເລີຍວ່າລູກຄ້າທີ່ຢູ່ຕ່າງແຂວງທີ່ມີຄວາມສົນໃຈຢາກເປັນເຈົ້າຂອງລົດໄຟຟ້າພວກເຮົາມີຄວາມພ້ອມ ແລະ ສະຖານີສາກທີ່ພຽງພໍໄວ້ໃຫ້ບໍລິການທ່ານແນ່ນອນ.