ຕົກລົງກຳນົດຂອບເຂດປ່າປ້ອງກັນແຫ່ງຊາດ ລາວ-ໄທ ແລະ ກຳປູເຈຍ 2 ແສນກວ່າເຮັກຕາ

53

ໃນວັນທີ 05 ມິຖຸນາ 2023 ທີ່ຜ່ານມາ ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ພະແນກຄຸ້ມຄອງປ່າປ້ອງກັນ, ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ຈັດກອງປະຊຸມປືກສາຫາລື ລາຍງານຜົນການລົງເກັບກຳຂໍ້ມູນ ທົບທວນຄືນຂອບເຂດເນື້ອທີ່ປ່າປ້ອງກັນແຫ່ງຊາດຊາຍແດນ ລາວ-ໄທ ແລະ ກຳປູເຈຍ ແລະ ປ່າປ້ອງກັນແຫ່ງຊາດຍອດນ້ຳພູພຽງບໍລິເວນທີ່ນອນຢູ່ໃນຂອບເຂດແຂວງຈຳປາສັກ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສີຮອງ ຄໍາສະເດັດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ເຊິ່ງມີ ທ່ານ ບຸນຊູ ໂສວັນ ຮອງຫົວໜ້າພະແນກຄຸ້ມຄອງປ່າປ້ອງກັນ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ອມ.

No description available.
ໂດຍຈຸດປະສົງຂອງການປະຊຸມຄັ້ງນີ້ ເພື່ອລາຍງານຜົນການລົງເກັບກຳຂໍ້ມຸນ ການທົບທວນຄືນຂອບເຂດ, ເນື້ອທີ່ປ່າປ້ອງກັນແຫ່ງຊາດ ຊາຍແດນ ລາວ-ໄທ-ກຳປູເຈຍ ແລະ ປ່າປ້ອງກັນຍອດນ້ຳພູພຽງບໍລິເວນ ເພື່ອຄວາມເປັນເອກະພາບຂອງທ້ອງຖິ່ນດ້ານຂອບເຂດເນື້ອທີ່ການເພີ່ມ ຫຼື ຫຼຸດເນື້ອທີ່ດິນປ່າໄມ້ ແລະ ການຕັດເນື້ອທີ່ດິນນາ, ເນື້ອທີ່ດິນທຳການຜະລິດອອກ ເພື່ຶອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍທີ່ດິນ ສະບັບປີ 2019 ເພື່ອສະເໜີທ່ານເຈົ້າແຂວງອອກຂໍ້ຕົກລົງວ່າດ້ວຍການກໍານົດຂອບເຂດ, ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າປ້ອງກັນແຫ່ງຊາດ ກ້າວໄປສູ່ການສະເໜີດຳລັດສ້າງຕັ້ງປ່າປ້ອງກັນແຫ່ງ ຊາດຊາຍແດນ ລາວ-ໄທ-ກຳປູເຈຍ ແລະ ປ່າປ້ອງກັນແຫ່ງຊາດຍອດນ້ຳພູພຽງບໍລິເວນຕາມຂັ້ນຕອນ.

No description available.

ໂດຍໄດ້ບົດສະຫຼຸບຄື: 1. ເຫັນດີເປັນເອກະພາບດ້ານຂອບເຂດ, ເນື້ຶອທີ່ດິນ ແລະ ຕັດເນື້ອທີ່ນາເຟືອງ, ເນື້ອທີ່ທໍາການຜະລິດຂອງປະຊາຊົນ ແລະ ຂອບເຂດເນື້ອທີ່ຂອງບ້ານອອກ; 2. ເຫັນດີເປັນເອກະພາບດ້ານຂອບເຂດ, ເນື້ອທີ່ດິນປ່າປ້ອງກັນແຫ່ງຊາດ ຊາຍແດນ ລາວ-ໄທ-ກຳປູເຈຍ ທີ່ກຳນົດໃໝ່ ເນື້ອທີ່ທັງໝົດ 201.277 ເຮັກຕາ, ຊຶ່ງກວມເອົາເມືອງປາກຊ່ອງ ເນື້ອທີ່ 187.448 ເຮັກຕາ ແລະ ເມືອງບາຈຽງຈະເລີນສຸກ ເນື້ອ ທີ່ 13.829 ເຮັກຕາ ທີ່ນອນໃນເຂດຄຸ້ມຄອງຂອງແຂວງຈໍາປາສັກ; 3. ເຫັນດີເປັນເອກະພາບດ້ານຂອບເຂດ, ເນື້ອທີ່ປ່າປ້ອງກັນແຫ່ງຊາດ ຊາຍແດນ ລາວ-ໄທ-ກໍາປູເຈຍ ທີ່ກຳນົດໃໝ່ ທີ່ຢູ່ໃນເຂດຄຸ້ມຄອງຂອງແຂວງຈໍາປາສັກ ມີເນື້ອທີ່ທັງໝົດ 134.325 ເຮັກຕາ.

No description available.

ໃນນັ້ນໄດ້ກວມເອົາ 04 ເມືອງຄື: 1.) ເມືອງມູນລະປະໂມກ ເນື້ອທີ່ 97.198 ເຮັກຕາ, 2.) ເມືອງສຸຂຸມາ ເນື້ອທີ່ 19.286 ເຮັກຕາ, 3.) ເມືອງຈໍາປາສັກ ເນື້ອທີ່ 7.543 ເຮັກຕາ, 4.) ເມືອງໂພນທອງ 10.298 ເຮັກຕາ. 4. ມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ ເປັນເຈົ້າການສົບທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະກຽມບົດລາຍງານການນຳແຂວງ ແລະ ສະເໜີທ່ານເຈົ້າແຂວງ ອອກຂໍ້ຕົກລົງວ່າດ້ວຍການກໍານົດຂອບເຂດ, ການຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ປ່າປ້ອງກັນແຫ່ງຊາດ ຊາຍແດນ ລາວ-ໄທ-ກຳປູເຈຍ ແລະ ປ່າປ້ອງກັນແຫ່ງຊາດ ຍອດນ້ຳພູພຽງບໍລິເວນສະບັບໃໝ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ຂ່າວຈາກ: ຂ່າວກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ