ການຂະຫຍາຍພັນຕົ້ນໝາກມ່ວງ ແບບຕໍ່ກິ່ງ

114

ການຂະຫຍາຍພັນຕົ້ນໝາກມ່ວງ ສາມາດເຮັດໄດ້ 2 ແບບ ຄື: ກ້າແກ່ນ ແລະ ຕໍ່ກິ່ງ. ສຳລັບການຕໍ່ກິ່ງ ໃນການກະກຽມພັນ ກ່ອນອື່ນແມ່ນຕ້ອງໄດ້ກະກຽມຕົ້ນດ້ວຍການກ້າເມັດກ່ອນ ຫຼື ກ້າແກ່ນ ເຊິ່ງມີຂັ້ນຕອນໃນການກະກຽມດັ່ງນີ້:

– ຄັດເລືອກເມັດພັນທີ່ສົມບູນ ແລະ ຖືກຕ້ອງຕາມພັນທີ່ຕ້ອງການ
– ເມື່ອໄດ້ເມັດພັນມາແລ້ວ ໃຫ້ແກະເອົາເປືອກເມັດອອກ ໂດຍໃຊ້ມີດຄົມໆປາດບ່ອນທີ່ປາຍຂອງເມັດພັນໃນລັກສະນະແບບເຈີ້ຍໆແດ່ໜ້ອຍໜຶ່ງ ພໍໃຫ້ເປັນຊ່ອງວ່າງໃຫ້ຮອຍປາດ ອຽງລົງດ້ານທ້ອງຂອງເມັດ, ແຕ່ຕ້ອງມີຄວາມລະວັງຢ່າໃຫ້ຖືກເມັດຢູ່ຂ້າງໃນ.
– ເປືອກເມັດຕາມຮອຍ ໂດຍຈີກຈາກທາງປາຍເມັດແຍກອອກຈາກກັນ ເພື່ອນຳເອົາເມັດທີ່ຢູ່ດ້ານໃນອອກມາເຮັດການກ້າແກ່ນຕໍ່ໄປ.
– ການກະກຽມເບົ້າ ໂດຍໃຊ້ຊາຍ 1 ສ່ວນ, ຂີ້ເທົ່າຂີ້ແກບ 1 ສ່ວນ ແລະ ປຸ໋ຍ ( ຝຸ່ນ ) ອິນຊີ 902 ໃນອັດຕາສ່ວນ 1/2, ປະສົມຄົນໃຫ້ເຂົ້າກັນແລ້ວເອົາໃສ່ລົງໄປໃນເບົ້າທີ່ເຮົາກະກຽມໄວ້ແລ້ວຫົດນໍ້າໃສ່ໃຫ້ຊຸ່ມ.
– ນໍາເມັດທີ່ແກະແລ້ວໃນຂໍ້ທີ 3 ມາເພາະໃນເບົ້າ ( ໂຖ ) ທີ່ກະກຽມໄວ້ນັ້ນ.


+ ສ່ວນຂັ້ນຕອນໃນການລົງມືປູກຕົ້ນມ່ວງ ແມ່ນຖືໄດ້ວ່າເປັນບາດກ້າວທີສອງ ຫຼັງຈາກທີ່ໄດ້ກະກຽມພັນປູກເປັນທີ່ຮຽບຮ້ອຍແລ້ວ ຈຶ່ງໄດ້ລົງມືປູກ ໂດຍຫຼັງຈາກກະກຽມຂຸມປູກເປັນທີ່ຮຽບຮ້ອຍແລ້ວ ແມ່ນໃຫ້ກິ່ງພັນທີ່ກະກຽມໄວ້ລົງປູກໂດຍມີວິທີການປະຕິບັດດັ່ງນີ້:
– ດ້ວຍການວາງກິ່ງພັນລົງກາງຂຸມໃຫ້ລໍາຕົ້ນຕັ້ງຊື່ ໂດຍໃຫ້ສ່ວນທີ່ຢູ່ລຸ່ມຮອຍທາບຂອງກິ່ງພັນຢູ່ໃນລະດັບດຽວກັບປາກຂຸມ
– ຖົມດິນໃຫ້ສູງກວ່າລະດັບປາກຂຸມປະມານ 6 – 8 ຊັງຕີແມັດ ໃຊ້ດິນທີ່ຖົມສູງຂຶ້ນພໍດີກັບຮອຍທາບກິ່ງ
– ຫຼັງຈາກນັ້ນໃຫ້ຫາໄມ້ໄຜ່ ຫຼື ໄມ້ອື່ນ ສູງປະມານ 40 – 50 ຊັງຕີແມັດ ປັກເປັນຫຼັກຢຶດເກາະແລ້ວເອົາເຊືອກມັດໄວ້
– ຫຼັງຈາກສຳເລັດແລ້ວ ໃຫ້ເຮັດຮົ່ມເງົາກັນແດດໄວ້ ອາດຈະໃຊ້ກ້ານໝາກພ້າວມາປັກປົກຄຸມໄວ້ທາງດ້ານທິດຕາເວັນຕົກ ແລະ ທິດຕາເວັນອອກຂອງຕົນ ເພື່ອເປັນການກໍາບັງແດດໃນຕອນທ່ຽງ ແລະ ຕອນບ່າຍເວລາແດດແຮງກ້າ
– ຫຼັງຈາກທຸກຢ່າງສຳເລັດຮຽບຮ້ອຍແລ້ວ ແມ່ນໃຫ້ຫົດນ້ຳໃຫ້ມີຄວາມຊຸ່ມໄວ້

+ ການເລືອກກິ່ງພັນທີ່ດີ ເພື່ອຈະໄດ້ຕົ້ນມ່ວງປູກໃຫ້ໄດ້ຕາມຄຸນລັກສະນະດັ້ງເດີມຈາກຕົ້ນແມ່ນໄດ້ຄຸນນະພາບ ແລະ ຜົນຜະລິດທີ່ດີຂຶ້ນໄປຢູ່ເລື້ອຍໆ ຈຶ່ງມີຄຸນສົມບັດຄື: ກິ່ງຂອງຕົ້ນພັນທີ່ດີທີ່ຕ້ອງການທາບກິ່ງນັ້ນແມ່ນໃຫ້ເລືອກເອົາກິ່ງພັນທີ່ມີຂະໜາດໄລ່ເລ່ຍກັນກັບຂະໜາດຕົ້ນຕໍອາດຈະ ໃຫຍ່ກວ່າແດ່ໜ້ອຍໜຶ່ງ ແຕ່ຢ່າໃຫ້ໃຫຍ່ຫຼາຍເກີນໄປ ( ຖ້າ ໃຫຍ່ຫຼາຍເກີນໄປຕ້ອງໃຊ້ຕົ້ນຕໍຫຼາຍຕົ້ນ ) ກິ່ງພັນຄວນເປັນກິ່ງພັນທີ່ກຳລັງຈະເລີນເຕີບໂຕ, ກິ່ງມີລັກສະນະກົມ, ບໍ່ເປັນຫຼ່ຽມ ແລະ ທີ່ສຳຄັນກິ່ງພັນຕ້ອງບໍ່ແກ່ກວ່າຕົ້ນຕໍຫຼາຍເກີນໄປບໍ່ມີພະຍາດໃດຕິດແປດ. ຖ້າຫາກໄດ້ກິ່ງພັນທີ່ຕັ້ງຊື່ຍິ່ງເປັນການດີທີ່ສຸດ ເພາະມັນຈະສ້າງຄວາມສະດວກໃນການເຮັດວຽກ ສ່ວນກິ່ງທີ່ອ່ຽງ ( ຄົດແດ່ໜ້ອຍດຽວ ) ກໍສາມາດໃຊ້ໄດ້, ແຕ່ສິ່ງທີ່ຫ້ອຍຍອຍລົງລຸ່ມແມ່ນບໍ່ຄວນໃຊ້ທາບກິ່ງ ຖ້າຈຳເປັນຕ້ອງໃຊ້ແມ່ນຜູກກິ່ງນັ້ນໃຫ້ຕັ້ງຊື່ເສຍກ່ອນແລ້ວຈຶ່ງທາບກິ່ງຕາມຫຼັງ.
[ ຂໍ້ມູນ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ]