4 ເດືອນຕົ້ນປີນີ້ ຈີນລົງທຶນໃສ່ຂະແໜງການຂົນສົ່ງເພີ່ມຂຶ້ນ 13,4%

43

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ກະຊວງຄົມມະນາຄົມຂອງຈີນ ໄດ້ລາຍງານວ່າການລົງທຶນໃນສິນຊັບຖາວອນດ້ານການຂົນສົ່ງຂອງປະເທດ ມີການເຕີບໂຕຢ່າງແຂງແກ່ນໃນໄລຍະຕົ້ນປີ 2023.

ລາຍງານລະບຸວ່າ: ຍອດການລົງທຶນດ້ານການຂົນສົ່ງໃນໄລຍະ 4 ເດືອນຕົ້ນປີ ລວມຢູ່ທີ່ 1 ລ້ານໆຢວນ ເພີ່ມຂຶ້ນ 13,4% ຈາກໄລຍະດຽວກັນຂອງປີຜ່ານມາ.

ການລົງທຶນດ້ານການພັດທະນາທາງນໍ້າເພີ່ມຂຶ້ນ 29,8% ເມື່ອທຽບປີຕໍ່ປີ ຢູ່ທີ່ 5,6 ໝື່ນລ້ານຢວນ; ສ່ວນການລົງທຶນດ້ານການກໍ່ສ້າງຖະໜົນຫົນທາງ ເພີ່ມຂຶ້ນ 14,5% ເມື່ອທຽບປີຕໍ່ປີ.

ທັງນີ້, ການລົງທຶນດ້ານການຂົນສົ່ງໃນເດືອນເມສາ ຂະຫຍາຍຕົວ 13,6% ເມື່ອທຽບປີຕໍ່ປີ ຢູ່ທີ່ 3,15 ແສນລ້ານຢວນ.