ກຳປູເຈຍ ຈະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2027

85

ສຳນັກຂ່າວຊິນຫົວລາຍງານ ເມື່ອວັນທີ 5 ມິຖຸນາຜ່ານມາວ່າ ສົມເດັດ ຮຸນເຊັນ ນາຍົກ ລັດຖະມົນຕີ ກຳປູເຈຍ ຖະແຫຼງວ່າ: ກຳປູເຈຍ ຈະຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ພາຍໃນປີ 2027 ແລະ ຈະບັນລຸເປົ້າໝາຍ ການເປັນປະເທດທີ່ມີລາຍໄດ້ປານກາງ ພາຍໃນປີ 2030 ແລະ ຈະກາຍເປັນປະເທດທີ່ມີລາຍໄດ້ສູງ ພາຍໃນປີ 2050.

ນາຍົກລັດຖະມົນຕີກຳປູເຈຍ ກ່າວອີກວ່າ: ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ເປັນສິ່ງສຳຄັນທີ່ສຸດໃນການຍູ້ດັນໃຫ້ບັນລຸເປົ້າໝາຍເຫຼົ່ານັ້ນ.