ເຮັດແຈ່ວປາແຫ້ງ ກິນກັບ ລວກຜັກ

97

ປາແຫ້ງນ້ອຍ ທີ່ເຮັດດ້ວຍປາຂາວ ແມ່ນເຫັນຂາຍຕາມຕະຫຼາດທົ່ວໄປ ຄົນສ່ວນຫຼາຍມັກຈະເອົາມາຈືນກອບໆກິນກັບເຂົ້າ ຫຼື ເປັນກັບແກ້ມ ແຕ່ມື້ນີ້ຄໍລໍາອາຫານຈະພາທ່ານມາຈືນປາແຫ້ງໃຫ້ກອບໆແລ້ວມາຕຳແຈ່ວກິນກັບລວກຜັກ ເຂົ້າກັນໆ.

▶ສ່ວນປະກອບ: ປາແຫ້ງ, ໝາກເຜັດດິບ ປະມານ 10 – 15 ໝ່ວຍ, ຫົວຜັກບົ່ວ 5 – 6 ຫົວ, ຫົວຜັກທຽມ 1 ຫົວ, ເກືອ ເຄິ່ງບ່ວງແກງ, ແປ້ງນົວ 1 ບ່ວງຊາ, ຫອມປ້ອມ 3 – 4 ຕົ້ນ, ຫອມບົ່ວ 3 – 4 ຕົ້ນ.

▶ວິທີເຮັດ: ນໍາປາແຫ້ງໄປຈືນໃຫ້ສຸກກອບ, ພ້ອມຈີ່ຫົວຜັກບົ່ວ, ຫົວຜັກທຽມ, ໝາກເຜັດດິບໃຫ້ສຸກ. ຕຳປາແຫ້ງໃສ່ຄົກໃຫ້ມຸ່ນດີ ແລ້ວຕັກອອກໄວ້, ຈາກນັ້ນກໍນຳຫົວຜັກບົ່ວ, ຫົວຜັກທຽມ, ໝາກເຜັດດິບໃສ່ຄົກ ຕາມດ້ວຍເກືອ,

ແປ້ງນົວ ເມື່ອລະອຽດແລ້ວໃຫ້ນຳເອົາປາແຫ້ງທີ່ຕຳໄວ້ນັ້ນລົງໄປຕຳໃສ່ໃຫ້ເຂົ້າກັນ, ຈາກນັ້ນກໍຢອດນໍ້າອຸ່ນລົງໄປໃຫ້ມັນແຫຼວ ຫຼື ຖ້າບໍ່ມັກແຫຼວບໍ່ໃສ່ກໍໄດ້, ຊີມ – ພ້ອມປຸງລົດຊາດຕາມໃຈມັກ ຖ້າພໍດີແລ້ວກໍລ້າງຫອມຊອຍໃສ່ຕຳໃຫ້ເຂົ້າກັນ ເທົ່ານີ້ທ່ານກໍໄດ້ແຈ່ວປາແຫ້ງກິນກັບ ລວກຜັກແລ້ວ.

[ໂດຍ: ນົກແຕນແວນ]