6 ພະຍາດທີ່ມາພ້ອມລະດູຝົນ

130

ໄລຍະນີ້ອາກາດມັກຈະປ່ຽນແປງເລື້ອຍໆ ບາງຄັ້ງຮ້ອນ ບາງຄັ້ງກໍຝົນ ລະດູຝົນກໍເປັນອີກໜຶ່ງລະດູທີ່ພາໃຫ້ເກີດໂລກໄພໄຂ້ເຈັບຕ່າງໆ ເຊິ່ງທຸກຄົນຄວນລະມັດລະວັງ ແລະ ເບິ່ງແຍງສຸຂະພາບຕົນເອງໃຫ້ຫ່າງໄກຕໍ່ພະຍາດຕ່າງງໆທີ່ມາພ້ອມກັບລະດູຝົນ ທີ່ຈະນຳໄປສູ່ການເຈັບປ່ວຍໄດ້ງ່າຍ ເລີຍນຳເອົາຄວາມຮູ້ກ່ຽວກັບພະຍາດທີ່ມັກມາພ້ອມລະດູຝົນມີ 6 ພະຍາດດັ່ງນີ້:

1. ພະຍາດຈາກໄວຣັສ
ໂດຍສະເພາະຢ່າງຍິ່ງໄລຍະຕົ້ນລະດູຝົນ ຈະພາໃຫ້ເປັນໄຂ້ຫວັດ ຕັນດັງ ລວມໄປເຖິງພະຍາດໄຂ້ຫວັດໃຫຍ່, ພະຍາດຕາແດງເປັນຕົ້ນ. ດັ່ງນັ້ນ ເມື່ອຮູ້ສຶກບໍ່ສະບາຍຄວນໃສ່ຜ້າປິດປາກ ພະຍາຍາມບໍ່ຢູ່ໃນບ່ອນແອອັດ ຫຼື ຄົນຫຼາຍ ແລະ ໝັ່ນລ້າງມືເລື້ອຍໆ.
2. ອາມີດານອັກເສບ
ມີການຕິດເຊື້ອທາງລະບົບຫາຍໃຈທີ່ເກີດຈາກໄວຣັສ ຫຼື ແບັກທີເຣຍ ເປັນອາການຄໍຕິດເຊື້ອ ໂດຍຈະສະແດງອາການເຈັບຄໍເປັນຫຼັກ, ຈາກນັ້ນຈະເປັນໄຂ້ ປວດເມື່ອຍຕົນຕົວ ອາດມີນ້ຳມູກຮ່ວມນຳ.
3. ພະຍາດໄຂ້ເລືອດອອກ
ມີຍຸງລາຍເປັນພາຫະເຊິ່ງຍຸງລາຍນັ້ນຈະແຜ່ພັນໄດ້ດີໃນລະດູຝົນ, ດັ່ງນັ້ນເຮົາຈຶ່ງຕ້ອງກຳຈັດລູກນ້ຳຍຸງລາຍ ດ້ວຍການປິດຝາພາຊະນະເກັບນ້ຳໃຫ້ປິດແຈບ, ນອນກາງມຸ້ງ, ທາໂລຊັນກັນຍຸງ ເກັບຂີ້ເຫຍື້ອ ແລະ ຄວໍ້າກະໂປະກະປ໋ອງທີ່ມີນ້ຳຂັງຖິ້ມເປັນປະຈຳ.

4. ຜິວໜັງອັກເສບເປັນຕຸ່ມຄັນຕຸ່ມເປື່ອຍ
ຝົນທີ່ຕົກລົງມາເຮັດໃຫ້ມີນໍ້າຫົ້ງນໍ້າຂັງ ກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ ຈຶ່ງເຮັດໃຫ້ເຮົາມີຄວາມສ່ຽງທີ່ຈະຕິດເຊື້ອໄດ້ງ່າຍ ເມື່ອສຳຜັດກັບນ້ຳເປື້ອນຄວນຟ້າວໄປລ້າງອອກໃຫ້ສະອາດ.
5. ພະຍາດຖອກທ້ອງກະທັນຫັນ
ເກີດຈາກອາຫານທີ່ເຮົາກິນບໍ່ສະອາດ ມີເຊື້ອພະຍາດທີ່ມາຈາກນ້ຳຝົນປົນເປື້ອນ ຄວນເລືອກກິນອາຫານທີ່ຫາກໍປຸງສຸກໃໝ່ໆ ໃຊ້ບ່ວງກາງ ແລະ ລ້າງມືໃຫ້ສະອາດກ່ອນກິນອາຫານ.
6. ພະຍາດຍ່ຽວໜູ
ເປັນພະຍາດທີ່ແຜ່ລະບາດໄດ້ໃນບ່ອນທີ່ມີນ້ຳຂັງ ຄົນເຈັບຈະໄດ້ຮັບເຊື້ອຈາກຂີ້ ແລະ ຍ່ຽວຂອງໜູທີ່ປະປົນຢູ່ໃນນ້ຳຂັງ ຜ່ານທາງຜິວໜັງທີ່ເປັນບາດແຜ, ດັ່ງນັ້ນຄວນຫຼີກລ່ຽງການຍ່າງໃນນ້ຳຂັງ ໂດຍສະເພາະ ຜູ້ທີ່ມີບາດແຜ.
[ ຂໍ້ມູນຈາກ: RAMA CHANNAL ]