ທັບນັກກີລາແລ່ນ-ລານ ຄົນພິການລາວ ຍາດມາໄດ້ແລ້ວ 3 ຫຼຽນທອງ ໃນອາຊຽນ ພາຣາເກມ 2023

127

ທັບນັກກີລາແລ່ນ-ລາວ ຄົນພິການລາວ ຄວ້າເພີ່ມອີກ 3 ຫຼຽນທອງ ໃຫ້ທັບນັກກີລາຄົນພິການລາວ ສ້າງຜົນງານໃນອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ເມື່ອວັນທີ 5 ມິຖຸນາ 2023 ເຮັດໃຫ້ ທັບນັກກີລາລາວ ຍາດໄດ້ແລ້ວ 1 ຫຼຽນເງິນ ແລະ 4 ຫຼຽນທອງ.

ໂດຍ 3 ຫຼຽນທອງ ຂອງທັບນັກກີລາແລ່ນ-ລານຄົນພິການລາວ ໄດ້ຈາກຄື:
-1 ຫຼຽນທອງຈາກ ທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 ແມັດ T13 ດ້ວຍການທຳເວລາໄດ້ 11.480 ວິນາທີ ແລະ ເປັນຜົນງານຄັ້ງທີ 2 ຕິດຕໍ່ກັນ ຕໍ່ຈາກຄັ້ງຜ່ານມາ ປີ 2022 ທີ່ປະເທດອິນໂດເນເຊຍ ທີ່ເຄີຍເຮັດໄດ້, ສ່ວນຫຼຽນຄຳເປັນຂອງ ຈັກກະຣິນ ນັກກີລາຈາກໄທ ເວລາ 10.950 ວິນາທີ ແລະ ຫຼຽນເງິນ ເປັນຂອງ ມຸມມາ ຮາບີບີລາ ນັກກີລາ ອິນໂດເນເຊຍ ເວລາ: 11.230 ວິນາທີ.

-1 ຫຼຽນທອງຈາກ ນາງ ມັນນີ ແກ້ວມະນີ ນັກກີລາລູກຫຼານຊາວເມືອງວິລະຊົນ ແຂວງຊຽງຂວາງ ປະເພດ ຊັດຫຼາວຍິງ F46 ທີ່ຊັດຫຼາວໄກ 17,79 ແມັດ ສ່ວນຫຼຽນຄຳ ເປັນຂອງນາງ ພັດຈະຣີ ນັກກີລາຈາກໄທ ທີ່ເຮັດໄດ້ 26,42 ແມັດ ແລະ ຫຼຽນເງິນເປັນຂອງນາງ ມາເຣຍ ວິລິລ ນັກກີລາຈາກ ອິນໂດຍເນເຊຍ.

-1 ຫຼຽນທອງຈາກ ນາງ ສຸລິພອນ ວົງດາລາ ລາຍການແລ່ນ 100 ແມັດ T12 ສາມາດທຳສະຖິຕິເວລາໄດ້ 16.55 ວິນາທີ, ສ່ວນຫຼຽນຄຳ ເປັນນັກກີລາອິນໂດເນເຊຍ ເວລາ 13.10 ວິນາທີ, ຫຼຽນເງິນ ເປັນຂອງນັກກີລາຫວຽດນາມ ເວລາ 16.00 ວິນາທີ.

ຢ່າງໃດກໍຕາມ, ທັບນັກກີລາແລ່ນ-ລານ ຍັງມີລຸ້ນອີກວັນທີ 6 ມິຖຸນາ 2023 2-3 ລາຍການ ( ໄດ້ຜົນການແຂ່ງຂັນຈະລາຍງານໃຫ້ຊາບພາຍຫຼັງ ).
ຂ່າວ: Larh Creators; ຮູບຈາກ: ສົງການ ພັນແພງດີ