ເຕັກນິກການຂັບລົດໃນລະດູຝົນ ເພື່ອຄວາມປອດໄພ

138

ລະດູຝົນເປັນປັດໄຈສິ່ງແວດລ້ອມທີ່ມີສ່ວນເຮັດໃຫ້ເກີດອຸບັດເຫດຕາມເສັ້ນທາງ ເພາະຝົນທີ່ຕົກລົງມາເຮັດໃຫ້ທາງມື່ນອັນເປັນເຫດໃຫ້ໄລຍະໃນການເບຣກລົດຍາວຂຶ້ນກວ່າປົກກະຕິ ທັງຍັງຫຼຸດທັດສະນະໃນການເບິ່ງເຫັນຂອງຜູ້ຂັບລົດ ປັດໄຈເຫຼົ່ານີ້ເປັນປັດໄຈພາຍນອກທີ່ເຮົາຜູ້ຂັບຄວບຄຸມບໍ່ໄດ້ ຫາກແຕ່ຕ້ອງໃຊ້ຄວາມລະມັດລະວັງເປັນພິເສດ ແລະ ທີ່ສຳຄັນສຸດຄືຕ້ອງປັບວິທີການຂັບລົດໃຫ້ສອດຄ່ອງກັບສະພາບໃນແຕ່ລະໄລຍະ, ສະນັ້ນຈຶ່ງຂໍແນະນຳ ວິທີປະຕິບັດເຕັກນິກໃນການຂັບຂີ່ລົດໃນໄລຍະຝົນຢ່າງປອດໄພ.

1. ກວດສອບຄວາມພ້ອມຂອງລົດ ເປັນຕົ້ນແມ່ນລະບົບໄຟເຍືອງທາງ ແລະ ໄຟສັນຍານຕ່າງໆ, ກວດເບິ່ງຢາງປັດນ້ຳຝົນ, ລະດັບນ້ຳລ້າງແວ່ນລົດ, ລະບົບເບຣກ, ສະພາບຢາງຕີນລົດ, ລົມຢາງລົດ ( ລົມຢາງທີ່ອ່ອນເກີນໄປ ແລະ ດອກຢາງທີ່ມີໜ້ອຍເກີນໄປ ຈະເຮັດໃຫ້ປະສິດທິພາບໃນການຮີດນ້ຳໄດ້ໜ້ອຍລົງ ຈະເຮັດໃຫ້ເກີດການມື່ນງ່າຍ ).
2. ເມື່ອຝົນຕົກແຮງໃຫ້ເປີດໄຟໜ້າ ແລະ ໄຟຕັດໝອກ ( ຖ້າມີ ) ບໍ່ຄວນເປີດໄຟສຸກເສີນ.
3. ໃນໄລຍະ 5 ນາທີທຳອິດທີ່ຝົນຕົກໃໝ່ໆ ໃຫ້ເພີ່ມ ຄວາມລະມັດລະວັງເປັນພິເສດ ເພາະເສັ້ນທາງຈະມື່ນແຮງ.
4. ໃຊ້ຄວາມໄວໃຫ້ເໝາະສົມກັບສະພາບເສັ້ນທາງ ແລະ ການເບິ່ງເຫັນ ຈົ່ງໄລຍະຫ່າງລະຫວ່າງຂັບລົດຕາມຫຼັງລົດຄັນທາງໜ້າໃຫ້ຫຼາຍກວ່າປົກກະຕິ 2 ເທົ່າ.


5. ຫຼີກລ່ຽງການເບຣກຢ່າງກະທັນຫັນ ແລະ ການໃຊ້ ເບຣກໂດຍບໍ່ຈຳເປັນ.
6. ເພີ່ມການສັງເກດການຈຸດທີ່ມີນ້ຳຫົ້ງເສັ້ນທາງ ຫຼຸດ ຄວາມໄວເມື່ອຂັບຜ່ານຈຸດທີ່ນ້ຳຫົ້ງ ເພາະຈະເກີດການເຫີນນ້ຳ ເຮັດໃຫ້ລົດມື່ນໄດ້ຖ້າຂັບມາດ້ວຍຄວາມໄວສູງ.
7. ໃນກໍລະນີຂັບໄປໃນເສັ້ນທາງນ້ຳຖ້ວມຂັງ ໃຫ້ສັງເກດລະດັບຄວາມເລິກຂອງນ້ຳຈາກລົດຄັນທາງໜ້າ ຫຼືຂອບທາງ ເພື່ອປະເມີນສະຖານະການ.
8. ຂະນະທີ່ຂັບຜ່ານນ້ຳຖ້ວມຂັງຄວນປິດແອ ແລະ ໃຊ້ເກຍຕໍ່າ ເກຍເອວ ຫຼື ເກຍ 1 ເພື່ອບໍ່ໃຫ້ຮອບເຄື່ອງຈັກ ຕໍ່າເກີນໄປ ນ້ຳອາດຈະໄຫຼເຂົ້າທໍ່ຄວັນໄດ້.

9. ຫຼັງຈາກທີ່ຜ່ານຈຸດນ້ຳຖ້ວມຂັງແລ້ວ ໃຫ້ຢັບເບຣກເລື້ອຍໆ ເພື່ອຮີດນ້ຳໃຫ້ຝາ ເບຣກແຫ້ງ ປ້ອງກັນອາການເບຣກມື່ນ ແຕ່ຖ້າຕ້ອງຈອດລົດເປັນເວລາດົນ ຫຼີກລ່ຽງການໃຊ້ເບຣກມືຈອດລົດ ເພື່ອປ້ອງກັນອາການເບຣກຕິດ.
10. ຖ້າຝົນຕົກແຮງຈົນບໍ່ສາມາດເບິ່ງເຫັນທາງຂ້າງໜ້າໃນໄລຍະ 10 ແມັດ ຄວນຫາບ່ອນຈອດລົດທີ່ປອດໄພ ຖ້າຝົນເຊົາຕົກ ຫຼື ຕົກໃນປະລິມານເບິ່ງເຫັນຈຶ່ງເດີນທາງຕໍ່.