ເຂດເສດຖະກິດພິເສດສີທັນດອນ ພັດທະນາຕໍ່ເນື່ອງ

537

ໂຄງການພັດທະນາເຂດເສດຖະກິດພິເສດສີທັນດອນ ເປັນໜຶ່ງໂຄງການທີ່ປະຊາຊົນໃຫ້ຄວາມສົນໃຈ ແລະຢາກເຫັນການພັດທະນາ
ຕາມລາຍງານໃນໂອກາດລົງເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ, ໃນວັນທີ 1 ມີຖຸນາ 2023 ທີ່ຜ່ານມາ, ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ໃຫ້ຮູ້ວ່າ ໂຄງການນີ້ມາຮອດປະຈຸບັນຫຼາຍໜ້າວຽກແມ່ນມີຄວາມຄືບໜ້າດີ ໂດຍສະເພາະແມ່ນພື້ນຖານໂຄງລ່າງທີ່ຈຳເປັນ.

No description available.
ທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການໃຫຍ່ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານ ສະພາບລວມຂອງໂຄງການ ໂດຍໃຫ້ຮູ້ວ່າ: ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງເຂດພັດທະນາ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ດ້ວຍມູນຄ່າການລົງທຶນ 1.330 ລ້ານໂດລາ, ມີອາຍຸສໍາປະທານ 50 ປີ ແລະ ໄດ້ເລີມລົງມື້ຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 ເປັນຕົ້ນມາ.

No description available.

ການຈັດຕັ້ງປະຕິບັດແມ່ນມີຜົນສຳເລັດອັນສຳຄັນຫຼາຍດ້ານ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ປະກອບສ່ວນທຶນເຂົ້າໃນການປັບປຸງພັດທະນາພື້ນຖານໂຄງລ່າງສຳຄັນຈຳເປັນ ບໍ່ສະເພາະເພື່ອນໍາໃຊ້ເຂົ້າໃນວຽກງານຂອງໂຄງການ ແຕ່ຍັງຊ່ວຍເຫຼືອສັງຄົມ, ຊຸມຊົນ, ປະຊາຊົນໄດ້ນໍາໃຊ້ ໂດຍສະເພາະການກໍ່ສ້າງເສັ້ນທາງອ້ອມດອນໂຂງ ມີຄວາມຍາວ 43,5 ກິໂລແມັດ, ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ 4,8 ກິໂລແມັດ ໄດ້ກໍ່ສ້າງກັນເຈື່ອນສຳເລັດແລ້ວ 2,4 ກິໂລແມັດ ມູນຄ່າການລົງທຶນທັງໝົດ 16.480.000 ໂດລາສະຫະລັດ ແລະ ການຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມບ້ານຂີ້ນາກ ລວມເປັນມູນຄ່າ ຫຼາຍກວ່າ 34,5 ລ້ານໂດລາສະຫາລັດ. ການກໍ່ສ້າງໂຮງແຮມ, ສະໜາມກ໋ອບ, ຕຶກອາຄານຕ່າງໆ ລວມທັງໂຄງການກໍ່ສ້າງຕຶກແຄນຄູ່ ເຊິ່ງໄດ້ເປັນສັນຍາລັກຂີດໝາຍອັນສຳຄັນຂອງການພັດທະນາໂຄງການໃຫ້ກ່າວສູ້ຜົນສຳເລັດຢ່າງສົມບູນໃນຕໍ່ໜ້າ.

No description available.
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມດ້ວຍຄະນະນໍາຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ງ ກໍ່ໄດ້ມີຄຳເຫັນປະກອບເຂົ້າໃສ່ ແຜນການພັດທະນາ ຂອງບໍລິສັດຜູ້ພັດທະນາ, ພ້ອມນັ້ນ ກໍ່ຈະໄດ້ຮິບໂຮມເອົາບັນດາຂໍ້ສະເໜີ, ຂໍ້ຫຍຸ້ງຍາກຕ່າງໆ ກັບໄປຄົ້ນຄວ້າເພື່ອສະເໜີລາຍງານຕໍ່ລັດຖະບານ ເພື່ອຊຸກຍູ້ເລັ່ງທວງໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບປະສິທິຜົນຕາມແຜນທີ່ວາງໄວ້.

ຂ່າວຈາກ: ສູນຂ່າວຊາວພາກໃຕ້