ການຜະລິດໄຟຟ້າໝູນວຽນ ຈະເພີ່ມຂຶ້ນເປັນປະຫວັດການໃນປີນີ້

93

Vtv.vn ລາຍງານວ່າ: ສຳນັກງານພະລັງງານລະຫວ່າງປະເທດ ( IEA ) ຄາດການວ່າ ການຜະລິດໄຟຟ້າໝູນວຽນ ຈະເພີ່ມຂຶ້ນໃນອັດຕາທີ່ສູງເປັນປະຫວັດການໃນປີນີ້. ຂະນະທີ່ລາຄາເຊື້ອໄຟ ຟອສຊິວ ( Fossil fuel ) ທີ່ເພີ່ມຂຶ້ນສູງ ແລະ ຄວາມກັງວົນກ່ຽວກັບຄວາມໝັ້ນຄົງຂອງພະລັງງານໄດ້ກະຕຸ້ນໃຫ້ເກີດການຕິດຕັ້ງລະບົບພະລັງງານແສງຕາເວັນ ແລະ ພະລັງງານລົມໃນທົ່ວໂລກເພີ່ມຂຶ້ນ.

IEA ລະບຸວ່າ: ກຳລັງການຜະລິດໄຟຟ້າໝູນວຽນ ໄດ້ມີການສ້າງເພີ່ມຂຶ້ນໃໝ່ໃນທົ່ວໂລກ ຄາດວ່າຈະເພີ່ມຂຶ້ນອີກ 107 GW ແລະ ເພີ່ມຂຶ້ນຫຼາຍກວ່າ 440 GW ໃນປີນີ້, ຂະນະທີ່ກຳລັງການຜະລິດໄຟຟ້າໝູນວຽນທົ່ວໂລກ ຄາດວ່າຈະເພີ່ມຂຶ້ນເປັນ 4.500 GW ໃນປີໜ້າ ດ້ວຍປະລິມານການຜະລິດໄຟຟ້າຂອງຈີນ ແລະ ອາເມຣິກາ ເຊິ່ງຈີນ ຈະປັບປຸງໃຫ້ເປັນຜູ້ນໍາລະດັບຕົ້ນໆໃນຂະແໜນງດັ່ງກ່າວນີ້ ຄິດເປັນ 55% ຂອງທັງໝົດທີ່ເພີ່ມຂຶ້ນທົ່ວໂລກໃນປີນີ້ ແລະ ປີໜ້າ.

IEA ຍັງໃຫ້ຮູ້ວ່າ: ພະລັງງານລົມໄດ້ຖືກຄາດການວ່າ ຈະເຟື້ອງຟູ ( ໄດ້ຮັບຄວາມນິຍົມ ) ໃນປີນີ້ ດ້ວຍລະດັບທີ່ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼັງຈາກທີ່ໄດ້ຊະງັກມາ 2 ປີ. ການເພີ່ມຂຶ້ນສ່ວນໃຫຍ່ແມ່ນຍ້ອນຜົນສໍາເລັດຂອງບັນດາໂຄງການທີ່ຊັກຊ້າ ( ໂຄງການສືບຕໍ່ ) ເນື່ອງຈາກມາດຕະການໂຄວິດ – 19 ໃນປະເທດຈີນ ແລະ ບັນຫາກ່ຽວກັບຕ່ອງໂສ້ການສະໜອງໃນອາເມຣິກາ ແລະ ເອີຣົບ.