ເຟດ ເຜີຍແບບຈໍາລອງ GPD ໃໝ່ ຊີ້ເສດຖະກິດອາເມຣິກາ ຂະຫຍາຍຕົວ 2% ໃນໄຕມາດ 2 ປີນີ້

29

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ທະນາຄານກາງຂອງສະຫະລັດອາເມຣິກາ ( Fed ) ສາຂາແອດແລນຕາ ເປີດເຜີຍວ່າ ແບບຈໍາລອງຄາດການ GDP ໃໝ່ຫຼ້າສຸດສະແດງໃຫ້ເຫັນວ່າ ເສດຖະກິດຂອງອາເມຣິກາ ຂະຫຍາຍຕົວ 2% ໃນໄຕມາດ 2 ປີ 2023 ຫຼັງຈາກຂະຫຍາຍຕົວ 1,1% ໃນໄຕມາດ 1 ເຊິ່ງ Fed ສາຂາແອດແລນຕາ ຈະລາຍງານຕົວເລກຄາດການ GDP ໃໝ່ ໃນຄັ້ງໃໝ່ນີ້ ໃນວັນທີ 7 ມິຖຸນາຈະເຖິງນີ້.

ສຳລັບປີ 2022 ເສດຖະກິດຂອງອາເມຣິກາຫົດຕົວລົງ 1,6% ໃນໄຕມາດ 1 ແລະ 0,6% ໃນໄຕມາດ 2 ເຮັດໃຫ້ອາເມຣິກາ ເຂົ້າສູ່ພາວະຖົດຖອຍທາງເຕັກນິກ ກ່ອນທີ່ມີການຂະຫຍາຍຕົວ 3,2% ແລະ 2,6% ໃນໄຕມາດ 3 ແລະ 4 ຕາມລຳດັບ. ເມື່ອພິຈາລະນາຕະຫຼອດທັງປີ 2022 ເສດຖະກິດຂອງອາເມຣິກາຂະຫຍາຍຕົວ 2,1% ຫຼັງຈາກຢູ່ໃນລະດັບ 5,9% ໃນປີ 2021.