ເປີດໂຕນຳໃຊ້ຢ່າງເປັນທາງ ແອັບມືຖື OtrustLA ເພື່ອການກະສິກຳ

163

ເລີ່ມຫັນເປັນດີຈີຕອນເທື່ອລະໜ້ອຍ ຕາມແນວທາງຂອງລັດຖະບານ ເພື່ອການບໍລິການ, ການໃຊ້ຊີວິດທີ່ທັນສະໄໝໃນສັງຄົມລາວ ຫຼ້າສຸດໃນຕອນບ່າຍ ຂອງວັນທີ 2 ມິຖຸນາ 2023 ທີ່ ສະພາກາຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີການຈັດງານ ພິທີເປີດນຳໃຊ້ ນະວັດຕະກຳກະສິກຳ ແອັບມືຖື OtrustLA ຂຶ້ນ ຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ສົມຮັກ ວົງວິໄຊ ຮອງຫົວຫນ້າກົມປູກຝັງ ແລະ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວາດສະຫນາ ສີຈະເລີນ ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງ, ທ່ານ ເຈັບຮາດ ອ໋ອດ ຜູ້ຊ່ຽວຊານຈາກອົງການ GIZ ປະຈໍາລາວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ, ອົງການຈັດຕັ້ງສາກົນ, ໂຄງການ ໂຮງແຮມ-ຮ້ານອາຫານ ແລະ ຕົວແທນຊາວກະສິກອນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

No photo description available.
ສິ່ງທີ່ສັງຄົມຈະໄດ້ເຫັນ ແລະ ໄດ້ນຳໃຊ້ຕໍ່ຈາກນີ້ໂດຍຜ່ານແອັບດັ່ງກ່າວນີ້ແມ່ນຕະຫຼາດຂາຍຜັກອໍກະນິກແບບດີຈິຕ໋ອນ ແລະ OtrustLA ບໍ່ແມ່ນສະເພາະແອັບຂາຍສິນຄ້າກະສິກຳອິນຊີ ເທົ່ານັ້ນ ແຕ່ມັນຄືນະວັດຕະກຳທີ່ຈະມາຊ່ວຍແກ້ຫຼາຍໆບັນຫາທີ່ຕິດພັນກັບການພັດທະນາກະສິກຳ ເພື່ອເຮັດແນວໃດໃຫ້ມີຄວາມຍືນຍົງ ແລະ ມີຄວາມທັນສະໄໝ.

May be an image of text
ນະວັດຕະກຳກະສິກຳ OtrustLA ແມ່ນຖືກຄິດຄົ້ນຂຶ້ນມາໂດຍ ທ່ານ ດວງຈັນ ສີພາວັນ ຜູ້ຈັດການ Organic Home ແລະ ພາຍໃຕ້ການສະຫນັບສະຫນູນທຶນສົບທົບຈາກໂຄງການ ASEAN AgriTrade. ໂດຍມີຈຸດປະສົງເພື່ອພັດທະນາຮ່ວງໂສ້ການຜະລິດ ແລະ ການສະຫນອງສິນຄ້າກະສິກຳອິນຊີໃຫ້ມີຄວາມຍືນຍົງ. ສ້າງຄວາມສົມດູນລະຫວ່າງການສະຫນອງ ແລະຄວາມຕ້ອງການຂອງຕະຫຼາດ, ຜູ້ທີ່ສາມາດນໍາໃຊ້ ແລະ ໄດ້ຮັບຜົນປະໂຫຍດຈາກແອັບມືຖື OtrustLA ປະກອບມີ ລູກຄ້າ, ຮ້ານຄ້າ, ຊາວກະສິກອນ ແລະ ຄົນສົ່ງສິນຄ້າ.

May be an image of 13 people and people studying
ປະຈຸບັນ ແອັບມືຖື OtrustLA ໄດ້ຖືກນໍາໃຊ້ເຂົ້າກັບວຽກການຜະລິດຂອງຊາວກະກອນ 267 ຄອບຄົວໃນນະຄອນຫລວງວຽງຈັນ ແລະ ມີການເປີດໃຫ້ສາມາດຊື້ຂາຍຕົວຈິງໄດ້ແລ້ວ, ມີລູກຄ້າຫລາຍກວ່າ 100 ທ່ານໄດ້ນໍາໃຊ້ເພື່ອຊື້ຜັກອໍການິກຜ່ານທາງອອນລາຍ. ແອັບມືຖືສາມາດໃຊ້ໄດ້ທັງໃນລະບົບ IOS & Android ແລະ ທີ່ສໍາຄັນແມ່ນມີບໍລິການອໍານວຍຄວາມສະດວກເພື່ອຈັດສົ່ງຜັກອໍກະນິກໃຫ້ຮອດເຮືອນລູກຄ້າ ແລະ ເກັບເງິນປາຍທາງ ໃນທຸກໆວັນພຸດ ແລະ ວັນເສົາ.

May be an image of 12 people and text
ຄາດວ່າ ນະວັດຕະກຳກະສິກຳດັ່ງກ່າວນີ້ຈະສ້າງການປ່ຽນແປງ ແລະ ສົ່ງເສີມການພັດທະນາວຽກງານກະສິກຳອິນຊີລາວໃຫ້ດຳເນີນໄປຕາມທິດທາງການຫັນເປັນເສດຖະກິດ ດີຈີຕ໋ອນໃນອະນາຄົດ.