ລັດສະໝີ ພິຊິດຫຼຽນເງິນທຳອິດ ໃຫ້ທັບນັກກີລາຄົນພິການລາວ ໃນອາຊຽນພາຣາເກມ ທີ່ກຳປູເຈຍ

54

ນາງ ລັດສະໝີ ສີປະເສີດ ກາຍເປັນນັກກີລາຄົນພິການລາວ ຄົນທໍາອິດທີ່ສາມາດຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ ຫຼຽນທີ 2 ໃນຮຸ່ນນໍ້າໜັກ 41 ກິໂລກຼາມຍິງ ໃຫ້ທັບນັກກີລາຄົນພິການລາວ ໃນການແຂ່ງຂັນກີລາຍົກນໍ້າໜັກຄົນພິການອາຊຽນ ໃນງານກີລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ເມື່ອວັນທີ 4 ມິຖຸນາ 2023.

ການແຂ່ງຂັນກີລາຍົກນໍ້າໜັກ ໃນງານກີລາອາຊຽນພາຣາເກມ ມີການຊີງໄຊທັງໝົດ 38 ລາຍການ ສະເພາະສປປ ລາວ ສົ່ງນັກກີລາເຂົ້າຮ່ວມແຂ່ງຂັນ 3 ຄົນ ຈາກ 6 ລາຍການ ກໍຄື ນາງ ລັດສະໝີ ສີປະເສີດ ຮຸ່ນນໍ້າໜັກ 41 ກິໂລກຼາມຍິງ, ທ້າວ ເອື້ອຍ ສີມາຍ ຮຸ່ນນໍ້າໜັກ 54 ກິໂລກຼາມຊາຍ ແລະ ທ້າວ ເປ້ຍ ລາວພັກດີ ຮຸ່ນນໍ້າໜັກ 49 ກິໂລກຼາມຊາຍ ທັງ 3 ຄົນ ໄດ້ລົງແຂ່ງຂັນໃນມື້ດຽວກັນ ໂດຍສະເພາະແມ່ນ ນາງ ລັດສະໝີ ສີປະເສີດ ອີກໜຶ່ງຄວາມຫວັງຫຼຽນຂອງທັບນັກກີລາຍົກນໍ້າຄົນພິການລາວ ກໍເຮັດໃຫ້ບໍ່ຜິດຫວັງ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ

ໂດຍຫຼຽນເງິນ ຫຼຽນທຳອິດຂອງທັບນັກກີລາລາວ ໄດ້ຈາກປະເພດຍົກຄະແນນລວມ, ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກີລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກີລາຈາກອິນໂດເນເຊຍ. ຂະນະທີ່ ຫຼຽນທອງ ເຊິ່ງເປັນຫຼຽນທີ 2 ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ, ສ່ວນຫຼຽນຄຳ ເປັນຂອງນາງ Eneng Paridah ນັກກີລາຈາກອິນໂດເນເຊຍ ແລະ ຫຼຽນເງິນ ເປັນຂອງນາງ Maridol ນັກກີລາຈາກ ຟິລິບປິນ.

ຂະນະທີ່ ຜົນງານຂອງສອງນັກກີລາຍົກນໍ້າໜັກລາວ ກໍຄື: ຮຸ່ນນໍ້າໜັກຂອງທ້າວ ເປ້ຍ ລາວພັກດີ ມີນັກກີລາເຂົ້າຮ່ວມ 6 ຊາດ ຜົນງານຂອງ ເປ້ຍ ຈົບທີ່ອັນດັບທີ 4 ແລະ ຜົນງານຂອງທ້າວ ເອື້ອຍ ສີມາຍ ຈົບອັນດັບທີ 6 ຈາກນັກກີລາເຂົ້າຮ່ວມ 7 ຄົນ ຈາກ 6 ຊາດເຂົ້າຮ່ວມແຂ່ງຂັນ ປັດຈຸບັນ ສຳລັບກີລາຍົກນໍ້າໜັກລາວ ແມ່ນສຳເລັດພາລະກິດການເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ.
ຂໍມູນ-ຮູບຈາກ: ສົງການ ພັນແພງດີ; ຮຽບຮຽງ: Larh Creators