ຊ້າງນ້ອຍ ເອັຟຊີ ຊະນະ 10 ນັດລວດຫຍັບເຂົ້າໃກ້ແຊັມ ລາວລີກ 1 ສະໄໝທີ 2

313

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ເຂົ້າສູ່ໂຄ້ງສຸດທ້າຍຂອງການແຂ່ງຂັນ ໂດຍອາທິດທີ່ຜ່ານມາ ລະຫວ່າງວັນທີ 3-4 ມິຖຸນາ 2023 ເປັນການແຂ່ງຂັນອາທິດທີ 10 ເຊິ່ງຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ວັນທີ 3 ມິຖຸນາ 2023 ຊ້າງນ້ອຍ ເອັຟຊີ ທີມນໍາຂອງຕາຕະລາງຄະແນນລວມເປີດບ້ານຮັບການມາຢາມຂອງ ຫຼວງພະບາງ ຜ່ານການແຂ່ງຂັນປາກົດວ່າ:

ຊ້າງນ້ອຍ ເອັຟຊີ ນໍາຫ່າງ 3-0 ຈາກການຍິງຂອງ ກີ້ດາວອນ ສຸວນັນນີ ນາທີໆ 6 ແລະ ບຸນພະຈັນ ບຸນກອງ 2 ປະຕູນາທີໆ 32 ຈາກຈຸດໂທດ ແລະ ນາທີໆ 56, ແຕ່ທ້າຍເກມ ຊ້າງນ້ອຍ ເຮັດໃຫ້ແຟນບານໃຈຫາຍໃຈຂວໍ່າ ເມື່ອຖືກ ຫຼວງພະບາງ ໄລ່ມາເປັນ 2-3 ຈາກການຍິງຂອງ ຄຳເກັ່ງ ສິນທະສອນ ນາທີ 73 ແລະ ສິນນະກອນ ກູມະນີຄຳ ນາທີ 84 ຈາກຈຸດໂທດ ກ່ອນຈົບການແຂ່ງຂັນ ຊ້າງນ້ອຍ ບຽດເອົາຊະນະ 3-2.

ສ່ວນຜົນການແຂ່ງຂັນອີກ 3 ຄູ່: ຄູ່ທີ່ສະໜາມກີລາກອງທັບ ຫຼັກ 5 ກອງທັບ ເອັຟຊີ ລະເບີດຟອມເກັ່ງເປີດບ້ານຖະຫຼົ່ມ ວຽງຈັນ ເອັຟຊີ 5-1, ສ່ວນການແຂ່ງຂັນວັນທີ 4 ມິຖຸນາທີ 2023 ຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມາສເຕີ 7 ເອັຟຊີ ເປີດບ້ານບຽດເອົາຊະນະ ນໍ້າທາ ຢູໄນເຕັດ 2-1 ແລະ ຄູ່ທີ່ສະໜາມກີລາແຂວງຈໍາປາສັກ ເອສະຣາ ເອັຟຊີ ບຸກໄປຖະຫຼົ່ມ ຈໍາປາສັກ ເອັຟຊີ ໄປຂາດລອຍ 7-1.

ຈາກຜົນດັ່ງກ່າວ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ເກັບເພີ່ມ 30 ຄະແນນຈາກ ໄຊຊະນະ 10 ນັດລວດຢຶດທີມນໍາໜ້ຽວແໜ້ນ ແລະ ໂອກາດຈະຄວ້າແຊັມເປບຊີ ລາວລີກ 1 ສະໄໝທີ 2 ຢູ່ບໍ່ໃກ້ ຂໍພຽງຊະນະອີກ 2 ນັດເປັນແຊັມທັນທີ ທັງທີ່ການແຂ່ງຂັນເຫຼືອອີກ 4 ນັດເທົ່ານັ້ນ ຫຼື ລຸ້ນໃຫ້ ມາສເຕີ 7 ເອັຟຊີ ທີ່ປັດຈຸບັນມີ 22 ຄະແນນຈາກ 10 ນັດສະດຸດອີກ 2-3 ນັດຄະແນນກໍຈະຂາດ.

ຂ່າວ: Larh Creators; ຮູບຈາກ: ສຕລ