10 ຢ່າງທີ່ທ່ານຕ້ອງຮູ້ ຖ້າຢາກປະສົບຜົນສໍາເລັດໃນອະນາຄົດ

107

ການເປັນຜູ້ປະກອບການທີ່ປະສົບຜົນສຳເລັດ ໃນຍຸກທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນັ້ນ ນອກຈາກທັກສະ, ຄວາມຮູ້ ຫຼື ຄວາມຊຳນານດ້ານຕ່າງໆ ແມ່ນຍັງບໍ່ພຽງພໍ. ມື້ນີ້ຂໍສັງລວມທັກສະ 10 ຢ່າງ ທີ່ນັກທຸລະກິດຫຼາຍຄົນມັກໃຊ້ມີຫຼາຍຂໍ້ຄວບຄູ່ກັນໄປ.

1. ການສື່ສານ
ການສື່ສານບາງຄົນອາດຈະເຫັນມັນເປັນພຽງການສົນທະນາເທົ່ານັ້ນ ແຕ່ໃນຄວາມເປັນຈິງການສື່ສານດ້ວຍການສົ່ງຂໍ້ຄວາມຜ່ານທາງອີເມວ, ສື່ສັງຄົມອອນລາຍ, ໂທລະສັບ ແລະ ໂອ້ລົມກັນໂດຍກົງນັ້ນ; ຫາກເຮົາມີທັກສະການສື່ສານທີ່ດີກໍຈະເຮັດໃຫ້ຄົນອື່ນເຂົ້າໃຈຢ່າງຈະແຈ້ງ ເຊິ່ງມີປະໂຫຍດຫຼາຍຕໍ່ທຸລະກິດສ່ວນຕົວ, ສ່ວນລວມ ແລະ ຄູ່ຮ່ວມງານ.

2. ການຂາຍ
ໃນບາງສະຖານະການ ເຮົາອາດຈະຕ້ອງເພິ່ງພາຕົວເອງຫຼາຍກວ່າທີ່ຄິດ ເພາະການເຂົ້າໃຈວິທີການຂາຍບໍ່ແມ່ນເລື່ອງງ່າຍປານໃດ?. ຖ້າທ່ານເກັ່ງເລື່ອງການຕະຫຼາດ ແຕ່ບໍ່ສະດວກຂາຍດ້ວຍຕົນເອງໄດ້; ຈໍາເປັນຕ້ອງຈ້າງຄົນມາເຮັດແທນ ຫຼື ແນະນຳໃຫ້ພະນັກງານຂາຍເປັນມືອາຊີບ ທີ່ພ້ອມແລ້ວຈະອຸທິດຕົນໃຫ້ແກ່ອົງກອນ ນັ້ນຄືປະເດັນທີ່ເຮົາຕ້ອງໄດ້ຄໍານຶງໃນຍຸກນີ້.


3. ເຄື່ອງໝາຍການຄ້າ
ຫາກຊື່ສຽງຂອງອົງກອນຂອງເຮົາຍອມຮັບຈາກສັງຄົມ ຖືວ່າເປັນການໂຄສະນາ ແລະ ສ້າງພາບພົດທີ່ດີຂອງອົງກອນ ເພະວ່າເມື່ອຊື່ສຽງດີຈະສົ່ງຜົນໃຫ້ການສ້າງຍີ່ຫໍ້ສິນຄ້າ ຫຼື ເຄື່ອງໝາຍການຄ້າດີໄປນຳ. ແຕ່ຖ້າຊື່ສຽງຂອງເຮົາຖືກກ່າວຂານໄປໃນທາງລົບ ສະແດງວ່າພື້ນຖານຂອງທຸລະກິດຂອງເຮົາກໍເລີ່ມຂາດ ຄວາມເຊື່ອໝັ້ນຕໍ່ລູກຄ້າເຊັ່ນກັນ.

4. ທັດສະນະຄະຕິ
ຫາກມີທັດສະນະຄະຕິດີແລ້ວ ເຮົາຈະຮູ້ວິທີຄວບຄຸມອາລົມ ແລະ ປະເມີນຄູ່ສົນທະນາຕ່າງໆ ເຮົາຈະສັງເກດເຫັນໄດ້ຈາກການວາງຕົວ, ສໍານຽງຄຳເວົ້າ, ສາຍຕາ ແລະ ອື່ນໆຈາກຄູ່ສົນທະນາ ໂດຍທັກສະນີ້ຈະເປັນພື້ນຖານສໍາຄັນໃນການຕັດສິນໃຈ ຫຼື ແກ້ໄຂບັນຫາອື່ນໆໄດ້ດີທີ່ສຸດ.

5. ຄວາມຄິດສ້າງສັນ
ຜູ້ປະກອບການທີ່ປະສົບຜົນສຳເລັດ ມັກຈະມີຄວາມຄິດສ້າງສັນກ່ຽວກັບຜະລິດຕະພັນຂອງພວກເຂົາ ໂດຍການນຳສະເໜີນະວັດຕະກຳ ຫຼື ນໍາໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ ອັນເປັນພື້ນຖານເຮັດໃຫ້ການອອກແບບຜະລິດຕະພັນໃຫ້ຖືກໃຈລູກຄ້າ ແລະ ຊ່ວຍໃຫ້ເຮົາໄດ້ປະໂຫຍດຫຼາຍກວ່າຄູ່ແຂ່ງ.

6. ວາງເປົ້າໝາຍ
ບາງຄົນເຮັດວຽກໂດຍບໍ່ມີການວາງແຜນ ວ່າຈະເຮັດຫຍັງໃນມື້ນີ້ ຫຼື ມື້ອື່ນ ແລະ ເດືອນນີ້ຄວນຈະມີຄວາມກ້າວໜ້າແນວໃດ? ກໍຍາກທີ່ຈະບໍ່ປະສົບຜົນສຳເລັດ; ເພາະການຕັ້ງເປົ້າໝາຍໜ້າວຽກປະຈໍາອາທິດ, ເດືອນ ແລະ ປີ ຈະເຮັດໃຫ້ເຮົາເຫັນຊ່ອງທາງທີ່ຊັດເຈນ ແລະ ມີການພັດທະນາດີຂຶ້ນເລື້ອຍໆ.

7. ການບໍລິຫານເງິນ
ຖ້າເຮົາສາມາດຫາເງິນໄດ້ ແຕ່ບໍ່ໄດ້ວາງແຜນການຄຸ້ມຄອງການເງິນໃຫ້ເປັນລະບົບ ອາດເຮັດໃຫ້ເຮົາບໍ່ສາມາດທ້ອນເງິນໄດ້ ເນື່ອງຈາກຜູ້ປະກອບການທີ່ດີ ຄວນຮູ້ວ່າພວກເຂົາມີເງິນເທົ່າໃດໃນບັນຊີ ແລະ ມີການບັນທຶກລາຍຈ່າຍປະຈຳວັນແນວໃດ?, ຮູ້ຄ່າໃຊ້ຈ່າຍປະຈຳເດືອນຫຍັງແດ່ ແລະ ຕ້ອງເສຍພັນທະເທົ່າໃດ? ເຊິ່ງຈະຊ່ວຍໃຫ້ສາມາດວາງແຜນຄຸ້ມຄອງເງິນໄດ້ຢ່າງເປັນດີ.

8. ເຄືອຂ່າຍທຸລະກິດ
ການສ້າງສາຍພົວພັນທີ່ດີກັບເພື່ອນຮ່ວມງານທຸລະກິດ ຫຼື ຜູ້ປະກອບການໃນຂົງເຂດອື່ນ ມັນເປັນເຄື່ອງມືທີ່ມີພະລັງໃນໂລກທຸລະກິດ. ເມື່ອພົບກັບເຫດການຕ່າງໆກໍສາມາດຂໍຄວາມຊ່ວຍເຫຼືອຈາກເພື່ອນຮ່ວມງານ, ຄູ່ຮ່ວມທຸລະກິດ ແລະ ຄົນທີ່ເຮົາຮູ້ຈັກອື່ນໆໄດ້. ການສ້າງເຄືອຂ່າຍໃນປັດຈຸບັນຈະມີຜົນຕໍ່ອະນາຄົດບໍ່ທາງໃດກໍທາງໜຶ່ງ ເພື່ອເພີ່ມຊ່ອງທາງການກະຈາຍສິນຄ້າ1 ແລະ ປະຢັດຕົ້ນທຶນໄດ້ດີສົມຄວນ.

9. ຄວາມເປັນຜູ້ນຳ
ຜູ້ນຳທີ່ດີຈະເຮັດໃຫ້ພະນັກງານທີ່ຢູ່ໃນການຄຸ້ມຄອງຂອງຕົນກ້າວໜ້າ ແລະ ມີຄວາມສຸກໃນການເຮັດວຽກໃຫ້ກັບອົງກອນ. ຫາກຜູ້ນໍາບໍ່ຮູ້ຈັກປະພຶດຕົນເອງຕໍ່ກັບລູກນ້ອງແລ້ວ ກໍອາດຈະເສຍຄວາມໜ້າເຊື່ອຖື ແລະ ເມື່ອມີສິ່ງທີ່ບໍ່ດີເກີດຂຶ້ນຈະບໍ່ມີໃຜຢື່ນມືມາຊ່ວຍ ເພາະຕົນບໍ່ໄດ້ເປັນແບບຢ່າງມາແຕ່ເລີ່ມຕົ້ນ.

10. ການບໍລິຫານເວລາ
ພວກເຮົາທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ ເຊິ່ງການຈັດລຳດັບຄວາມສຳຄັນຂອງໜ້າວຽກທີ່ທ່ານຕ້ອງເຮັດແມ່ນສຳຄັນຫຼາຍ. ສະນັ້ນ, ການວາງແຜນການເຮັດວຽກທີ່ຖືກຕ້ອງນັ້ນ ຄວນຄູ່ກັບການບໍລິຫານຈັດການເວລາ ເພື່ອໃຫ້ທຸລະກິດມີປະສິດທິພາບສູງສຸດ.