ເສດຖະກິດ ຣັດເຊຍ ຂະຫຍາຍຕົວ 3,3% ຫຼັງຫົດຕົວ 0,7% ເມື່ອເດືອນມີນາ

59

ສໍານັກຂ່າວ BNews.vn ລາຍງານວ່າ: ເສດຖະກິດ ຣັດເຊຍ ໃນເດືອນເມສາປີ 2023 ຂະຫຍາຍຕົວເປັນຄັ້ງທໍາອິດໃນຮອບປີ ໂດຍເພີ່ມຂຶ້ນ 3,3% ຫຼັງຈາກຫົດຕົວ 0,7% ໃນເດືອນມີນາຜ່ານມາ.

ກະຊວງການພັດທະນາເສດຖະກິດຂອງຣັດເຊຍ ລາຍງານເມື່ອວັນທີ 31 ພຶດສະພາຜ່ານມາວ່າເສດຖະກິດ ຣັດເຊຍ ໃນເດືອນເມສາປີນີ້ ຂະຫຍາຍຕົວເປັນຄັ້ງທໍາອິດໃນຮອບປີ ໂດຍຂະຫຍາຍຕົວໃນລະດັບ 3,3% ຫຼັງຈາກທີ່ຫົດຕົວ 0,7% ໃນເດືອນມີນາຜ່ານມາ. ໃນໄລຍະເດືອນມັງກອນ ເຖິງເດືອນເມສາ ເສດຖະກິດ ຣັດເຊຍ ຫົດຕົວລົງ 0,6%.

ລາຍງານລະບຸວ່າ: GDP ໃນເດືອນເມສາ ເພີ່ມຂຶ້ນ 0,2% ເມື່ອທຽບເປັນລາຍເດືອນ ບໍ່ລວມປັດໄຈລະດູການ ຫຼັງຈາກທີ່ເພີ່ມຂຶ້ນ 1,1% ໃນເດືອນກ່ອນໜ້ານີ້ ແລະ ກະຊວງການພັດທະນາເສດຖະກິດ ຍັງໄດ້ຄາດການ ການເຕີບໂຕ GDP ຂອງຣັດເຊຍໃນປີນີ້ ຈະຢູ່ທີ່ 1,2%.

ໃນໄລຍະກາງເດືອນພຶດສະພາຜ່ານມາ, ທ່ານ Maxim Reshetnikov ລັດຖະມົນຕີກະຊວງການພັດທະນາເສດຖະກິດ ກໍບໍ່ໄດ້ປະຕິເສດ ຄວາມເປັນໄປໄດ້ ທີ່ການເຕີບໂຕອາດສູງກວ່າເລັກໜ້ອຍ ຈາກການຄາດການຂອງກະຊວງ ໂດຍຄາດວ່າການເຕີບໂຕຂອງ GDP ຣັດເຊຍໃນປີນີ້ ອາດສູງເຖິງ 2%.