ອັດຕາເງິນເຟີ້ຂອງເອີໂຣໂຊນ ຫຼຸດລົງຕ່ຳກວ່າທີ່ຄາດການໄວ້

67

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອັດຕາເງິນເຟີ້ຂອງເອີໂຣໂຊນ ( ປະເທດທີ່ໃຊ້ສະກຸນເງິນເອີໂຣ ) ຫຼຸດລົງຢູ່ໃນລະດັບ 6,1% ໃນເດືອນພຶດສະພາຜ່ານມາ ເຊິ່ງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ຈາກລະດັບ 7% ໃນເດືອນເມສາ.

ຕົວເລກດັ່ງກ່າວ ເປັນລະດັບຕ່ຳສຸດນັບແຕ່ເດືອນກຸມພາ 2022 ຜ່ານມາ ໂດຍຫຼຸດລົງຫຼາຍກວ່າທີ່ນັກວິເຄາະຄາດການໄວ້ທີ່ຄາດວ່າຈະຢູ່ລະດັບ 6,3%. ນອກຈາກນີ້ອັດຕາເງິນເຟີ້ພື້ນຖານ ເຊິ່ງບໍ່ລວມລາຄາພະລັງງານ ແລະ ອາຫານປັບລົງສູ່ລະດັບ 5,3% ໃນເດືອນພຶດສະພາ ເຊິ່ງຫຼຸດລົງຫຼາຍ ກວ່າທີ່ຄາດການໄວ້ ວ່າຈະຢູ່ໃນລະດັບ 5,6%.

ລາຍງານລະບຸວ່າ: ອັດຕາເງິນເຟີ້ຂອງເຢຍລະມັນ ແລະ ຝຣັ່ງ ຫຼຸດລົງຫຼາຍກວ່າທີ່ຄາດການໄວ້ໃນເດືອນພຶດສະພາ, ຫຼັງຈາກມີສັນຍານຫຼຸດລົງໃນເດືອນເມສາ ເຮັດໃຫ້ຂະນະນີ້ ອັດຕາເງິນເຟີ້ຂອງເຢຍລະມັນ ແລະ ຝຣັ່ງເພີ່ມຂຶ້ນ ເປັນລະດັບຕ່ຳສຸດໃນຮອບ 1 ປີ.

ທັງນີ້, ທະນາຄານກາງເອີຣົບ ( ECB ) ກຽມຈັດກອງປະຊຸມໃນວັນທີ 15 ມິຖຸນານີ້ ເພື່ອຕັດສິນໃຈດ້ານນະໂຍບາຍການເງິນ, ຫຼັງຈາກທີ່ ECB ໄດ້ຄ່ອຍໆປັບຂຶ້ນອັດຕາດອກເບ້ຍ ຈາກ -0,5% ເມື່ອຕົ້ນປີ 2022 ສູ່ລະດັບ 3,25% ໃນເດືອນພຶດສະພາຜ່ານມາ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນພະຈິກ 2008 ເປັນຕົ້ນມາ.